Header Ads

ບໍລິສັດ ເວີດເພຣສ ປະກາດປິດສໍານັກງານພາຍຫຼັງທີ່ພະນັກງານເລືອກທີ່ຈະເຮັດວຽກຢູ່ເຮືອນແທນ



ບໍລິສັດ ເວີດເພຣສ  (Wordpress Inc) ເປັນບໍລິສັດທີ່ເກີດມາຈາກ Sart Up ສູ່ການເປັນເພຣດຟອມ ການສ້າງເວບໄຊ້ ທີ່ມີຜູ້ຄົນໃຊ້ເຖິງ 54.3 % ເຊິ່ງເປັນຕົວເລກທີ່ສູງທີ່ສຸດກວ່າບັນດາເພຣດຟອມອື່ນໆ.​ ສໍານັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດ ເວີດເພຣສ ປະກາດປິດສໍານັກງານໃຫຍ່ ໂດຍມີນະໂຍບາຍໃຫ້ພະນັກງານເຮັດວຽກຢູ່ໃສກະໄດ້ໃນທຸກມຸມຂອງໂລກ ໂດຍບໍ່ຈໍາເປັນຕ້ອງເຂົ້າຫ້ອງການ ແລະ ບໍລິສັດກຽມຂາຍສໍານັກງານໃຫຍ່ທີ່ ຊານຟານຊິສໂກ ສະຫະລັດອາເມລິກາ.  ບໍລິສັດ ເວີດເພຣສ ມີພະນັກງານທັງໝົດ 550  ຄົນ ແຕ່ມີພະນັກງານມາເຮັດວຽກປະຈໍາພຽງ 5 ຄົນເທົ່ນັ້ນ ຈົນຕ້ອງຕັດສີນໃຈປິດສໍານັກງານ ແລະ ສ້າງນະໂຍບາຍການເຮັດວຽກແບບໃໝ່ມາທົດແທນ.​ 



ຢ່າງໃດກໍຕາມ ,​ ບໍລິສັດ ຍັງມີນະໂຍບາຍ ໃຫ້ເງິນພີເສດແກ່ພະນັກງານ ໂດຍສາມາດເຮັດວຽກຕາມສະຖານທີ່ co-working space  ຕ່າງໆໄດ້ ແລະ ບໍລິສັດຈະຈ່າຍເງິນ 250 ໂດລາຕໍ່ເດືອນໃຫ້ກັບພະນັກງານ. 



© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.