Header Ads

ແຂວງຈຳປາສັກມີແຕ່ເພດຍິງທີ່ຕິດອັນດັບນັກຮຽນເກັ່ງລະດັບຊາດ




ການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາ ແລະ ປະຖົມສຶກສາ ລະດັບຊາດສົກປີ 2016-2017 ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 24 – 28 ເມສາ 2017 ທີ່ຜ່ານມາ ຊຶ່ງຜົນການສອບເສັງ ນັກຮຽນເກັ່ງຈາກແຂວງຈຳປາສັກທັງຊັ້ນມັດທະຍົມສຶກສາ ແລະ ປະຖົມສຶກສາມີ 4 ຄົນທີ່ຕິດອັນດັບ ນັກຮຽນເກັ່ງລະດັບຊາດ, ແຕ່ທັງໝົດລ້ວນແຕ່ແມ່ນເພດຍິງ.

ໂດຍການສອບເສັງໃນຊັ້ນມັດທະຍົມສຶກສາຕອນປາຍ ມ.7 ແລະ ມັດທະຍົມຕອນຕົ້ນ ມ.4 ມີ 4 ວິຊາສອບເສັງຄື: ວິຊາພາສາລາວ-ວັນນະຄະດີ, ວິຊາຄະນິດສາດ, ວິຊາຟີຊິກສາດ ແລະ ວິຊາເຄມີສາດ. ສ່ວນການສອບເສັງຊັ້ນປະຖົມສຶກສາມີ ວິຊາພາສາລາວ, ວິຊາຄະນິດສາດ, ວິຊາໂລກອ້ອມຕົວ ແລະ ແຂ່ງຂັນ ຖາມ-ຕອບ ວິທະຍາສາດ-ຄວາມຮູ້ຮອບຕົວ.




ໃນຜົນການສອບເສັງຊັ້ນມັດທະຍົມຕອນປາຍ ມ.7 ນັ້ນ ມີນັກຮຽນເກັ່ງຈາກແຂວງຈຳປາສັກ 1 ຄົນ ຄື: ນາງ ຍົມມະລາ ທັນທະນາ ຈາກໂຮງຮຽນ ມສ.ໜອງແຕ້ ເມືອງຈຳປາສັກ ທີ່ໄດ້ອັນດັບ 3 ໃນການສອບ ເສັງວິຊາພາສາລາວ-ວັນນະຄະດີ. ສຳລັບຜົນການສອບເສັງຊັ້ນມັດທະຍົມຕອນຕົ້ນ ມ.4 ມີນັກຮຽນເກັ່ງຈາກ ແຂວງຈຳປາສັກ 2 ຄົນຄື: ນາງ ແກ້ວມຸກດາ ພູນສະຫວັດ ຈາກໂຮງຮຽນ ມສ.ໂພນໄຊ ເມືອງປາກເຊ ທີ່ໄດ້ອັນ ດັບທີ 2 ໃນວິຊາພາສາລາວ ແລະ ນາງ ທັກສະພອນ ກິລາທອງ ຈາກໂຮງຮຽນ ມສ. ຫົວສຽວ ເມືອງປາກເຊ ທີ່ໄດ້ອັນດັບທີ 3 ໃນວິຊາເຄມີສາດ. ສ່ວນຜົນການສອບເສັງຂັ້ນປະຖົມສຶກສາ ມີພຽງນາງ ທິບສະໄໝ ບຸດວິເສດ ຈາກໂຮງຮຽນ ແຮກມານ ເມືອງ ປາກເຊ ທີ່ໄດ້ອັນດັບທີ 2 ໃນວິຊາພາສາລາວ.
ຈາກຜົນການສອບເສັງນີ້ ຈຶ່ງນັບວ່າເປັນຜົນງານທີ່ໜ້າຍ້ອງຍໍຊົມເຊີຍເປັນຢ່າງຍິ່ງຕໍ່ຄູ-ອາຈານ ທີ່ໄດ້ ຕັ້ງໜ້າໃນການສິດສອນ ແລະ ບັນດານ້ອງນັກຮຽນທີ່ບຸກບືນສູ້ຊົນຮຳ່ຮຽນ. ເຖິງແນວໃດກໍ່ຕາມ, ເນື່ອງຈາກ ແຂວງຈຳປາສັກເປັນແຂວງໃຫຍ່ ເຄີຍມີມູນເຊື້ອຮຽນເກັ່ງຈຶ່ງມີຄຳຖາມຈາກຫຼາຍຄົນວ່າ: ເປັນຫຍັງນັກຮຽນເກັ່ງ ຈາກແຂວງຈຳປາສັກ ຈຶ່ງບໍ່ສາມາດຍາດໄດ້ອັນດັບທີ 1 ຈາກວິຊາໃດເລີຍ. ນອກນີ້ ຍັງມີຄຳຖາມອີກວ່າ: ນັກຮຽນເກັ່ງແຂວງຈຳປາສັກທີ່ເສັງໄດ້ຕິດອັນ ດັບໃນປີນີ້ເປັນຫຍັງຈຶ່ງມີແຕ່ເພດຍິງ? ທັງທີ່ຜ່ານມາເພດຊາຍ ກໍ່ຮຽນເກັ່ງຄືກັນ. ບັນຫານີ້ແນ່ນອນວ່າທຸກຄົນມີຄຳຕອບ ແລະ ຄົງຢາກເຫັນນັກຮຽນເກັ່ງຈາກແຂວງ ຈຳປາສັກ ຍາດໄດ້ລະດັບດີກວ່ານີ້ ໃນການສອບເສັງລະດັບຊາດໃນປີຕໍ່ໄປ.


ທີ່ມາ: ໜັງສຶພິມຈໍາປາໃໝ່   | ພາບປະກອບບົດຂ່າວ:  World Food Progamme
© ໂຕະນໍ້າຊາ | toanmcha.com 
-----------------





Powered by Blogger.