Header Ads

Agoda ບໍລິສັດເສືອນອນກິນແຫ່ງຍຸກ "The Internet of things "



ຖ້າເວົ້າເຖິງການຈ່ອງທີ່ພັກ ຫຼຶ ໂຮງແຮມແບບອອນລາຍຄົງບໍ່ມີໃຜປະຕິເສດ ແລະ ບໍ່ຮູ້ຈັກບໍລິສັດ Agoda ຜູ້ນໍາດ້ານການບໍລິການແບບ Online Travel Agency (OTA)  ເຊິ່ງການເປັນບໍລິສັດເສືອນອນກິນແຫ່ງຍຸກ "The Internet of things "ທີ່ເລິ່ມຈາກການເປັນ Start Up ນອ້ຍໆສູ່ການເປັນບໍລິສັດທີ່ມີໄລມະຫາສານຕໍ່ປີ ແຕ່ບໍ່ມີໂຮງແຮມ ຫຼຶ ຫ້ອງພັກເປັນຂອງໂຕເອງແມ້ແຕ່ຫ້ອງດຽວ.



ບໍລິສັດ Agoda ແລະ Booking.com ມີບໍລິສັດແມ່ຊື່ Priceline ເຊິ່ງຈົດທະບຽນໃນຕະຫຼາດຫຼັກຊັບທີ່ ສະຫະລັດ ອາເມລິກາ  ເປັນບໍລິສັດ OTA ທີ່ປະສົບຄວາມສຳເລັດທິ່ສຸດຂອງໂລກ ໂດຍບໍລິສັດ Agoda ກິນສ່ວນແບ່ງຕະຫຼາດໃຫຍ່ທີ່ສຸດ ແລະ ໄດ້ຮັບຄວາມນິຍົມສູງສຸດໃນຕະຫຼາດອາຊີ  ສ່ວນBooking.com ນັ້ນເປັນຕະຫຼາດລະດັບໂລກ ເຊິ່ງຕະຫຼາດສ່ວນໃຫຍ່ແມ່ນບັນດາປະເທດເອີລົບ ນັ້ນໝາຍຄວາມວ່ານັກທ່ອງທ່ຽວປະມານ 80-90 % ໃຊ້ບໍລິການຂອງສອງບໍລິສັດນີ້ເປັນຫຼັກ ສ່ວນຜູ້ຫຼີ້ນອື່ນໆເຊັ່ນ:  Expedia, Traveloca, tripadvisor ແລະ ເຈົ້າອື່ນໆ ຖືວ່າສ່ວນແບ່ງຕະຫຼາດຍັງນ້ອຍກວ່າ Agoda ແລະ booking.com.



ປັດຈຸບັນ ຄູ່ແຂ່ງຄົນສຳຄັນຂອງ Agoda ແລະ Booking.com ຄື AirBnb ທີ່ໃຊ້ໂມເດລທຸລະກິດ (Business Model) ແບບເສືອນອນກິນໂດຍມີກຳໄລມາຈາກຄ່າຄອມມິສຊັນ ຈາກເຈົ້າຂອງສະຖານທີ່ ຫຼຶ ຫ້ອງພັກນັ້ນເອງ  ແຕ່ກໍຍັງຖືວ່າຍັງຫ່າງຊັ້ນກັບ Agoda ແລະ Booking.com ທີ່ມີຍອດຈອງຫ້ອງພັກຄິດເປັນເງິນເຖິງ 2,4 ລ້ານລ້ານບາດ (ສະກຸນເງິນໄທ)  ແລະ ໃນປີ 2016 ຜ່າມາ ບໍລິສັດມີກຳໄລ 376,005 ລ້ານບາດ ຄິດເປັນ 16% ຂອງຍອດຈອງ 2,4 ລ້ານລ້ານບາດ. ສິ່ງທີ່ໜ້າສົນໃຈຄືບໍລິສັດມີຕົ້ນທຶນ 96% ແລະ 4% ເປັນລາຍຈ່າຍໃນການບໍລິຫານຈັດການ  ເຫດຜົນບໍລິສັດມີຕົ້ນທືນນ້ອຍ ກໍເພາະບໍລິສັດບໍ່ໄດ້ເປັນເຈົ້າຂອງຫ້ອງພັກ ຫຼື ໂຮງແຮມ ມີພຽງແຕ່ສ້າງລະບົບ ແລະ ບໍລິຫານຈັດການ ການໂຄສະນາໃຫ້ເຂົ້າເຖິງກຸ່ມລູກຄ້າເທົ່ານັ້ນ.



ບໍລິສັດ Agoda ແລະ Booking.com ກຳໄລຫຼາຍປານໃດ?

ບໍລິສັດ Marriott
ເຈົ້າຂອງແບຣນ  Ritz-Carlton, JW Marriott, St. Regis, Westin, Renaissance, W Hotel, Sheraton
ມີ 5,974 ໂຮງແຮມ 1,170,367 ຫ້ອງພັກ
ມີກຳໄລ  27,300 ລ້ານບາດ


ບໍລິສັດ InterContinental
ເຈົ້າຂອງແບຣນ  InterContinental, Crowne Plaza, Holiday Inn
ມີ 5,070 ໂຮງແຮມ 749,721 ຫ້ອງພັກ
ມີກຳໄລ 14,490 ລ້ານບາດ


ບໍລິສັດ  Hilton
ເຈົ້າຂອງແບຣນ Conrad, Hilton
ມີ 4,727 ໂຮງແຮມ 775,866  ຫ້ອງພັກ
ມີກຳໄລ 12,180 ລ້ານບາດ

ບໍລິສັດ  Accor
ເຈົ້າຂອງແບຣນ Sofitel, Pullman, Swissotel, Mercure, Novotel
ມີ 4200 ໂຮງແຮມ 524,955 ຫ້ອງພັກ
ມີກຳໄລ 8,476 ລ້ານບາດ



ຖ້ານໍາກຳໄລມທັງ 4 ບໍລິສັດມາລວມກັນຈະໄດ້ 19,971 ໂຮງແຮມ ແລະ ມີຈໍານວນຫ້ອງພັກທັງໝົດ 3,220,909 ຫ້ອງ ແລະ ມີກຳໄລຮວມກັນພຽງ 62,446 ລ້ານບາດ ແຕ່ກຳໄລຂອງບໍລິສັດ Priceline (ບໍລິສັດແມ່ນຂອງ ບໍລິສັດ Agoda ແລະ Booking.com ) ມີເຖິງ 75,000 ລ້ານບາດ ເຊິ່ງສະແດງໃຫ້ເຫັນວ່າ Priceline ຫຼື Agoda ແລະ booking.com ເປັນເສືອນອນກິນແບບສະບາຍສະບາຍທີ່ສຸດໃນຍຸກ The Internet of things.

ຂໍ້ມູນ: longtunman   | ຮຽບຮຽງ : tonamcha.com
----------------


















Powered by Blogger.