Header Ads

ລັດຖະບານເລັ່ງໃຫ້ການບິນລາວຕ້ອງປັບຕົວເພື່ອຄວາມຢູ່ລອດ


ລັດຖະບານເລັ່ງໃຫ້ລັດວິສາຫະກິດລາວຫລາຍກວ່າ 180 ຫົວໜ່ວຍຕ້ອງປັບປຸງ ແລະ ຫັນທິດໃຫ້ສອດຄ່ອງກັບການປ່ຽນແປງໃໝ່ເພື່ອຄວາມຢູ່ລອດ ຂະນະທີ່ລັດວິສາຫະກິດການບິນແມ່ນ 1 ໃນ 180 ຫົວໜ່ວຍວິສາກະກິດພວມປະເຊີນໜ້າສິ່ງທ້າທາຍ ແລະ ດິ້ນຮົນເພື່ອຊອກຫາຄູ່ຮ່ວມທຶນໃນການພັດທະນາ ແລະ ຮັບມືກັບການແຂ່ງຂັນກັນຢ່າງດຸເດືອດກ່ຽວກັບອຸດສາຫະກໍາການບິນ.



ທ່ານ ຈະເລີນ ເຢຍເປົາເຮີ ໂຄສົກລັດຖະບານໄດ້ເປີດເຜີຍເດືອນນີ້ວ່າ: ກອງປະຊຸມລັດຖະບານປະຈໍາເດືອນມິຖຸນາໄດ້ເຫັນດີໃຫ້ບັນດາລັດວິສາຫະກິດຈໍານວນ 180 ຫົວໜ່ວຍຕ້ອງເລັ່ງປັບປຸງ,ຊອກຫາຄູ່ຮ່ວມພັດທະນາທັງພາຍໃນ ແລະ ຕ່າງປະເທດຢ່າງຮີບດ່ວນເພື່ອສ້າງຄວາມເຂັ້ມແຂງ ແລະ ຍືນຍົງໃນອະນາຄົດ.



ສປປ ລາວມີປະຊາກອນພຽງ 6 ລ້ານກວ່າຄົນກັບເສດຖະກິດຂະຫຍາຍຕົວສະເລ່ຍປະມານ 7% ຕໍ່ປີ ໃນນັ້ນຂະແໜງການສະໜັບສະໜູນຕົ້ນຕໍແມ່ນພະລັງງານ-ບໍ່ແຮ່, ທ່ອງທ່ຽວ, ກະສິກໍາ ແລະ ວິສາຫະກິດຂະໜາດນ້ອຍ-ຂະໜາດກາງຈໍານວນໜຶ່ງ ແຕ່ເບິ່ງຢ້ອນຄືນອະດີດຜ່ານມາ ອຸດສາຫະກໍາການບິນລາວໄດ້ປະເຊີນໜ້າກັບສິ່ງທ້າຍບໍ່ໜ້ອຍໃນດ້ານທຶນຮອນ, ການບໍລິການ, ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ຄູ່ແຂ່ງຂັນ ແລະ ອື່ນໆ ເຊິ່ງລັດຖະບານອາດຖົມຂຸມຕະຫລອດເພາະເປັນຂະແໜງການໜຶ່ງທີ່ສໍາຄັນ ແລະ ຈໍາເປັນ.




ອຸດສາຫະກໍາການບິນພາຍນອກທີ່ພວມບີບບັງຄັບ ແລະ ກົດດັນອຸດສາຫະກໍາການບິນລາວອາດໜີບໍ່ພົ້ນບໍລິສັດຍັກໃຫຍ່ຄື: ສາຍການບິນແອເອເຊຍ, ສາຍການບິນຈີນ, ສາຍການບິນ ສ.ເກົາຫລີ, ສາຍບິນໄທ ແລະ ອື່ນໆ ເຊິ່ງການບິນລາວບໍ່ສາມາດປັດຕິເສດໄດ້ ທາມກາງການບິນລາວຢືນຕໍ່ໜ້າຍັກໃຫຍ່ຄວນຈະເຮັດແນວໃດເພື່ອຄວາມຢູ່ລອດ ພາຍໃຕ້ຄ່າໃຊ້ຈ່າຍລາຍວັນທີ່ຕ້ອງປະຕິບັດໂດຍສະເພາະການບໍາລຸງຮັກສາເຮືອບິນ, ການເຊົ່າຈອດເຮືອບິນ, ນໍ້າມັນເຮືອບິນ, ພະນັກງານ ແລະ ອື່ນໆ.


ທີ່ມາຂປລ 
© ໂຕະນໍ້າຊາ | tonamcha.com  


___________


Powered by Blogger.