Header Ads

ປະຫວັດຄວາມເປັນມາຂອງວັນວິສາຂະບູຊາ ຂື້ນ 15 ຄໍ່າ ເດືອນ 6



ວັນວິສາຂະບູຊາ ຫຍໍ້ມາຈາກ “ວິສາຂະປຸຣະນະມີບູຊາ” ແປວ່າ: “ການບູຊາໃນວັນເພັງເດືອນວິສາຂະ” ຖ້າປີໃດມີອະທິກະມາດ ຄື: ມີເດືອນ 8 ສອງຫົນ ກໍເລື່ອນໄປເປັນກາງເດືອນ 7. ວັນວິສາຂະບູຊາ ເປັນວັນສໍາຄັນຍິ່ງໃນທາງພຣະພຸດທະສາສະໜາ ເພາະເປັນວັນທີ່ພຣະພຸດທະເຈົ້າປຣະສູດ ຄືເກີດ ໄດ້ຕັດສະຮູ້ ຄືສຳເລັດ ໄດ້ປະຣິນິພານ ຄືດັບ ເກີດຂຶ້ນກົງກັນທັງ 3 ວາລະຄື:




1. “ປຣະສູດ” ເມື່ອວັນເພັງເດືອນ 6 ກົງກັບວັນສຸກ ຂຶ້ນ 15 ຄໍ່າ ປີຈໍ ກ່ອນ ພສ 80 ປີ ເປັນປຣະສູດຂອງເຈົ້າຊາຍສິດທັດຖະ ໃຕ້ຕົ້ນສາລະ ທີ່ລຸມພິນີສະຖານ.
2. “ຕັດສະຮູ້” ເມື່ອເຈົ້າຊາຍສິດທັດຖະ ຊົງຜະນວດ (ບວດ) ໄດ້ 6 ປີ ພຣະຊົນມາຍຸ 35 ພັນສາ ຊົງຕັດສະຮູ້ ໃຕ້ຮົ່ມໄມ້ສີມະຫາໂພ ຝັ່ງແມ່ນໍ້າເນຣັນຊະຣາ ເມືອງອຸຣຸເວລາເສນານິຄົມ ໃນຕອນເຊົ້າມື້ວັນພຸດ ຂຶ້ນ 15 ຄໍ່າ ເດືອນ 6 ປີລະກາ ກ່ອນ ພສ 45 ປີ.


• ການຕັດສະຮູ້ ອະຣິຍະສັຈ 4 ຄືຂອງແທ້ອັນປະເສີດ 4 ປະການ ຂອງພຣະພຸດທະເຈົ້າເປັນການຕັດສະຮູ້ອັນສຸດຍອດ ບໍ່ມີຜູ້ປຽບປານ ວັນຕັດສະຮູ້ຂອງພຣະພຸດທະເຈົ້າ ຈຶ່ງຈັດເປັນວັນສຳຄັນ ເພາະເປັນວັນໃຫ້ກໍາເນີດມີ ພຣະພຸດທະເຈົ້າ ຂຶ້ນໃນໂລກ. ທັມທີ່ພຣະພຸດທະອົງຊົງຕັດສະຮູ້ ອະຣິຍະສັຈ 4 ໄດ້ແກ່:


1. ທຸກ ຄື ຄວາມລຳບາກ ຄວາມບໍ່ສະບາຍກາຍ ຄວາມບໍ່ສະບາຍໃຈ.
2. ສະມຸໄທຍ໌ ຄື ເຫດທີ່ເຮັດໃຫ້ເກີດທຸກ.
3. ນິໂຣທ ຄື ຄວາມດັບທຸກ.
4. ມັຄ ຄື ຂໍ້ປະຕິບັດໃຫ້ເຖິງຄວາມດັບແຫ່ງທຸກ.


