Header Ads

ນາຍົກລັດຖະມົນຕີລາວ - ກຳປູເຈຍ ສືບຕໍ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ




ໃນວັນທີ 10 ພຶດສະພາ 2017, ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບພະນະທ່ານ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນແຊນ ນາຍົກ ລັດຖະມົນຕີແຫ່ງ ຣາຊະອານາຈັກກຳປູເຈຍ, ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກ ສາຫາລືເສດຖະກິດໂລກ ວ່າດ້ວຍອາຊຽນ ທີ່ນະຄອນຫຼວງພະນົມເປັນລາຊະອານາຈັກກຳປູເຈຍ, ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 10-12 ພຶດສະພາ 2017. ໃນການປະຊຸມພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ ການພົວພັນຮ່ວມມືລະຫວ່າງ ສອງປະເທດ ທີ່ນັບມື້ນັບໄດ້ຮັບການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ, ໂດຍການນຳຂັ້ນ ສູງຂອງສອງປະເທດໄດ້ມີ ການພົບປະ ແລະ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິໃນໄລຍະຜ່ານມາ, ໄດ້ເພີ່ມທະວີການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ກອງປະຊຸມສຸດຍອດຄັ້ງທີ 10 ລະຫວ່າງ ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກຳປູເຈຍ ໃນເດືອນກຸມພາ 2017 ທີ່ຜ່ານມາ ແລະ ຜົນສຳເລັດການເປີດການນຳໃຊ້ດ່ານ ສາກົນໜອງນົກຂຽນ - ຕຣາ ປຽງກຣຽນ ຢ່າງເປັນທາງການໃນເດືອນມັງກອນ 2017 ເພື່ອ ແນໃສ່ອຳນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ, ການ ຄ້າຂາຍ, ການຂົນສົ່ງ ຢູ່ບໍລິເວນຊາຍແດນ ແລະ ການນຳໃຊ້ໜັງສືຜ່ານຮ່ວມກັນ ຢ່າງເປັນເອກະພາບຢູ່ບັນດາດ່ານ ສາກົນ, ຊຶ່ງແມ່ນເຫດການໜຶ່ງທີ່ສຳຄັນໃນທ່າມກາງບັນຍາກາດທີ່ສອງປະເທດກຳລັງສະເຫຼີມສະຫຼອງວັນສ້າງຕັ້ງສາພົວພັນການທູດລາວ - ກຳປູ ເຈຍ ຄົບຮອບ 60 ປີ (15/6/ 1956- 15/6/2017).

ພາບທັງສອງຝ່າຍປຶກສາຫາລື 

ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຮຸນແຊນ



ພ້ອມກັນນີ້, ສອງຝ່າຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ ຄວາມຄືບໜ້າຂອງວຽກງານ ປັກຫຼັກໝາຍຊາຍແດນທີ່ໄດ້ຮ່ວມກັນສຳຫຼວດ ແລະ ປັກຫຼັກໝາຍຊາຍແດນໄດ້ສຳເລັດເປັນສ່ວນໃຫຍ່ ແລະ ໄດ້ສະເໜີໃຫ້ໜ່ວຍງານທີ່ກ່ຽວຂ້ອງຂອງສອງປະເທດສືບຕໍ່ປັກຫຼັກ ໝາຍຊາຍແດນໃນສ່ວນທີ່ຍັງຄົງຄ້າງ ເພື່ອໃຫ້ສຳເລັດບົນຈິດໃຈທີ່ເປັນຍາດພີ່ນ້ອງບ້ານໃກ້ເຮືອນຄຽງ, ຊຸກຍູ້ໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືກັນໃນການຮັກສາຄວາມສະຫງົບຕາມບໍລິເວນຊາຍແດນ ເພື່ອພ້ອມກັນສະກັດກັ້ນທຸກຮູບແບບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ການລັກລອບຂົນສົ່ງຢາເສບຕິດ, ການຄ້າມະນຸດ, ການຄ້າຂາຍໄມ້ເຖື່ອນ ແລະ ບັນດາປະກົດການຫຍໍ້ທໍ້ອື່ນໆ. 

ທ່ານ ທອງລຸນ ສີສຸລິດ ແລະ ທ່ານ ຮຸນແຊນ

ພາບບັນຍາກາດ ທັງສອງຝ່າຍປຶກສາຫາລື


ນອກຈາກນີ້, ສອງຝ່າຍຍິນດີ ສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ຊຶ່ງກັນ ແລະ ກັນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອດ້ານ ຕ່າງໆຈາກສາກົນ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ - ສັງຄົມຂອງສອງ ປະເທດ ໃຫ້ນັບມື້ໄດ້ຮັບໝາກຜົນຫຼາຍທີ່ຈະຫຼາຍໄດ້. ໃນໂອກາດນີ້, ພະນະ ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ຕີລາຄາສູງຕໍ່ໝາກຜົນໃນ ການພັດທະນາປະເທດຊາດ ຂອງກຳປູເຈຍ ທີ່ນັບມື້ນັບຈະເລີນຮຸ່ງເຮືອງຂຶ້ນດ້ວຍບາດ ກ້າວອັນໄວ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ຂອງການເປັນເຈົ້າພາບຈັດກອງປະຊຸມເວທີປຶກສາຫາລື ເສດຖະກິດໂລກ ວ່າດ້ວຍອາຊຽນໃນຄັ້ງນີ້ຂອງກຳປູເຈຍ ພາຍໃຕ້ການນຳພາຂອງ ພະນະ ທ່ານນາຍົກ ຮຸນແຊນ ໂດຍ ກົງ. ໃນຂະນະດຽວກັນ, ພະນະ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ກໍໄດ້ສະແດງຄວາມຂອບ ໃຈຕໍ່ພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ໄດ້ ນຳພາຄະນະຜູ້ແທນລາວມາ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດໂລກວ່າ ດ້ວຍອາຊຽນທີ່ກຳປູເຈຍເປັນ ເຈົ້າພາບຈັດໃນຄັ້ງນີ້.

ພາບຄວາມສໍາພັນ ລາວ -  ກຳປູເຈຍ 

© ໂຕະນໍ້າຊາ | tonamcha 
ເນື້ອໃນຂ່າວ: ໜັງສືພິມປະຊາຊົນ
-----------------


Powered by Blogger.