Header Ads

ເຕັກນິກເຮັດໃຫ້ນອນຫຼັບງ່າຍພຽງ 60 ວິນາທີ


ສໍາລັບຄົນທີ່ນອນຍາກ ແລະ ຕ້ອງນອນນັບແກະທຸກຄືນກ່ອນນອນ ຮ້າຍແຮງໄປກວ່ານັ້ນແມ່ນການກິນຢານອນຫຼັບເພື່ອຂົ່ມຕາໃຫ້ນອນ ແຕ່ມື້ນີ້ tonamcha.com ມີເຕັກນິກເຮັດໃຫ້ນອນຫຼັບງ່າຍໆພາຍໃນ 60 ວິນາທີ ໂດຍຫົວໃຈສໍາຄັນຂອງເຕັກນິກນີ້ແມ່ນ “ການຫາຍໃຈ”  ຫຼື ເອີ້ນອີກແບບວ່າເຕັກນິກຫາຍໃຈແບບ 4-7-8 ເຊິ່ງຖືກຄິດຄົ້ນໂດຍ ດຣ ແອນດີວ ວິລ ຈາກມະຫາວິທະຍາໄລ ອາຣິໂຊນາ ສະຫະລັດອາເມລິກາ (Alisona University, USA)  ໂດຍໃຊ້ຫຼັກການດຽວກັບການຫາຍໃຈຂອງຫານຫຼິ້ນໂຢຄະເປັນຕົ້ນແບບ. ສໍາລັບວິທີນີ້ແມ່ນງ່າຍ ສາມາດເຮັດໄດ້ທຸກສະຖານທີ່ ທຸກເວລາ ແລະ ບໍ່ຕ້ອງມີອຸປະກອນໃດໆ.




ວີທີປະຕິບັດ: 

1. ເຮັດປາຍລິ້ນຂື້ນແຕະແພດານປາກໃຫ້ຢູ່ໃນລະດັບເໜືອແຂ້ວ ແລະ ວາງປາຍລິ້ນຢູ່ຕໍາແໜ່ງນັ້ນຕະຫຼອດ
2. ຜ່ອນລົມຫາຍໃຈຜ່ານຊ່ອງປາກໃຫ້ເຕັມທີ່ຈົນເກີດສຽງ “ຮູສ໌!!!”
3. ປິດຮີມສົບແລ້ວຫາຍໃຈເຂົ້າຢ່າງມິດໆ ຊ້າໆ ຜ່ານຮູດັງ ແລ້ວນັບ 1-4
4. ກັ້ນລົມຫາຍໃຈແລ້ວນັບ 1-7 
5. ຈາກນັ້ນຜ່ອນລົມຜ່ານຊ່ອງປາກໃຫ້ເຕັມທີ່ຈົນເກີດສຽງ “ຮູສ໌!!!” ໂດຍນັບໃນໃຈໄປ 1-8 
6. ຈາກນັ້ນປິດຮີມສົບແລ້ວຫາຍໃຈເຂົ້າຢ່າງມິດໆ ຊ້າໆ ຜ່ານຮູດັງ ແລ້ວນັບ 1-4 ແລ້ວປະຕິດບັດຂັ້ນຕອນ 4-6 ໄປອິກ 3 ຄັ້ງ


ໝາຍເຫດ: ທຸກລົມຫາຍໃຈເຂົ້າຈະຕ້ອງຫາຍໃຈຜ່ານຮູດັງຢ່າງມິດໆ ແລະ ທຸກລົມຫາຍໃຈອອກ ຈະຕ້ອງມີສຽງດັງ ໂດຍຜ່ອນຫາຍລົມຫາຍໃຈຜ່ານຊ່ອງປາກ.


ຂໍ້ດີຂອງເຕັກນິກນີ້:

1. ຊ່ວຍໃຫ້ຮ່າງກາຍຮັບ Oxygen ໃນປະລິມານທີ່ຫຼາຍຂື້ນ ເຊິ່ງສາມາດຜ່ອນຄາຍລະບົບປະສານໃຫ້ຫຼຸດຄວາມເຄັ່ງຕຶງ ແລະ ທັງເປັນການຝຶກສະມາທິນໍາອີກ;
2. ຊ່ວຍປັບສົມດຸນລະບົບການເຮັດວຽກຂອງປະສານທີ່ສ້າງຄວາມເຄັ່ງຕຶງຕະຫຼອດທັງມື້ໄດ້
3. ຊ່ວຍໃຫ້ເຊື່ອມຕໍ່ລົມຫາຍໃຈກັບຮ່າງກາຍໃຫ້ເປັນອັນໜຶ່ງອັນດຽວກັນ ແລະ ຊ່ວຍດຶງຄວາມຄິດທີ່ມຸກມຸ້ນອອກຈາກສະໝອງ ເຊິ່ງເປັນສາເຫດທີ່ເຮັດໃຫ້ນອນບໍ່ຫຼັບ.

© ໂຕະນໍ້າຊາ | tonamcha.com 

---------------

Powered by Blogger.