ສສກ - ຢູນິເຊັຟ ຫາລືແຜນການຮ່ວມມືຈັດຕັ້ງປະຕິບັດໂຄງການພັດທະນາການສຶກສາ
ໃນວັນທີ 22 ພຶດສະພາ ຜ່ານມາ ທີ່ສໍານັກງານ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ນາງ ກາລິນ ຫາດສອບ ຫົວໜ້າຫ້ອງການ ອົງການຢູນິເຊັຟ ປະຈໍາຢູ່ຂົງເຂດເອເຊຍ-ແປຊີຟິກ ພ້ອມດ້ວຍຄະນະ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ການພົບປະຄັ້ງນີ້, ແມ່ນເພື່ອເປັນການປຶກສາຫາລື ແລະ ວາງແຜນການຮ່ວມມືເຊິ່ງກັນ ແລະ ກັນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການຢູນິເຊັຟ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ກ່ຽວຂ້ອງກັບວຽກງານການພັດທະນາການສຶກສາ, ເຊິ່ງໃນໄລຍະຜ່ານມາ ແຕ່ປີ 2012 ຈົນເຖິງປັດຈຸບັນ ອົງການດັ່ງກ່າວ, ໄດ້ສະໜັບສະໜູນໃນການຈັດຕັ້ງປະຕິບັດໂຄງການຕ່າງໆ ຈໍານວນ 106,5 ຕື້ກວ່າກີບ (12.991.000 ໂດລາສະຫາລັດ) ໂດຍໄດ້ສຸມໃສ່ບາງກິດຈະກໍາຫຼັກ ຄື: ຊ່ວຍສ້າງຄວາມເຂັ້ມແຂງລະບົບການວາງແຜນການ ແລະ ການບໍລິຫານການສຶກສາ, ວຽກງານການສຶກສາກ່ອນໄວຮຽນ ແລະ ວຽກງານປະຖົມສຶກສາ. ນອກຈາກນີ້, ອົງການຢູນິເຊັຟ ຍັງເຮັດໜ້າທີ່ເປັນປະທານຮ່ວມຂອງໜ່ວຍງານວິຊາການຂອງຂະແໜງການສຶກສາຈົນເຖິງປີ 2015. ໃນໄລຍະຜ່ານມາ ອົງການຢູນິເຊັຟ ເປັນໜຶ່ງໃນອົງການຈັດຕັ້ງສາກົນທີ່ໄດ້ໃຫ້ການຊ່ວຍເຫຼືອ, ເປັນຄູ່ຮ່ວມງານທີ່ດີ ແລະ ໄດ້ເຮັດວຽກຮ່ວມກັບກະຊວງສຶກສາທິການ ແລະ ກິລາ ຢ່າງໃກ້ຊິດ ໃນການພັດທະນາການສຶກສາ ຈຶ່ງເຮັດໃຫ້ວຽກງານການສຶກສາໄດ້ຮັບການພັດທະນາດີຂຶ້ນເທື່ອລະກ້າວໃນແຕ່ລະໄລຍະ.
