Header Ads

ສູດເພື່ອອາຍຸວັນນະ ສຸຂະພະລະ ຂອງທ່ານ ທອງລຸນ ສີສຸລິດ


ບົດຄວາມນີ້ຂັດມາຈາກປື້ມ Pocket Book ຂອງທ່ານ ທອງລຸນ ສີສຸລິດ ຊື່ປື້ມວ່າ "ທ່ານ ໝໍທີ່ດິສຸດແມ່ນໂຕເຮົາເອງ ເພື່ອອາຍຸ ວັນນະ ສຸຂະ ພະລະ" ເຊິ່ງທ່ານຂຽນປື້ມເຫຼັ້ມນີ້ສະໄໝດໍາລົງຕໍາແໜ່ງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດ.

ມື້ນິ້ ທີມງານໂຕະນໍ້າຊາ (www.tonamcha.com) ຂອງນໍາເອົາເນື້ອໃນບາງສ່ວນໃນປື້ມເຫຼັ້ມນີ້ມາແລກປ່ຽນກັບທຸກທ່ານ ວ່າດ້ວຍຫົວຂໍ້:

" ສູດເພື່ອອາຍຸວັນນະ ສຸຂະພະລະ  ຂອງທ່ານ ທອງລຸນ ສີສຸລິດ "



ສູດທີ່ທ່ານໄດ້ຂຽນໄວ້ໃນປຶ້ມທ່ານຄື : 1 ໃຈກາງ 2 ສິ່ງພື້ນຖານ  4  ສິ່ງທີ່ຄວນເອົາໃຈໃສ່ ເຊິ່ງຄວາມໝາຍຂອງແຕ່ລະປະໂຫຍກນັ້ນແມ່ນຈະຂໍອະທິບາຍຕາມລໍາດັບລຸ່ມນີ້:

1 ໃຈກາງ
ໝາຍຄວາມວ່າ: ຖືສຸຂະພາບເປັນໃຈກາງ ມີສຸຂະພາບເຂັ້ມແຂງສະເໜືອນມີທຸກສິ່ງທຸກຢ່າງ  ຖ້າສຸຂະພາບບໍ່ເຂັ້ມແຂວງທຸກໆຄວາມຄິດຂອງເຮົານັ້ນເຖິງຈະດີເລິດພຽງໃດກໍຕາມ ກໍບໍ່ມີປະໂຫຍດ. ຍ້ອນແນວນັ້ນຈຶ່ງເວົ້າໄດ້ວ່າສັດຕະວັດທີ 21 ແມ່ນສັດຕະວັດທີຖືສຸຂະພາບເປັນໃຈກາງ;

2 ສິ່ງພື້ນຖານ 
ໝາຍຄວາມວ່າ: (1).ສໍາລັບສິ່ງເລັກໆນ້ອຍໆກໍຄວນປ່ອຍວາງ(ໝາຍວ່າບໍ່ສົນໃຈໃຫ້ຖືແບບລວມໆ, ບໍ່ສິ່ງເລັກໆນ້ອຍໆ ແຕ່ຕ້ອງມີສະຕິ ແລະ ມີຫຼັກການຕໍ່ສິ່ງສຳຄັນ). (2). ແມ່ນຮັກສາທັດສະຄວາມໃຈກ້ວາງ, ສະບາຍ, ເປັນກັນເອງຕໍ່ໝົດທຸກຄົນ ແລະ ທຸກວຽກງານ ເຊິ່ງໝາຍຄວາມວ່າ ຄວນຫຼິກລ້ຽງໃຈຄໍຄັບແຄບ, ປິ້ນປົ້ນ: ພິຖີພິຖັນ ຫຼື ມີພິທີຫຼີ່ຕອງເກີນໄປ ແລະ ຈໍາກັດຮັດແຄບເກີນໄປ;



4  ສິ່ງທີ່ຄວນເອົາໃຈໃສ່  ໃນ 4 ສິ່ງທີ່ຄວນເອົາໃຈໃສ່ແມ່ນ:

  1. ຕົວເອງເປັນທ່ານໝໍທີ່ດີທີ່ສຸດຂອງຕົວເຮົາເອງ
  2. ເວລາແມ່ນຢາປິ່ນປົວພະຍາດດີທີ່ສຸດ
  3. ເງື່ອນໄຂທີ່ດີທີ່ສຸດໃຫ້ແກ່ສຸຂະພາບແມ່ນສະພາບຈິດໃຈສະຫງົບ
  4. ການເຄື່ອນໄຫວທີ່ດີທີ່ສຸດແກ່ສຸຂະພາບແມ່ນການຍ່າງເປັນປະຈໍາໃນແຕ່ລະວັນ

ນອກນັ້ນ, ໃນຫຼັງປົກຂອງປື້ມເຫຼັ້ມນີ້ຍັງຝາກຂໍ້ຄິດທີ່ສໍາຄັນ ແລະ ເປັນປະໂຫຍດສໍາລັບຜູ້ທີ່ຕ້ອງການມີສຸຂະພາບດີໂດຍມີເນື້ອງໃຈຕອນນັ້ນວ່າ :

"ສຸຂະພາບຈິດໃຈທີ່ດີທີ່ສຸດຄື ຈິດໃຈສະຫງົບ
 ການເຄື່ອນໄຫວທີ່ດີທີ່ສຸດຄືການຍ່າງ 
ການດໍາລົງຊີວິດຢ່າງລຽບງ່າຍ ແລະ ດ້ວຍຈິດໃຈສະຫງົບດີກວ່າໃຊ້ຢາ"


ຮຽບຮຽງ : ໂຕະນໍ້າຊາ  | tonamcha.com
-----------------

Powered by Blogger.