Header Ads

ນາຍົກລັດຖະມົນຕີ ຢ້ຽມຢາມພື້ນຖານການຜະລິດ ຢູ່ນະຄອນຫລວງວຽງຈັນ ແລະ ແຂວງວຽງຈັນ



ໃນ​ວັນ​ທີ 20 ມິຖຸນາ 2017, ທ່ານ​ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ພ້ອມ​ຄະນະ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ຊີ້​ນຳ​ວຽກງານ ຢູ່​ພື້ນຖານ​ການ​ຜະລິດຫລາຍ​ແຫ່ງ ​ເປັນ​ຕົ້ນ ສູນ​ຝຶກ​ອົບຮົມ​ເຕັກ​ນິກກະສິກຳ ​ແລະ ພັດທະນາ​ຊົນນະບົດ ​(​ແຊມ​ວນອຸນດົງ) ​ແລະ ສູນ​ຂໍ້​ມູນທີ່​ນຳ​ໃຊ້​ພະລັງງານ​ຢ່າງ​ມີ​ປະສິດທິພາບ ​ແຫ່ງ ​ສປປ ລາວ (ສູນ​ຂໍ້​ມູນ Data Center) ຢູ່​ເຂດ​ດົງໝາກຄາຍ ນະຄອນຫລວງວຽງຈັນ. ຈາກ​ນັ້ນ, ​ໄດ້​ສືບຕໍ່ຢ້ຽມຊົມ​ສວນ​ປູກ​ພືດ​ຜັກ​ປອດ​ສານພິດ ໃນ​ເຮືອນ​ຮົ່ມ ຢູ່​ບ້ານ​ຫາດ​ໄຊ ເມືອງ​ທຸລະຄົມ, ຢ້ຽມຊົມ​ການ​ທົດ​ລອງ​ລ້ຽງ​ງົວ​ຜູ້​ທອມ ​​ແລະ ງົວ​ແມ່​ປັບປຸງ​ພັນຂອງ​ຄອບຄົວ​ຕົວ​ແບບ ບ້ານ​ຖິ່ນ​ຍຸງ, ​ໂຮງງານ​ຜະລິດ​ຕະພັນ​ຫວາຍ ເມືອງ​ວຽງຄຳ, ພ້ອມ​ທັງຢ້ຽມຢາມ​ພົບ​ປະ​ກັບ​ປະຊາຊົນ ບ້ານ​ຫັດຖະກຳ​ຈັກສານນາ​ຍາງ ​ແລະ ປະຊາຊົນ​ບ້ານ​ແອກ​ຊ້າງ ​ເມືອງ​ໂພນ​ໂຮງ ​ແຂວງ​ວຽງຈັນ.



 ສູນ​ຝຶກ​ອົບຮົມ​ເຕັກ​ນິກກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ແມ່ນ​ນອນ​ຢູ່​ໃນ​ໂຄງການ​ພັດທະນາ​ຊົນນະບົດ ​ແບບ​ປະສົມ​ປະສານ ຕາມ​ແບບແຊມ​ວນອຸນດົງ ​ເຊິ່ງ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ລ້າ​ຈາກ​ລັດຖະບານ ສ.​ເກົາຫລີ ​ເລີ່​ມ​ແຕ່ປີ 2015-2019 ​ໃນ​ມູນ​ຄ່າ 14 ລ້ານ​ກວ່າ​ໂດ​ລາ​ສະຫະລັດ, ​ໂດຍ​ມີ​ເປົ້າໝາຍຈັດ​ຕັ້ງ​ປະຕິບັດ​ວຽກງານ​ຢູ່ 6 ​ເມືອງ, 30 ບ້ານ​ເປົ້າໝາຍຂອງ​ແຂວງ​ວຽງຈັນ ​ແລະ ສະຫວັນ​ນະ​ເຂດ. ປັດຈຸບັນ ສູນ​ດັ່ງກ່າວ ​ໄດ້​ຮັບ​ການກໍ່ສ້າງ​ສຳ​ເລັດ​ແລ້ວ 90%, ຄາດ​ວ່າ​ຈະ​ສຳ​ເລັດ​ສົມບູນ ​ແລະ ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ​ໃນ​ທ້າຍ​ປີ​ນີ້ ​ໃນ​ມູນ​ຄ່າ 2,2 ລ້ານ​ໂດ​ລາ​ສະຫະລັດ, ​ໃນ​ໄລຍະ​ດຳ​ເນີນການກໍ່ສ້າງສູນ ຍັງໄດ້​ມີ​ການ​ຝຶກ​ອົບຮົມ ​ໃຫ້​ແກ່​ພະນັກງານ​ສູນ, ການ​ນຳ​ບ້ານ, ການ​ນຳ​ແມ່ຍິງ, ລວມທັງ​ການ​ນຳ ແຊມ​ວນອຸນດົງ ​ເກືອບ 200 ຄົນ.

