Header Ads

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມທາງການ ສ.ສິງກະໂປ


ຕອບສະໜອງ ຕາມຄຳເຊີນຂອງ ທ່ານ ລີຊຽນລຸງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ໄດ້ເດີນທາງ ຢ້ຽມຢາມທາງການ ທີ່ສາທາລະນະລັດ ສິງກະໂປ, ໃນວັນທີ 02 ພຶດສະພາ 2017, ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງລາວ ແລະ ສິງກະໂປ.

ໃນວັນທີ 02 ພຶດສະພາ 2017, ທ່ານນາຍົກ ລີ ຊຽນລຸງ ໄດ້ຈັດພິທີຕ້ອນຮັບ ທ່ານນາຍົກ ທອງລຸນ ສີສຸລິດ ຢ່າງເປັນທາງການ ຢູ່ທີ່ສຳນັກງານ ປະທານາທິບໍດີ. ພາຍຫລັງພິທີຕ້ອນຮັບ ຢ່າງເປັນທາງການແລ້ວ, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ໂທນີ່ຕັນເກັງຢຳ, ປະທານາທິບໍດີແຫ່ງ ສ.ສິງກະໂປ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງການຢ້ຽມຢາມລັດຖະກິດ ທີ່ ສປປ ລາວ ຂອງທ່ານປະທານາທິບໍດີ ໃນເດືອນມັງກອນ 2017 ຜ່ານມາ, ເຊິ່ງໄດ້ເປັນການ ປະກອບສ່ວນອັນສຳຄັນ ເຂົ້າໃນການ ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ນຳເອົາຄວາມ ຢື້ຢາມຖາມຂ່າວຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເຖິງທ່ານປະທານາທິບໍດີ ໂທນີ່ຕັນເກັງຢຳ ອີກດ້ວຍ.

ຫລັງຈາກຢ້ຽມຂ່ຳນັບ ປະທານາທິບໍດີ, ທ່ານນາຍົກ ທອງລຸນ ສີສຸລິດ ແລະ ທ່ານນາຍົກ ລີ ຊຽນລຸງ ໄດ້ພົບປະສອງຝ່າຍ ຢູ່ທີ່ສຳນັກງານ ປະທານາທິບໍດີ, ໃນການພົບປະຄັ້ງນີ້ ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນ ແລະ ການຮ່ວມມື ຂອງສອງປະເທດ ທີ່ນັບມື້ນັບໄດ້ຮັບການ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຫັນໄດ້ຈາກການນຳ ຂອງສອງປະເທດ ທີ່ມີການແລກປ່ຽນ ການຢ້ຽມຢາມຮ່ວມກັນ ຢ່າງເປັນປົກກະຕິໃນໄລຍະຜ່ານມາ ທັງໃນຂອບສອງຝ່າຍ, ຂອບອາຊຽນ ກໍຄື ຂອບຫລາຍຝ່າຍອື່ນໆ, ພິເສດ ແມ່ນໄດ້ພ້ອມກັນຊຸກຍູ້ ວຽກງານການສ້າງ ປະຊາຄົມອາຊຽນ ເພື່ອໃຫ້ມີຄວາມເຂັ້ມແຂງຮອບດ້ານ ຕາມວິໄສທັດຂອງອາຊຽນວາງໄວ້.


