Header Ads

Oriental Lion ແມ່ນສິງແກະສະລັກດ້ວຍໄມ້ທີ່ໃຫຍ່ທີ່ສຸດໃນໂລກ




Oriental Lion ແມ່ນສິງແກະສະລັກດ້ວຍໄມ້ທີ່ໃຫຍ່ທີ່ສຸດໃນໂລກ

ສໍາລັບ Oriental Lion ແມ່ນຕັ້ງຢູ່ Times Square  ຂອງອາຄານ Fortune Plaza ປະເທດຈີນ ເຊິ່ງແມ່ນທີມສະຖາປານິກຊາວຈີນ Dengding Rui Yao ເປັນຜູ້ອອກແບບ ໂດຍການແກະສະລັກສິງໂຕນີ້ແມ່ນໃຊ້ເວລາເຖີງ 3 ປີ ແລະ ໃຊ້ທີມແກະສະລັກເຖິງ 20 ຄົນ.  Dengding Rui Yao ໃຫ້ເຫດຜົນເປັນຫຍັງຈິ່ງເລືອກແກະສະລັກສິງ ເພາະສິງມີປະຫວັດສາດຍາວນານກັບຄົນຈີນ, ສິງສະທ້ອນເຖິງພະລັງອໍານາດ ແລະ ຄວາມຍິ່ງໃຫຍ່ ເຊິ່ງຄົນຈີນທົ່ວໄປນິຍົມມີຮູບປັ້ນສິງມາຕັ້ງໄວ້ໜ້າຮືອນ. ສໍາລັບສິງແກະສະລັກໂຕນີ້ແມ່ນມີຄວາມຍາວ 14.5 ແມັດ, ສູງ 5 ແມັດ ແລະ ກ້ວາງ 4ແມັດ ໂດຍນໍາໃຊ້ຕົ້ນໄມ້ຈາກໂຮງເລື່ອຍແຫ່ງໜຶ່ງໃນປະເທດມຽນມາ. 

ຮູບຕົ້ນໄມ້ທີ່ນໍາມາແກະສະລັກ

ຮູບດ້ານຂ້າງຂອງສິງແກະສະລັກ

ຮູບດ້ານໜ້າຂອງສິງແກະສະລັກ

ຂະໜາດໃຫຍ່ກວ່າຄົນຫຼາຍເທົ່າ

ຕັ້ງຢູ່ Times Square  ຂອງອາຄານ Fortune Plaza, ປະເທດຈີນ 


© ໂຕະນໍ້າຊາ | tonamcha.com 
-----------------



Powered by Blogger.