Header Ads

ແຜ່ນດິນໄຫວຂະໜາດ 6.3 ແມັກນິຈູດ ທີ່ຕວກກີ ແລະ ເກຣັກ ເສຍຊີວິດ 1 ຄົນ ແລະ ບາດເຈັບຈໍານວນ 10 ຄົນ


ໃນວັນທີ 12 /06/2017 ເກີດເຫດແຜ່ນດິນໄຫວ 6.3 ແມັກນິຈູດ ນອກຝັ່ງຕາເວັນຕົກຂອງຕວກກີ ລະຫວ່າງເກາະເລສບອສ ແລະ ໝູ່ເກາະຄິອອສ ສົ່ງຜົນໃຫ້ອາຄານບ້ານເຮືອນເສຍຫາຍ ໃນພື້ນທີ່ຕັ້ງແຕ່ແຂວງອິດສະມີຂອງຕວກກີ ໄປຈົນເຖິງນະຄອນເອເທນ ເມືອງຫຼວງຂອງເກຣັກ ເຮັດໃຫ້ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບຈໍານວນ 10  ຄົນ. 



ຂໍ້ມູນເພີ່ມເຕີມບອກໃຫ້ຮູ້ວ່າ ປະເທດຕວກກີແມ່ນຕັ້ງຢູ່ບໍລິເວນຮອຍເລື່ອນຂະໜາດໃຫຍ່ ຈິງເຮັດໃຫ້ມີເຫດການແຜ່ນດິນໄຫວເກີດຂຶ້ນຕະຫຼອດ ເຊິ່ງໄລຍະຜ່ານມາຕວກກີ ເກີດເຫດແຜ່ານດິນໄຫວມາແລ້ວ 2 ຄັ້ງໂດຍຄັ້ງທີ່ 1 ແມ່ນເກີດຂື້ນໃນປີ 1999 ມີຜູ້ເສຍຊີວິດເຖິງ 20 ພັນຄົນ ແລະ ຄັ້ງທີ 2 ແມ່ນເກີດຂື້ນໃນປີ 2012 ເຊິ່ງມີຜູ້ເສຍຊີວິດຈໍານວນ 600 ກວ່າຄົນ. 




 ໂດຍໃນປີ 1999 ເກີດແຜ່ນດິນໄຫວຂະໜາດໃຫຍ່ 2 ຄັ້ງ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ  18 ພັນຄົນ ແລະ ອີກ 1 ຄັ້ງໃນປີ 2012 ເຊິ່ງມີຜູ້ເສຍຊີວິດ 600 ກວ່າຄົນ. 






ທີ່ມາ: Reuters & Time 
© ໂຕະນໍ້າຊາ | tonamcha.com  
___________







Powered by Blogger.