Header Ads

6 ພຶດຕິກຳ​ສ່ຽງ​ທີ່​ບໍ່​ເໝາະ​ກັບ​ການ​ອາບ​ນໍ້າ


ສຳນັກຂ່າວ​ຕ່າງ​ປະເທດ​ໄດ້​ມີ​ການ​ເປີດ​ເຜີຍ​ເຖິງ​ເລື່ອງ​ລາວ​ຂອງ ທ້າວ ຫລິວ ຊາຍ​ຜູ້​ມີ​ຮູບ​ຮ່າງ​ອ້ວນ ອາ​ຍຸ 53 ປີ​ວັນທີ່ 1 ເດືອນ 8 ເປັນ​ວັນທີ່​ອາ​ກາດ​ມີ​ອຸນຫະພູມ​ປະ​ມານ 38 ອົງ​ສາ 
ຫລັງ​ຈາກ​ເລີກ​ວຽກ​ກັບ​ມາ​ຮອດ​ເຮືອນ​ພ້ອມ​ກັບ​ເຫື່ອ​ທີ່​ທ່ວມ​ຕົວ ລາວຈຶ່ງ​ຮີບ​ແກ້​ເສື້ອ​ຜ້າ ຕັກ​ນ້ຳ​ເຢັນໆ​ມາ​ເທ​ໃສ່ໂຕ​ລົງ​ມາ​ຕັ້ງ​ແຕ່​ຫົວ​ຮອດ​ຕີນ


ແລະ​ໃນ​ຄືນ​ນັ້ນ​ເອງ​ທ້າວຫລິວ​ເລີ່ມ​ຮູ້ສຶກ​ວ່າ​ຫົວ​ໃຈ​ຂອງ​ລາວ​ເຮັດວຽກ​ບໍ່​ປົກກະຕິ ແຕ່​ຄົນ​ໃນ​ຄອບຄົວ​ຕ່າງ​ກໍ​ຄິດວ່າ​ຍ້ອນ​ລາວ​ຕາກ​ແດດ​ມາ​ໝົດມື້​ເລີຍ​ອາດ​ເຮັດໃຫ້​ບໍ່​ສະບາຍ​ ​ເລີຍໃຫ້​ລາວ​ນອນ​ພັກ​ຜ່ອນ​ແຕ່​ອາການ​ກໍ​ຍັງ​ບໍ່​ດີ​ຂຶ້ນ​ ລາວມີອາກາດ​ເຈັບ​ທີ່​ໜ້າ​ເອິກ​ຫລາຍ​ຂຶ້ນ ຈຶ່ງ​ຕ້ອງ​ນຳ​ຕົວ​ສົ່ງ​ໂຮງໝໍ, ໝໍ​ໄດ້​ກວດ​ພົບ​ວ່າ​ ທ້າວ​ຫລິວ​ມີ​ອາການ​ກ້າມ​ເນື້ອ​ຫົວ​ໃຈ​ຕາຍ ແລະ​ຫລອດ​ເລືອດ​ອຸດ​ຕັນ ໝໍ​ພະຍາຍາມ​ຊ່ວຍ​ຊີວິດ​ແລ້ວ​ແຕ່​ສຸດ​ທ້າຍ​ທ້າວຫລິວ​ກໍ​ບໍ່​ຟື້ນ​ຂຶ້ນ​ມາ​ອີກ​ແລ້ວ

