Header Ads

ສະຫນາມບິນ ອຸດົມໄຊ ຈະໄດ້ປິດຊົ່ວຄາວເພື່ອສ້ອມແປງ ນັບແຕ່ວັນທີ 01/07/2017 ເຖິງ 01/10/2017



ອີງຕາມແຈ້ງການ ສະບັບເລກທີ 2337/ກຄບ ລົງວັນທີ 26/06/2017 ຈາກ ກອງຄຸ້ມຄອງສະໜາມບິນ ແຫ່ງ ສປປ ລາວ, ລັດວິສາຫະກິດ ຂໍແຈ້ງໃຫ້ທຸກທ່ານຊາບວ່າ “ສະຫນາມບິນ ອຸດົມໄຊ ຈະໄດ້ປິດຊົ່ວຄາວເພື່ອສ້ອມແປງ ນັບແຕ່ວັນທີ 01/07/2017 ເຖິງ 01/10/2017 ( 03 ເດືອນ )”




 ສະນັ້ນ, ພວກເຮົາຈະໄດ້ ຢຸດຕິ ການຂາຍປີ້ ຈອງບ່ອນ ໄປຍັງສະຫນາມບິນດັ່ງກ່າວ ນັບແຕ່ມື້ແຈ້ງການນີ້ເປັນຕົ້ນໄປ ຈົນກວ່າ ການສ້ອມແປງສະຫນາມບິນດັ່ງກ່າວ ຈະສຳເລັດ.




ສຳຫລັບລູກຄ້າທ່ານໃດທີ່ຕ້ອງການເດີນທາງໄປຍັງອຸດົມໄຊ ໃນຊ່ວງເວລາດັ່ງກ່າວ ແມ່ນສາມາດເດີນທາງໄປລົງທີ່ສະຫນາມບິນໃກ້ຄຽງໄດ້ຕາມປົກະຕິ ເຊັ່ນ: ສະຫນາມບິນ ຫລວງນຳ້ທາ. 


ທີ່ມາການບິນລາວ 
© ໂຕະນໍ້າຊາ | tonamcha.com  
___________



Powered by Blogger.