Header Ads

ລັດຖະບານ ອະນຸມັດງົບປະມານ 700 ຕື້ກີບ ແກ້ໄຂບັນຫາໜີ້ສິນ



ໄລຍະ​ຜ່ານ​ມາ ລັດຖະບານ​ ໄດ້​​ແກ້​ໄຂ​ບັນຫາ​ໜີ້​ສິນ​​ ໂດຍ​ຖື​ເປັນວຽກຈຸດ​ສຸມ ​ແລະ ​ໄດ້​ແກ້​ໄຂ​ຈໍານວນ​ໜຶ່ງ ​​​ເຊິ່ງ​ໄດ້​ຈັດ​ສັນ​ງົບປະມານ ເພື່ອ​ຊໍາລະ​ໃນ​ແຕ່ລະ​ປີ​ ໃນ​ແຜນ 3 ​ເດືອນ​ຂ້າມ​ຜ່ານ​ປີ 2016 ​ໄດ້​ອະນຸມັດ​ແຜນການ ​ຊໍາລະ​ໜີ້​ສິນ 700 ຕື້​ກີບ, ​ໃນ​ນີ້ 400 ຕື້​ກີບ ​ເພື່ອ​ຊໍາລະ​ ໂຄງການ​ລົງ​ທຶນ​ຂອງ​ລັດ ແລະ 300 ຕື້​ກີບ ສໍາລັບ​ໜີ້ພັນທະບັດ​ ໂຄງການ​ລົງທຶນ​ຂອງ​ລັດ. ​ປັດ​ຈຸບັນ ໜີ້​ສີນຕ່າງປະ​ເທດກວມ 52% ຂອງ GDP ​ແລະ ໜີ້​ສິນ​ພາຍ​ໃນ​ກວມ 6,3% ຂອງ GDP.​


ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ​, ລັດຖະມົນຕີ​ ກະຊວງ​ການ​ເງິນ ໄດ້​ຊີ້​ແຈ້ງ​ຕໍ່​ຂໍ້ຊັກ​ຖາມ​ຂອງ ​ສສຊ ກ່ຽວ​ກັບ​ການ​ແກ້​ໄຂ​ ບັນຫາ​ໜີີ້ສິນ ​​ໃນ​ວາລະ​ກອງ​ປະຊຸມ​ ສະ​ໄໝ​ສາມັນ​ ເທື່ອ​ທີ 3 ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII ​ເມື່ອ​ບໍ່​ດົນ​ມາ​ນີ້​ ວ່າ: ມາ​ຮອດ​ປັດຈຸບັນ​ ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ເປັນ​ເຈົ້າ​ການ​ ສັງລວມຄືນ​ໜີ້​ສິນ​ທັງ​ໝົດ ​ຈາກ​ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ ​ໂດຍ​ສະ​ເພາະ​​ແມ່ນ​ໂຄງການທີ່​ໄດ້​ ຈັດ​ຕັ້ງ​ປະຕິບັດ​ແລ້ວ​ ເຊິ່ງ​ເປັນ​ຈໍານວນ​ເງິນ​ ງົບປະມານ 13 ພັນ​ກວ່າ​ຕື້​ກີບ ​ເຊິ່ງລັດຖະບານ ​ກໍາ​ລັງ​ຄົ້ນ​ຄ້ວາ ​ວິທີ​ການ​ແກ້​​ໄຂ ​ດ້ວຍ​ມາດ​ຕະການ​ຕ່າງໆ ​ໂດຍ​ໄດ້​ມີ​ການ​ແຕ່ງ​ຕັ້ງ ​ຄະນະ​ແກ້​ໄຂ​ໜີ້​ສິນ.

ທ່ານ ສົມ​ດີ ດວງ​ດີ ​ໃຫ້​ຮູ້​ຕື່ມ​ວ່າ: ການ​ແກ້​ໄຂ​ໜີ້​ສາທາລະນະ ​ກະຊວງ​ການ​ເງິນ ​ໄດ້​ປະຕິບັດ​ໜ້າ​ທີ່ ​ແລະ ຄວາມ​ຮັບຜິດຊອບ ລະຫວ່າງ ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ແລະ ກະຊວງ​ການ​ເງິນ ຕາ​ມພາລະ​ບົດບາດ​ຂອງ​ຕົນ ​ຢ່າງ​ຈະ​ແຈ້ງ ສະ​ເພາະ​ກະຊວງ​ການ​ເງິນ​ ກໍ​ໄດ້​ມີ​ການ​ປັບປຸງ​ ພາລະ​ບົດບາດ​ຂອງ​ກະຊວງ ​ແລະ ບັນດາ​ກົມ ​ເພື່ອ​ໃຫ້​ສາມາດ​ ສັງ​ລວມໜີ້ສິນ​ຢ່າງ​ລວມສູນ ​ແລະ ວາງ​ມາດ​ຕະການ​ແກ້​ໄຂ​ ຢ່າງ​ເປັນ​ລະບົບ ພ້ອມ​ນັ້ນ ​ເພື່ອ​ສາມາດ​ສັງ​ລວມ, ຄຸ້ມ​ຄອງ​ໜີ້​ສິນ​ ໂດຍ​ໄດ້​ມີ​ການ​ຄົ້ນ​ຄ້ວາ ​ຮ່າງ​ກົດໝາຍ​ວ່າ​ດ້ວຍ ​ການ​ຄຸ້ມ​ຄອງ​ໜີ້​ສິນ​ ສາທາລະນະ​ໃນ​ທ້າຍ​ປີນີ້​ ໜີ້​​ສິນ​ຂອງ​ລັດຖະບານ​ ສັງ​ລວມ​ແລ້ວ​ຍອດ​ໜີ້ທັງໝົດ​ ລວມທັງ​ໜີ້​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ຍັງ​ຢູ່​ໃນ​ລະດັບ​ສູງ​ສົມຄວນ ​ເຊິ່ງ​ເປັນ​ຈຸດ​ທີ່​ມີ​ຄວາມ​ສ່ຽງຖ້າ​ພວກ​ເຮົາ​ບໍ່​ມີ​ມາດ​ຕະການ ​ຢ່າງ​ເຂັ້ມ​ງວດ ​ແລະ ຮັດກຸມ​ໃນ​ຕໍ່ໜ້າ. 

ຂ່າວ: ວັນ |  ທີ່ມາ: ສຳນັກຂ່າວສານປະເທດລາວ

© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.