ທ່ານ​ໝໍ​ຈຶ່ງ​ໄດ້​ອະທິບາຍ​ວ່າ ນ້ຳ​ເຢັນ​ເປັນ​ສາ​ເຫດ​ທີ່​ເຮັດໃຫ້​ຫລອດ​ເລືອດ​ອຸດ​ຕັນ ​ໃນ​ວັນທີ່​ມີ​ອາ​ກາດ​ຮ້ອນ​ຫລາຍ​ກໍເກີດ​ໄດ້ ອາການ​ກ້າມ​ເນື້ອ​ຫົວ​ໃຈ​ມັກ​ຈະ​ພົບ​ຫລາຍ​ໃນ​ລະດູ​ໜາວ ແຕ່​ລະດູ​ຮ້ອນ​ກໍ​ມີ​ໂອ​ກາດ​ເປັນ​ໄດ້​ການ​ກະຕຸ້ນ​ຫລື​ການ​ອາບ​ນ້ຳ​ດ້ວຍ​ຄວາມ​ເຢັນ​ຢ່າງ​ກະ​ທັນ​ຫັນ​ບໍ່​ພຽງ​ແຕ່​ເຮັດໃຫ້​ຫລອດ​ເລືອດ​ໃນ​ຮ່າງກາຍ​ມີ​ການຫົດ​ຕົວ​ ແຕ່​ຍັງ​ເຮັດໃຫ້​ຄວາມ​ດັນ​ຕ່ຳ​ລົງ​ອີກ​ດ້ວຍ ໃນ​ບາງເທື່ອ​ອາດ​ເປັນ​ສາ​ເຫດ​ໃຫ້​ຫລອດ​ເລືອດ​ຫົວ​ໃຈ​ຕີບ​ຢ່າງ​ຮຸນແຮງ​ ຫລອດ​ເລືອດ​ແຕກ ຫລື​ຕັນ ເຮັດໃຫ້​ເກີດ​ອາການ​ຫົວ​ໃຈ​ວາຍ​ກະ​ທັນ​ຫັນ ຊຶ່ງ​ເປັນ​ອັນຕະລາຍ​ເຖິງ​ຊີວິດ​ໄດ້.



6 ພຶດຕິກຳ​ສ່ຽງ​ທີ່​ບໍ່​ເໝາະ​ກັບ​ການ​ອາບ​ນ້ຳ

1. ເມື່ອ​ຄວາມ​ດັນ​ຫຼຸດລົງ​ຕ່ຳ
ເພາະ​ວ່າ​ເວລາ​ອາບ​ນ້ຳ​ອຸນຫະພູມ​ຂອງ​ນ້ຳ​ມັກ​ຈະ​ສູງ​ກວ່າ​ອຸນຫະພູມ​ຮ່າງກາຍ ນ້ຳ​ອຸ່ນ ໆ​ຈະ​ໄປ​ເຮັດໃຫ້​ຫລອດ​ເລືອດ​ຂະຫຍາຍ​ຕົວ ຄົົນທີ່​ມີ​ອາການ​ຄວາມ​ດັນ​ຕ່ຳ​ຈະ​ມີ​ອາການ​ເລືອດ​ໄປ​ລ້ຽງ​ສ່ວນ​ຕ່າງ ໆ​ຂອງ​ຮ່າງກາຍ​ບໍ່​ພຽງ​ພໍ ເປັນ​ເຫດ​ໃຫ້​ໝົດ​ສະຕິ



2.ຜູ້ຍິງ​ທີ່​ສຸກຂະພາບ​ບໍ່​ແຂງ​ແຮງ
ຜູ້ຍິງ​ທີ່​ສຸກຂະພາບ​ບໍ່​ດີ ບໍ່​ຄວນ​ອາບ​ນ້ຳ​ເຢັນ ເພາະ​ພູ​ມຕ້ານ​ທານ​ຕ່ຳ ເວລາ​ຖືກນ້ຳ​ເຢັນ​ກະຕຸ້ນ ອາດຈະ​ເປັນ​ຫວັດ​ໄດ້

