Header Ads

ເຄັດລັບແກ້ຄັນຫລັງຈາກທີ່ຖືກຍຸງກັດ



ເມື່ອເຂົ້າລະດູຝົນສິ່ງທີ່ຕາມມາກໍແມ່ນບັນດາພະຍາດທີ່ມາກັບລະດູຝົນເຊິ່ງຫຼາຍພະຍາດມີສັດເປັນພາຫະນານໍາເຊື້ອພະຍາດມາສູ່ຄົນໂດຍສະເພາະແມ່ນເດັກນ້ອຍທີ່ຕ້ອງເອົາໃຈໃສ່ ແລະ ລະມັດລະວັງເປັນພິເສດ ແລະ ໜຶ່ງໃນສັດທີ່ເປັນພາຫະນະນໍາເຊື້ອພະຍາດມາສູ່ຄົນກໍແມ່ນຍຸງໂດຍສະເພາະໄຂ້ເລືອດອອກທີ່ຂ້າຊີວິດຄົນຈໍານວນຫຼາຍໃນໂລກນີ້.  ມື້ນີ້ທີມງານໂຕະນໍ້າຊາ (tonamcha.com) ເລີຍຂໍເກັບເອົາເຄັດບໍ່ລັບຈາກສິ່ງທີ່ໃກ້ໂຕມາບອກເຖະງວິທີແກ້ຄັນ(ແກ້ຄັນ ບໍ່ແມ່ນແກ້ພະຍາດໄຂ້ເລືອດອອກ) ຫລັງຈາກທີ່ຖືກຍຸງກັດ ໂດຍທ່ານສາມາດເອົາ 1 ໃນ 6 ສິ່ງນີ້ມາທາບໍລິເວນທີ່ຖືກກັດ ທ່ານ ຫຼື ລູກນ້ອຍຂອງທ່ານກໍຈະເຊົາຄັນ.​


ນີ້ແມ່ນ 6 ສິ່ງລຸ່ມທີ່ສາມາດແກ້ຄັນຫລັງຈາກທີ່ຖືກຍຸງກັດ

1. ຫົວຜັກບົວ (ນ້ອຍ ຫຼື ໃຫຍ່) ຫຼື ຫົວຜັກທຽມ
2. ເກືອ
3. ຢາສີແຂ້ວ
4. ຫວ້ານຫາງແຂ້
5. ຫມາກນາວ
6. ນຳ້ກ້ອນ

ຖ້າທ່ານໃຊ້ ອັນໃດອັນໜຶ່ງ ຂ້າງເທິງນັ້ນແລ້ວ ຮັບຮອງວ່າເຊົ່າຄັນແນ່ນອນ  ແຕ່ສິ່ງທີ່ຄວນເອົາໃຈໃສ່ສຳລັບລູກນ້ອຍ ແມ່ນຄວນປ້ອງກັນບໍ່ໃຫ້ຍຸງກັດຈະດີກວ່າ ເພາະຖ້າຍຸງກັດແລ້ວມັນອາດເຮັດໃຫ້ລູກບໍສະບາຍໄດ້. 

© ໂຕະນໍ້າຊາ | tonamcha.com 
-----------------

Powered by Blogger.