ຈາລຶກ 50 ປີກັບການກຳເນີດຕູ້ ATM 27/06/1967-27/06/2017
ຈອນ ເຊພເພີຣດ ຊາວອັງກິດ ເປັນຜູ້ປະດີດຕູ້ ATM ຕູ້ທໍາອິດຂອງໂລກໃນປີ 1965 ເຊິ່ງເກີດຈາກການພົບບັນຫາໃນການຖອນເງິນ ໂດຍລາວຈະໄປຖອນເງິນໃນຕອນທ້າຍອາທິດ ແຕ່ໄປຊ້າພຽງນາທີດຽວ ກ່ອນທີ່ທະນາຄານຈະປິດໃຫ້ບໍລິຫານ ແລະ ນັ້ນກໍເຮັດທີ່ມາໃຫ້ລາວເກີດມີແນວຄິດຢາກສ້າງຕູ້ ATM ສໍາລັບຖອນເງິນ ແລະ ນໍາເອົາແນວຄິດນີ້ໄປສະເໜີທະນາຄານ ບາຣເຄສ (Barclays).
ຈອນ ເຊພເພີຣດ ເລີ່ມການປະດິດ ຕູ້ ATM ຈາກການດັດແປງເຄື່ອງຈໍາໜ່າຍຊ໊ອກໂກແລດ ເຊິ່ງລາວຫຼຸດລະຫັດຜ່ານຈາກ 6 ໂຕມາເຫຼືອພຽງ 4 ໂຕດ້ວຍເຫດຜົນທີ່ມັນຍາວເກີນໄປ ເຮັດໃຫ້ເມຍລາວບໍ່ຈື່ລະຫັດ ATM ໂຕເອງບໍ່ໄດ້.
ໃນວັນທີ 27 ມິຖຸນາ 1967 ( ຫຼຶ ກົງກັບມື້ນີ້ 27 ມິຖຸນາ 2017 ) ຕູ້ ATM ເຄື່ອງທໍາອິດຂອງໂລກກໍຖືກເປີດໂຕຢ່າງເປັນທາງການ ໂດຍມີພຽງ 6 ເຄື່ອງ ແລະ ສາມາດຖອນເງິນພຽງຄັ້ງລະ 10 ປອນເທົ່ານັ້ນ.
© ໂຕະນໍ້າຊາ | tonamcha.com
___________
Post a Comment