Photo Credit : ST Singapore 

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການຊ່ວຍເຫລືອ ຂອງລັດຖະບານສິງກະໂປຕໍ່ ສປປ ລາວ ໃນຂະແໜງການຕ່າງໆ, ລວມທັງການພັດທະນາ ຊັບພະຍາກອນມະນຸດ, ເຕັກນິກວິຊາການ ແລະ ການເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດອາຊຽນຂອງ ສປປ ລາວ ໃນປີ 2016 ທີ່ຜ່ານມາ; ຝ່າຍສິງກະໂປ ກໍໄດ້ສະແດງຄວາມຂອບໃຈ ສປປ ລາວ ໃນການຕ້ອນຮັບອັນອົບອຸ່ນແກ່ການນຳຂັ້ນສູງ ຂອງສິງກະໂປ ທີ່ໄດ້ເດີນທາງ ໄປຢ້ຽມຢາມ ສປປ ລາວ ແລະ ໃຫ້ການສະໜັບສະໜູນ ສິງກະໂປ ໃນການສະໝັກເປັນ ສະມາຊິກຂອງອົງການ ຈັດຕັ້ງສາກົນຕ່າງໆ ໃນຂອບຂອງ ສປຊ. ນອກຈາກນັ້ນ, ສອງຝ່າຍກໍໄດ້ປຶກ ສາຫາລືກັນ ເຖິງແຜນການແລກປ່ຽນ ການຢ້ຽມຢາມຊຶ່ງກັນ ແລະ ກັນ, ການພັດທະນາ ດ້ານການຂົນສົ່ງ, ການຮ່ວມມືທາງດ້ານ ເສດຖະກິດການຄ້ານຳກັນ, ພິເສດ ແມ່ນເພື່ອຊຸກຍູ້ນັກທຸລະກິດ ຂອງສິງກະໂປ ເຂົ້າໄປລົງທຶນຢູ່ ສປປ ລາວ ໃຫ້ຫລາຍຂຶ້ນໃນຕໍ່ໜ້າ; ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນ ຄຳຄິດຄຳເຫັນນຳກັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມ ກອງປະຊຸມນັກທຸລະກິດ ລາວ-ສິງກະໂປ ທີ່ມີຈຸດປະສົງ ເພື່ອຊອກຫາຊ່ອງທາງຮ່ວມກັນ ໃນການສົ່ງເສີມການຄ້ານຳກັນ ແລະ ລະດົມການລົງທຶນ ຂອງສິງກະໂປ ຢູ່ ສປປ ລາວ ຫລາຍຂຶ້ນ, ຜົນຂອງກອງປະຊຸມຄັ້ງນີ້ ຈະເປັນການ ປະກອບສ່ວນໜຶ່ງທີ່ສຳຄັນ ໃນການເພີ່ມທະວີ ຊຸກຍູ້ການຮ່ວມມື ໃນດ້ານການຄ້າ ແລະ ການລົງທຶນຮ່ວມກັນ ໃຫ້ມີຜົນສຳເລັດ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ ໃນອະນາຄົດ, ທັງຄາດວ່າຄະນະນັກທຸລະກິດສຳຄັນ ຂອງສິງກະໂປ ກໍມີແຜນຈັດຕັ້ງ ຄະນະເດີນທາງໄປສຶກສາ ແລະ ຊອກເບິ່ງສະພາບຕົວຈິງ ໃຫ້ມີການລົງທຶນຢູ່ ສປປ ລາວ ໃນໄວໆນີ້. ການເຄື່ອນໄຫວຂອງທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຢູ່ສິງກະໂປຄັ້ງນີ້ ຍັງໄດ້ຢ້ຽມຢາມ ສະຖານທີ່ສຳຄັນຕ່າງໆເຊັ່ນ: ສວນທຳມະຊາດແຫ່ງຊາດສິງກະໂປ, ວິທະຍາໄລ ເຕັກນິກນັນຢາງ, ໂຮງຮຽນການແພດ, ໂຮງຮຽນຂໍ້ມູນຂ່າວສານ, ໂຮງຮຽນວິສະວະກຳສາດ ແລະ ບໍລິສັດຂົນສົ່ງ ທ່າເຮືອສິງກະໂປ.

ໃນໄລຍະຊຸມປີມໍ່ໆມານີ້, ສປປ ລາວ ແລະ ສິງກະໂປ ໄດ້ມີຜົນສຳເລັດຫລາຍດ້ານ ທີ່ເປັນຮູບປະທຳ ໃນການພົວພັນສອງຝ່າຍ ໃນດ້ານຕ່າງໆເຊັ່ນ: ການລົງນາມໃນສັນຍາຮ່ວມ ເສັ້ນທາງບິນນຳກັນລະຫວ່າງ ບໍລິສັດຊິວແອ ແລະ ບໍລິສັດການບິນລາວ; ຜົນສຳເລັດໃນການບັງຄັບໃຊ້ ສັນຍາວ່າດ້ວຍການຍົກເວັ້ນ ການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫລົບຫລີກ ການເສຍອາກອນລາຍໄດ້ ລະຫວ່າງ ສອງລັດຖະບານ; ການໃຫ້ທຶນການສຶກສາ ໄລຍະຍາວ ແລະ ທຶນຝຶກອົບຮົບໄລຍະສັ້ນ ໃຫ້ແກ່ພະນັກງານ ແລະ ນັກສຶກສາຂອງລາວ; ການສົ່ງອາສາສະໝັກ ຊາວໜຸ່ມຈາກສິງກະໂປ ຈຳນວນພັນກວ່າຄົນເຂົ້າມາຊ່ວຍເຫລືອ ບັນດາໂຮງຮຽນ ແລະ ຊຸມຊົນຕ່າງໆໃນ ສປປ ລາວ; ແລະ ການຮ່ວມກັນ ສົ່ງເສີມການຮ່ວມມື ທາງດ້ານການຄ້າ ແລະ ການລົງທຶນ ໄດ້ມີການຂະຫຍາຍຕົວ ໃນລະດັບດີພໍສົມຄວນ, ເຫັນໄດ້ຈາກມູນຄ່າການລົງທຶນ ຂອງສິງກະໂປ ຢູ່ລາວ ມີປະມານ 187 ລ້ານໂດລາສະຫະລັດ, ຊຶ່ງມີ 79 ໂຄງການ, ເຮັດໃຫ້ສິງກະໂປ ຢູ່ໃນອັນດັບທີ 11 ໃນບັນດານັກລົງທຶນ ຕ່າງປະເທດລາຍໃຫຍ່ ທີ່ມາລົງທຶນຢູ່ ສປປ ລາວ.

ຂ່າວ: ຂປລ 
-----------------


Powered by Blogger.