Header Ads

ວ່າດ້ວຍ : ລະດູການຊີວິດ



ຖ້າຄໍາວ່າ "ເມື່ອຍ" ເຮັດໃຫ້ເຈົ້າທໍ້ ແລະ ເບື່ອໜ່າຍກັບຊີວິດ ຂໍໃຫ້ເຈົ້າເບິ່ງຮູບສາວນ້ອຍຄົນນີ້ ທີ່ລາວຕ້ອງໃຊ້ໜຶ່ງຊີວິດເພື່ອຕໍ່ອີກຫຼາຍຊີວິດທີ່ຢູ່ເບື້ອງຫຼັງຂອງຄອບຄົວລາວ...

ລາວເມື່ອຍແຕ່ລາວກໍຮູ້ຈັກພັກ
ລາວໜັກແຕ່ກໍຕ້ອງແບກຕໍ່
ລາວທໍ້ແຕ່ບໍ່ເຄີຍຖອຍ
ລາວອາດນໍ້າຕາຍ້ອຍ ແຕ່ບໍ່ເຄີຍໂທດຕົ້ນທຶນຊີວິດ
ລາວຄິດພຽງເພື່ອວັນນີ້ຕ້ອງມີກີນ
ລາວດີ້ນລົນເພື່ອຄົນທີ່ຕົນເອງຮັກ
ລາວພັກເກັບເອົາແຮງເພື່ອໄປຫາເປົ້າໝາຍຍັງຢູ່ໄກ
ລາວສູ້ດ້ວຍຫົວໃຈທີ່ເຂັ້ມແຂງ
ລາວບໍ່ສະແດງຄວາມອ່ອນແອພາຍໃນໃຫ້ຄົນຮູ້
ແຕ່ລາວຍັງສູ້ທຸກນາທີທີ່ຫາຍໃຈ



ແລ້ວເຈົ້າເປັນຫັຍງຈິ່ງຍອມແພ້ບັນຫາຊີວິດພຽງຊ້ຽວໜຶ່ງຂອງຊີວິດສາວນ້ອຍຄົນນີ້ ເຊິ່ງວຽກລາວ ບໍ່ມີຫ້ອງແອ, ບໍ່ມີເງິນເດືອນລໍຢູ່ທ້າຍເດືອນ,ບໍ່ມີວັນພັກເສົາອາທິດ, ບໍ່ມີໂບນັດທ້າຍປີ ແລະ ບໍ່ມີຄອມມີຊັ້ນເພື່ອຍ້ອມໃຈເມື່ອເຮັດວຽກໜັກ.


ຖ້າເຈົ້າທໍ້ກັບຊີວິດ ຈົ່ງລະນຶກສະເໝີວ່າ ທຸກຄົນມີລະດູຂອງຊີວິດ(Season of Life) ທີ່ແຕກຕ່າງກັນໃນແຕ່ລະຊ້ວງຊີວິດທີ່ມັນຈະມາໃນຮູບແບບ...

-ລະດູແຫ່ງຄວາມສຸກ
-ລະດູແຫ່ງຄວາມທຸກ
-ລະດູແຫ່ງຄວາມເບີກບານສໍາລານໃຈ
-ລະດູແຫ່ງອະສົງໄຂແຫ່ງລາຍຮັບເຂົ້າ
-ລະດູແຫ່ງຄວາມໂສກເສົ້າ
-ລະດູແຫ່ງໂຕເຮົາຕ້ອງຟັນຝ່າ
-ລະດູແຫ່ງສັດທາ ແລະ ຢຶດໝັ້ນ
- ລະດູແຫ່ງນໍ້າອົດນໍ້າກັ້ນ


ແລະ ອີກຫຼາກຫຼາຍລະດູທີ່ຈະເຂົ້າມາທົດສອບຊີວິດເຮົາໃນແຕ່ລະຊ້ວງເວລາ ເຊິ່ງຂື້ນກັບເຮົາວ່າຈະແຂງແຮງພໍສູ້ກັບແຕ່ບັນຫາ ຫຼື ບໍ່  ເຊິ່ງສໍາຄັນແມ່ນຈະຜ່ານລະດູການອັນໂຫດຮ້າຍຂອງຊີວິດສູ່ຄວາມສໍາເລັດດ້ວຍວິທີໃດ.


ທີມາ: ລາວລ້ານແຊຣ  | ພາບ: kham kham 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.