Header Ads

ກະຊວງສຶກສາ ປະກາດເອົາຈິງຕໍ່ຜູ້ລັກລອບສົ່ງຂໍ້ສອບອອກສູ່ພາຍນອກກ່ອນມື້ສອບເສັງ



ການສອບເສັງຈົບຊັ້ນມໍຕົ້ນເລີ່ມຂຶ້ນມຶ້ນີ້  ແລະ ມ ປາຍຈະມີຂຶ້ນໃນອາທິດຫນ້າ. ຂະນະທີ່ກະຊວງສຶກສາທິການ ແລະ ກິລາ ປະກາດຈະເອົາຈິງເອົາຈັງໃນການວາງລະບຽບເພື່ອໃຫ້ການສອບເສັງມີຄຸນນະພາບ ແລະ ປະສິດທິພາບສູງຂື້ນ, ໂດຍການຮ່ວມມືກັບກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງໄປສະນີໂທລະຄົມ ແລະ ການສື່ສານ, ໃນການກວດກາ ແລະ ຕິດຕາມຜູ້ກະທຳຜິດລັກລອບສົ່ງຂໍ້ສອບອອກສູ່ພາຍນອກ ຫາກພົບເຫັນຈະດຳເນີນຄະດີຕາມລະບຽບກົດໝາຍ.

ທ່ານຫົວໜ້າກົມມັດທະຍົມສຶກສາທິການ ແລະ ກິລາ ໃຫ້ຮູ້ວ່າ: ສຳລັບກົດລະບຽບການສອບເສັງຂອງນັກຮຽນປີນີ້, ຄະນະກຳມະການຄຸ້ມຄອງຫ້ອງສອບເສັງຈະບໍ່ອະນຸຍາດໃຫ້ນຳໃຊ້ໂທລະສັບມືຖື, ເຄື່ອງມືສື່ສານ ແລະ ເອກະສານທຸກຊະນິດເຂົ້າໄປໃນຫ້ອງສອບເສັງ, ຖ້າຫາກພົບເຫັນຜູ້ລະເມີດຈະຖຶກຕັດສິດສອບເສັງທຸກວິຊາ ສ່ວນຄະນະກຳມະການຄຸ້ມຄອງຫ້ອງສອບເສັງຖ້າພົບເຫັນປ້ອນຂໍ້ມູນ, ປ່ອຍໃຫ້ນັກຮຽນຈົດກ່າຍນຳເອກະສານແມ່ນຈະໄດ້ລົງວິໄນຕາມລະບຽບຫຼັກການຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ; ທັງນີ້, ກໍ່ເພື່ອຮັບປະກັນຄຸນນະພາບຂອງການສອບເສັງ ແລະ ຄວາມສະຫງົບໃນສັງຄົມ.



ຂະນະດຽວກັນ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ຮ່ວມມືກັບກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງໄປສະນີໂທລະຄົມ ແລະ ການສື່ສານໃນການຕິດຕາມເອົາຜູ້ກະທຳຜິດໃນການສອບເສັງ, ໂດຍສະເພາະຜູ້ລັກລອບສົ່ງຂໍ້ສອບເສັງອອກສູ່ພາຍນອກມາດຳເນີນຄະດີຕາມລະບຽບກົດໝາຍໃຫ້ໄດ້.

ທ່ານຫົວໜ້າກົມໃຫ້ຮູ້ອີກວ່າ: ສົກຮຽນ 2016-2017 ນີ້, ທົ່ວປະເທດມີນັກສອບເສັງຈົບຊັ້ນ ມ4 ແລະ ມ7 ຈຳນວນ 159.349 ຄົນ, ໃນນີ້ເສັງຈົບຊັ້ນ ມ4 ມີ 97.095 ຄົນ ຍິງ 46.488 ຄົນ, ເພີ່ມຂື້ນ 7.872 ຄົນ ເມື່ອທຽບໃສ່ສົກຮຽນຜ່ານມາ. ແບ່ງອອກເປັນ 688 ສູນສອບເສັງ, ມີ 4.560 ຫ້ອງ ສອບເສັງ; ສອບເສັງໃນ 6 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ວິທະຍາສາດ-ທຳມະຊາດ, ວິທະຍາສາດ-ສັງຄົມ, ສຶກສາພົນລະເມືອງ ແລະ ພາສາອັງກິດ, ຊຶ່ງຈະມີຂື້ນໃນລະຫວ່າງວັນທີ 13-15 ມິຖຸນານີ້.



ສຳລັບ ມ7 ມີນັກຮຽນເຂົ້າສອບເສັງທັງໝົດ 62.254 ຄົນ, ຍິງ 29.042 ຄົນ ເພີ່ມຂຶ້ນ  3.369 ຄົນ ທຽບກັບສົກປີຜ່ານມາ, ສະເພາະປີນີ້ມີ 381 ສູນສອບເສັງ, ມີ 2.997 ຫ້ອງ, ປະກອບມີ 4 ວິຊາສອບເສັງຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟິຊິສາດ ແລະ ປະຫວັດສາດ, ຊຶ່ງຈະມີການສອບເສັງໃນລະຫວ່າງວັນທີ 20-21 ມິຖຸນານີ້.

ກະຊວງສຶກສາທິການ ແລະ ກິລາ ໄດ້ແຕ່ງຕັ້ງພະນັກງານວິຊາການຈຳນວນໜື່ງໄປປະຈຳຢູ່ສູນອອກຂໍ້ສອບເສັງ, ໂດຍສູນດັ່ງກ່າວບໍ່ອະນຸບາດໃຫ້ໃຊ້ໂທລະສັບ ແລະ ເຄື່ອງມືສື່ສານໃດໆທັງສິ້ນ, ເພື່ອຈຳກັດບໍ່ໃຫ້ມີການພົວພັນລະຫວ່າງພາຍໃນ ແລະ ພາຍນອກສູນ, ທັງຮັບປະກັນບໍ່ໃຫ້ຂໍ້ສອບຮົ່ວໄຫຼ, ເຊິ່ງການອອກຂໍ້ສອບເສັງມີທັງຕົ້ນສະບັບ ແລະ ສະບັບສຳຮອງ ເພື່ອຮັບຮອງກໍລະນີເກີດສຸກເສີນ ເມື່ອອກຂໍ້ສອບເສັງສຳເລັດກ່ອນການສອບເສັງແມ່ນໄດ້ມີການຫຸ້ມຫໍ່ເອກະສານເປັນຢ່າງດີແລ້ວນຳສົ່ງໄປສູນສອບເສັງຕ່າງໆໃນຂອບເຂດທົ່ວປະເທດໃຫ້ປອດໄພ.



ໃນສົກຮຽນ2014-2015 ກະຊວງສຶກສາທິການ ແລະ ກີລາ ໄດ້ປະກາດໂຈະການສອບເສັງວິຊາໃນມື້ສຸດທ້າຍ(26ມິຖຸນາ 2015)  ຫຼັງພົບຂໍ້ສອບຮົ່ວໄຫລ ໂດຍປະກາດເລື່ອນການສອບໃສ່ວັນທີ 29 ມິຖູນາແທນ.



ທີ່ມາ: ໜັງສືພິມລາວພັດທະນາ
© ໂຕະນໍ້າຊາ | tonamcha.com  

___________


Powered by Blogger.