3.ຫລັງ​ກິນ​ເຫລົ້າ


ແອກໍ​ຮໍຈະ​ໄປ​ລົບກວນ​ການເຮັດວຽກ​ຂອງ​ຕັບ ເຮັດໃຫ້​ການ​ປ່ອຍ​ກູ​ໂຄດ​ອອກ​ມາສູ່​ກະ​ແສ​ເລືອດ​ນ້ອຍ​ລົງ ແລ້ວ​ເວລາ​ອາບ​ນ້ຳ​ຮ່າງກາຍ​ຈະ​ຕ້ອງ​ການ​ກູ​ໂຄດ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ສະ​ນັ້ນ​ການ​ອາບ​ນ້ຳ​ຫລັງ​ກິນ​ເຫລົ້າ ປະລິມານ​ນ້ຳ​ຕານ​ໃນ​ເລືອດ​ຈະ​ບໍ່​ພຽງ​ພໍ ເຮັດໃຫ້​ເກີດ​ອາການ​ວິນ​ຫົວ ໜ້າ​ມືດ​ຕາ​ລາຍ ຮ່າງກາຍ​ອ່ອນ​ແຮງ

4.ບໍ່​ຄວນ​ອາບ​ນ້ຳ​ທັນ​ພາຍຫລັງ​ຈາກ​ທີ່​​ອອກ​ກຳ​ລັງ​ມາ​ຢ່າງ​ເຕັມ​ທີ່​ບໍ່​ວ່າ​ຈະ​ເປັນ​ຫລັງ​ການ​ອອກ​ກຳ​ລັງ​ທາງ​ຮ່າງກາຍ​ຫລື​ສະຫມອງ​ຢ່າງ​ໜັກ ຮ່າງກາຍ​ຕ້ອງ​ໄດ້ພັກ​ຜ່ອນ​ໄລ​ຍະໜຶ່ງ​ກ່ອນ​ຈຶ່ງ​ອາບ​ນ້ຳ ບໍ່​ດັ່ງນັ້ນ​ຈະ​ເປັນ​ເຫດ​ໃຫ້​ເລືອດ​ໄປ​ລ້ຽງ​ຫົວ​ໃຈ​ແລະ​ສະຫມອງ​ບໍ່​ພຽງ​ພໍ ເຮັດໃຫ້​ເກີດ​ອາການ​ເປັນ​ລົມ​ໄດ້



5.ເມື່ອ​ມີ​ໄຂ້
ເມື່ອ​ອຸນຫະພູມ​ຮ່າງກາຍ​ສູງ​ເຖິງ 38 ປະລິມານ​ການ​ເຜົາ​ຜານ​ຄວາມ​ຮ້ອນ​ໃນ​ຮ່າງກາຍ​ເພີ່ມ​ຂຶ້ນ 20% ໃນ​ເວລາ​ນັ້ນ​ຮ່າງກາຍ​ຈະ​ອ່ອນແອ ຊຶ່ງ​ຖ້າ​ໄປ​ອາບ​ນ້ຳ​ອາດ​ເກີດ​ອັນຕະລາຍ​ໄດ້.

6.ຫລັງ​ຮັບປະທານ​ອາຫານ​ບໍ່​ຄວນ​ອາບ​ນ້ຳ​ທັນ​ທີ
ຫລັງ​ກິນເຂົ້າ ເລືອດ​ຈະ​ໄປ​ລ້ຽງ​ລະບົບ​ຍ່ອຍ​ອາຫານ​ເປັນ​ສ່ວນ​ໃຫຍ່ ເພື່ອ​ໃຫ້​ລະບົບ​ຍ່ອຍ​ອາຫານ​ເຮັດວຽກ​ໄດ້​ເຕັມ​ທີ່ ຖ້າ​ໄປ​ອາບ​ນ້ຳ​ເວລາ​ນີ້ ເລືອດ​ຈະ​ຕ້ອງ​ແບ່ງ​ໄປ​ລ້ຽງ​ສ່ວນ​ອື່ນ ເຮັດໃຫ້​ລະບົບ​ຍ່ອຍ​ອາຫານ​ເຮັດວຽກ​ໄດ້​ບໍ່​ເຕັມ​ທີ່​ເພາະ​ມີ​ເລືອດ​ມາ​ລ້ຽງ​ບໍ່​ພຽງ​ພໍ ເກີດ​ອາການ​ອາຫານ​ບໍ່​ຍ່ອຍ​ແລະ​ອື່ນໆ





© ໂຕະນໍ້າຊາ | tonamcha.com 
-----------------


Powered by Blogger.