ສໍາລັບແຜນການຮ່ວມມືແຕ່ປີ 2017-2021, ອົງການ ຢູນິເຊັຟ ຈະສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິການໆສຶກສາກ່ອນໄວຮຽນ ລວມທັງຂະຫຍາຍແຜນງານການກຽມຄວາມພ້ອມໃຫ້ແກ່ເດັກໃນຊຸມຊົນ ໂດຍໃຫ້ສອດຄ່ອງກັບບຸລິມະສິດຂອງແຜນພັດທະນາການສຶກສາ ແລະ ກິລາ ຄັ້ງທີ 8; ຮ່ວມກັບຄູ່ຮ່ວມພັດທະນາອື່ນໆໃນການສະໜັບສະໜູນການປັບປຸງຫຼັກສູດຫ້ອງກຽມປະຖົມ ລວມທັງການປະເມີນຜົນການຮຽນ. ນອກຈາກນັ້ນ, ຍັງໄດ້ພັດທະນາ ແລະ ຕິດຕາມການຈັດຕັ້ງປະຕິບັດມາດຕະຖານຄຸນະພາບການສຶກສາສໍາລັບຫ້ອງກຽມປະຖົມອີກດ້ວຍ; ຈະໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ, ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູສອນ ແລະ ຜູ້ອໍານວຍການໂຮງຮຽນ ລວມທັງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ໂດຍສະເພາະຢູ່ບັນດາແຂວງທີ່ດ້ອຍໂອກາດທາງດ້ານການສຶກສາ; ເນັ້ນໃສ່ສະໜັບສະໜູນການບໍລິຫານ ແລະ ການສ້າງແຜນພັດທະນາຂອງຂະແໜງການ ໂດຍອີງໃສ່ຫຼັກຖານ (evidence-based planning and management) ແລະ ຊ່ວຍໃນການສ້າງແຜນຍຸດທະສາດພັດທະນາລະບົບ (Education and Sports Management Information System); ສະໜັບສະໜູນການວິໄຈກ່ຽວກັບນັກຮຽນຢູ່ນອກໂຮງຮຽນ, ຕົວຊີ້ບອກຫຼັກຂອງຄຸນະພາບການສຶກສາ, ການສິດສອນຂອງຄູຢູ່ໃນຫ້ອງຮຽນ ແລະ ວິໄຈເຖິງຜົນການຮຽນຂອງນັກຮຽນ; ສະໜັບສະໜູນການຈັດຕັ້ງປະຕິບັດແຜນງານນໍ້າ ແລະ ສຸຂະອະນາໄມໃນໂຮງຮຽນແບບຍືນຍົງ ລວມທັງສິ່ງອໍານວຍຄວາມສະດວກ ເປັນຕົ້ນແມ່ນ ນໍ້າ, ວິດຖ່າຍ ແລະ ດ້ານສຸຂະອະນາໄມອື່ນໆ ທີ່ຕິດພັນກັບວຽກງານການສຶກສາ ແລະ ອົງການຢູນິເຊັຟ ຈະເຮັດວຽກກັບອົງການຈັດຕັ້ງສາກົນອື່ນໆ ໃນການພັດທະນາວຽກງານການສຶກສາຢູ່ໃນ ສປປ ລາວ ແລະ ຈະເປັນອົງກອນໜຶ່ງທີ່ລົງເລິກກ່ຽວກັບການປ້ອງກັນ ແລະ ຫຼຸດຜ່ອນໄພພິບັດຢູ່ໃນຂະແໜງການສຶກສາ.
ສ່ວນງົບປະມານທີ່ອົງການ ຢູນິເຊັຟ ຈະຊ່ວຍເຫຼືອ ສປປ ລາວ ແມ່ນມີຈໍານວນ 514,9 ຕື້ກວ່າກີບ (62,8 ລ້ານໂດລາສະຫະລັດ). ສະເພາະການຊ່ວຍເຫຼືອແກ່ຂະແໜງການສຶກສາ ແລະ ກິລານັບແຕ່ປີ 2017-2021 ແມ່ນຈະຊ່ວຍເຫຼືອ ຈໍານວນ 147,6 ຕື້ກວ່າກີບ (18 ລ້ານໂດລາສະຫະລັດ). ໃນນັ້ນ, ປະມານ 98,4 ຕື້ກວ່າກີບ (12 ລ້ານໂດລາສະຫະລັດ) ແມ່ນສໍາລັບແຜນງານການສຶກສາ ແລະ ອີກ 49,2 ຕື້ກວ່າກີບ (6 ລ້ານໂດລາສະຫະລັດ) ແມ່ນສໍາລັບແຜນງານນໍ້າ ແລະ ສຸຂະອະນາໄມໃນໂຮງຮຽນແບບຍືນຍົງ.
ທີ່ມາ: ສືກສາ-ກິລາ
-----------------
Post a Comment