ສຳລັບສູນ​ຂໍ້​ມູນ Data Center ​ແມ່ນ​ໄດ້​ຮັບ​ການສະໜັບສະໜູນຊ່ວຍ​​ເຫລືອ​ລ້າ​ ຈາກລັດຖະບານ​ຍີ່ປຸ່ນ ​ຊຶ່ງປະກອບ​ມີ​ອຸປະກອນ​ໄອ​ທີຄົບ​ຊຸດ​ ບັນຈຸ​ໃນ​ຕູ້​ຄອນ​ເທ​ນ​ເນີ, ມີ 340 Server, ຂະໜາດບັນຈຸ​ຂໍ້​ມູນ​ໃນຮາດ​ດິສ HDD:400 TB/40.000 GB, ອີງ​ຕາມ​ການ​ປະ​ເມີນ​ເບື້ອງ​ຕົ້ນ ​ແມ່ນ​ຈະ​ໄດ້​ນຳ​ໃຊ້ພຽງ 15-20% ​ເພື່ອ​ບັນຈຸ​ຂໍ້​ມູນ​ ທີ່​ມີ​ໃນ​ປັດຈຸບັນຢູ່​ທົ່ວ​ປະ​ເທດ. ສູນ​ຂໍ້​ມູນ Data Center ມີ​ຄວາມ​ສາມາດ​ສູງ ​ຊຶ່ງໄດ້​ອອກ​ແບບ ​​ເພື່ອ​ຮອງ​ຮັບ​ໃຫ້​ແກ່​ການ​ນຳ​ໃຊ້ດ້ວຍ​ຫລາຍ​ລະບົບ ​ໃນ​ວຽກງານ​ຄຸ້ມ​ຄອງ-​ບໍລິຫານ​ລັດ ​ແບບ​ທັນ​ສະ​ໄໝ ​ແລະ ຈະ​ປະກອບສ່ວນ​ສຳຄັນ ​ເຮັດ​ໃຫ້​ລະບົບ​ບໍລິການ​ປະຕູ​ດຽວ​ແຫ່ງ​ຊາດ ​ໄດ້​ຮັບ​ຜົນ​ເປັນ​ຈິງ.

ການ​ຢ້ຽມຢາມ​ພື້ນຖານ​ການ​ຜະລິດ​ ໃນ​​ແຕ່​ລະ​ບ່ອນ, ທ່ານ​ນາຍົກລັດຖະມົນຕີ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ພ້ອມ​ທັງ​ຢ້ຳ​ໃຫ້​ສືບຕໍ່ຈັດ​ຕັ້ງ​ປະຕິບັດທຸກ​ໂຄງການ, ທຸກ​ກິດຈະກຳ​ໃຫ້​ມີ​ຜົນສຳ​ເລັດ ໂດຍ​ສະ​ເພາະ​ໂຄງ ການແຊມ​ວນອຸນດົງ ຊຶ່ງໄດ້​ມາ​ສ້າງ​ກອບ​ນະ​ໂຍບາຍ​ຢູ່​ປະ​ເທດ​ລາວ ​ເພື່ອ​ເຊື່ອມ​ໂຍງ​ກັບ​ວຽກງານ​ສາມ​ສ້າງ, ການ​ສ້າງ​ບ້ານ​ທົດ​ລອງ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ເຂດ​ຊົນນະບົດ, ສ້າງ​ລາຍ​ຮັບ​ ແລະ ອື່ນໆ ​ຊຶ່ງເຫັນ​ວ່າ​ ຈະ​ເປັນ​ຜົນ​ໃນ​ການ​ຫລຸດຜ່ອນ​ ຄວາມທຸກ​ຍາກ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ມີ​ຄວາມ​ຍືນ​ຍົງ​ໃນ​ອະນາຄົດ./.



ທີ່ມາ:  ຣາຊະ​ວົງ-​ພາບ​:ໄອ່ 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.