Header Ads

ເຜີຍຄໍາຕອບເປັນຫຍັງ ຈຶ່ງໃຊ້ຄຳວ່າ “ປອ” ແທນ ຄໍາວ່າ “ດຣ”



ເຊື່ອວ່າສັງຄົມກຳລັງຂ້ອງໃຈ ແລະ ສັບສົນກັບການນຳໃຊ້ ຄຳຫຍໍ້ທີ່ຢັ້ງຢືນໃຫ້ແກ່ວຸດທິການສຶກສາ ໂດຍສະເພາະຄຳວ່າ ປອ, ປທ,ປຕ ແລະ ອື່ນໆ ໂດຍສະເພາະຄຳວ່າ “ປອ” ທີ່ມາແທນຄຳວ່າ “ດຣ” ໃນເມື່ອກ່ອນ ເຊິ່ງໄດ້ມີຄຳຝາກຖາມຜ່ານ ຄໍລຳ “ຄາໃຈ” ໄປຍັງກະຊວງສຶກສາທິການ ແລະ ກິລາ ເພື່ອຂໍຄຳຊີ້ແຈງ ແລະ ຄຳອະທິບາຍ ໃນຄວາມໝາຍຂອງຄຳເຫຼົ່ານີ້, ເຊິ່ງທາງກະຊວງສຶກສາທິການ ແລະ ກິລາກໍ່ໄດ້ມອບໝາຍໃຫ້ກົມການສຶກສາຊັ້ນສູງເປັນຜູ້ອະທິບາຍກ່ຽວກັບວຸດທິການສຶກສາຊັ້ນສູງ, ການນຳໃຊ້ ແລະການທຽບວຸດທິການສຶກສາ, ເຊິ່ງໄດ້ລະບຸໄວ້ໃນດໍາລັດ ວ່າດ້ວຍການສຶກສາຊັ້ນສູງ ສະບັບເລກທີ 177/ລບ, ລົງວັນທີ 05/06/2015 ດັ່ງລາຍລະອຽດຕໍ່​ໄປນີ້:

ວຸດທິການສຶກສາຊັ້ນສູງ: ແມ່ນການຢັ້ງຢືນເຖິງຜົນສຳເລັດຂອງການສຶກສາຊັ້ນສູງ ທີ່ກຳນົດໄວ້ໃນໂຄງປະກອບການສຶກສາຊັ້ນສູງ,ເຊິ່ງເປັນອົງປະກອບໜຶ່ງຢູ່ໃນລະບົບການສຶກສາແຫ່ງຊາດ ທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍການສຶກສາ. ວຸດທິການສຶກສາຈະໄດ້ຂຽນໄວ້ໃນປະກາສະນິຍະບັດຂອງຜູ້ທີ່ສຳເລັດຕາມລະດັບຫຼັກສູດດັ່ງນີ້: ລະດັບອະນຸປະລິນຍາ ຂຽນຫຍໍ້ວ່າ: ອປ (Associate Degree); ລະດັບປະລິນຍາຕີ ຂຽນຫຍໍ້ວ່າ: ປຕ(Bachelor’s Degree); ລະດັບປະລິນຍາໂທ ຂຽນຫຍໍ້ວ່າ:ປທ (Master’sDegree) ​ແລະ ລະດັບປະລິນຍາເອກ ຂຽນຫຍໍ້ວ່າ ປອ (Doctorate Degree/Doctor of Philosophy)ນອກຈາກນັ້ນ,ຍັງມີລະດັບຫຼັງປະລິນຍາ,ເຊິ່ງແມ່ນການສຶກສາລົງເລິກໃນຂະແໜງວິຊາສະເພາະໃດໜຶ່ງ ຄື: ລົງເລິກຂະແໜງຊ່ຽວຊານຂັ້ນ 1 ແລະ ຊ່ຽວຊານຂັ້ນ 2. ສ່ວນການນຳໃຊ້ ​ແມ່ນຜູ້ຮຽນທີ່ສໍາເລັດການສຶກສາຕາມຫຼັກສູດການສຶກສາຊັ້ນສູງມີສິດນໍາໃຊ້ອັກສອນຫຍໍ້ຂອງວຸດທິການສຶກສາເປັນພາສາລາວ ຫຼືພາສາອັງກິດ ຕາມກຳນົດໄວ້ໃນແຕ່ລະຫຼັກສູດ ເພື່ອຂຽນນຳໜ້າຊື່ ຫຼື ຫຼັງນາມສະກຸນຂອງຕົນເອງ ຕາມຄວາມສະໝັກໃຈ (ໝາຍຄວາມວ່າ ການກຳນົດໃຫ້ມີການນຳໃຊ້ດັ່ງກ່າວມາຂ້າງເທີງນີ້ ແມ່ນເນື່ອງຈາກວ່າສາກົນໄດ້ກຳນົດເອົາວຸດທິການສຶກສາຕາມຫຼັກສູດການສຶກສາຊັ້ນສູງແຕ່ລະໆດັບໃສ່ໜ້າຊື່ ຫຼື ຫຼັງນາມສະກຸນຂອງຜູ້ຮຽນຈົບ ເພື່ອໃຫ້ຮູ້ເຖິງວຸດທິການສຶກສາຂອງຜູ້ກ່ຽວ ຕາມຄວາມສະໝັກໃຈແລະອີກດ້ານໜຶ່ງ, ເພື່ອຫຼີກເວັ້ນຄວາມຊໍ້າຊ້ອນຂອງການໃສ່ລະດັບວຸດທິການສຶກສາ ໃນຂະແໜງສາທາລະນະສຸກ ເປັນຕົ້ນແມ່ນ ການໃຊ້ອັກສອນຫຍໍ້ “ດຣ” ຢູ່ໜ້າຊື່ຂອງຜູ້ຮຽນຈົບວຸດທິການສຶກສາ ລະດັບປະລິນຍາຕີ. ສະ​ເພາະການທຽບວຸດທິການສຶກສາ ແມ່ນຜູ້ຮຽນທີ່ສຳເລັດການສຶກສາຊັ້ນສູງທຸກລະດັບ ຈາກຕ່າງປະເທດຈະຖືກຮັບຮູ້, ຢັ້ງຢືນ ແລະ ທຽບວຸດທິການສຶກສາ ຕາມລະດັບການສຶກສາຊັ້ນສູງຂອງ ສປປ ລາວ ໂດຍກະຊວງສຶກສາທິການ ແລະກິລາ. 

ສະຫຼຸບແລ້ວ ການໃຊ້ອັກສອນຫຍໍ້ເຫຼົ່ານີ້ ກໍ່ເພື່ອຫຼີກລ່ຽງຄວາມຊໍ້າຊ້ອນ ຫຼື ສັບສົນ ໃນລະດັບວຸດທິການສຶກສາ ລະຫວ່າງຂະແໜງອື່ນກັບຂະແໜງສາທາລະນະສຸກ ໂດຍສະເພາະຄຳວ່າ “ດຣ”, ເຊິ່ງຫວັງວ່າບັນດາທ່ານຜູ້ອ່ານຄົງຈະພໍເຂົ້າໃຈຕາມນີ້ ບໍ່ຫຼາຍກໍ່ໜ້ອຍ.

ຂໍ້ມູນ: www.moe.gov.la ຫຼື ເຂົ້າອ່ານເພີ່ມເຕີມທີ່ http://moe.gov.la/index.php/lang-en/kha-jai/1714-2016-08-11-03-14-34

© ໂຕະນໍ້າຊາ | tonamcha.com 
----------------


Powered by Blogger.