ທັງ 4 ຂໍ້ນີ້ ຖືເປັນສັດຈະທຳ ເອີ້ນວ່າ: ອະຣິຍະສັຈ ເພາະເປັນສິ່ງທີ່ພຣະອະຣິຍະເຈົ້າຊົງຄົ້ນພົບ ເປັນສັດຈະທໍາຊັ້ນສູງ ປະເສີດກວ່າສັດຈະທໍາສາມັນທົ່ວໄປ.



3. “ປະຣິນິພານ” ຫຼັງຈາກຕັດສະຮູ້ແລ້ວ ໄດ້ປະກາດພຣະສາສະໜາ ແລະໂຜດເວໄນຍະສັດ ເປັນໄລຍະເວລາ 45 ພັນສາ ພຣະຊົນມາຍຸໄດ້ 80 ພັນສາ ກໍສະເດັດດັບຂັນທະປະຣິນິພານ ເມື່ອວັນອັງຄານ ຂຶ້ນ 15 ຄໍ່າ ເດືອນ 6 ປີ ມະເສັງ ທີ່ ສາລະວະໂນທະຍານ ຂອງມັດລະກະສັດ ເມືອງກຸສິນາຣາ ແຄ້ວນມັດລະ. ການປະຣິນິພານຂອງພຣະພຸດທະເຈົ້າ ນັບໄດ້ວ່າເປັນການສູນເສຍດວງປະທິບຂອງໂລກ ເປັນການສູນເສຍຄັ້ງຍິ່ງໃຫຍ່ ແລະ ຄັ້ງສຳຄັນຂອງຊາວພຸດທົ່ວໄປ ມີຄວາມເສົ້າສະຫຼົດໃຈ ແລະ ອາໄລສຸດຈະພັນລະນາ. ພຣະພຸດທະອົງໄດ້ຊົງສະແດງປັດສິມໂອວາດກ່ອນປະຣິນິພານວ່າ: “ດູກ່ອນ ພິກຂຸທັງຫຼາຍ ອັນວ່າສັງຂານທັງຫຼາຍຍ່ອມມີຄວາມເສື່ອມສະຫຼາຍໄປເປັນທຳມະດາ ທ່ານທັງຫຼາຍຈົ່ງຍັງກິດທັງປວງອັນເປັນປະໂຫຍດຂອງຕົນ ແລະ ປະໂຫຍດຂອງຜູ້ອື່ນໃຫ້ບໍລິບູນດ້ວຍຄວາມບໍ່ປະໝາດເຖີດ” ຫຼັງຈາກນັ້ນກໍສະເດັດດັບຂັນປະຣິນິພານໃນຣາຕີເພັງເດືອນ 6 ນັ້ນ.

• ນັບວ່າເປັນເລື່ອງອັດສະຈັນຍິ່ງ ທີ່ເຫດການທັງ 3 ກ່ຽວກັບວິຖີຊີວິດຂອງພຣະສຳມາສຳພຸດທະເຈົ້າ ເຊິ່ງມີໄລຍະເວລາຫ່າງກັນນັບຫຼາຍສິບປີບັງເອີນເກີດຂຶ້ນໃນວັນເພັງເດືອນ 6 ດັ່ງນັ້ນ ເມື່ອເຖິງວັນສຳຄັນຢ່າງນີ້ ຊາວພຸດທັງບັນພະຊິດ ແລະ ຄະລືຫັດ ໄດ້ພ້ອມໃຈກັນປະກອບພິທີບູຊາພຣະພຸດທະອົງ ເປັນກໍລະນີພິເສດ ເພື່ອນ້ອມລຳນຶກເຖິງພຣະກະລຸນາທິຄຸນ ພຣະປັນຍາທິຄຸນ ແລະ ພຣະບໍລິສຸດທິຄຸນ ຂອງພຣະອົງ ຜູ້ເປັນດວງປະທິບຂອງໂລກ.
ທີ່ມາ: ພຣະຈັນນ້ອຍ ທັມມະວົງ
© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.