Header Ads

ກໍາມະກອນຫວຽດນາມເຮັດວຽກຢູ່ລາວແທງກັນເສຍຊີວິດຫຼັງຜິດກັນໃນວົງເຫຼົ້າ



ໃນວັນທີ 3 ມິຖຸນາ 2017, ທ້າວ ຫງວຽນ ວັນ ທ້ວນ ອາຍຸ 23 ປີ, ສັນຊາດຫວຽດນາມ ພັກເຊົາຢູ່ບ້ານແສງສະຫວ່າງ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນໄດ້ເຂົ້າມອບຕົວຕໍ່ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ພາຍຫຼັງກໍ່ເຫດອາລະວາດຕີກັນແລ້ວໃຊ້ມີດແທງໝູ່ຮ່ວມວົງເຫຼົ້າຈົນເສຍຊິວິດ.

ພັຕ ເກດສະໜາ ພິຈິດ ຮອງຫົວໜ້າພະແນກຕໍາຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງ ວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 1 ມິຖຸນາ2017, ມີກໍາມະກອນສັນຊາດຫວຽດນາມ 2 ຄົນ ພັກເຊົາຢູ່ສະຖານທີ່ກໍ່ສ້າງ ບ້ານແສງສະຫວ່າງເມືອງໄຊເຊດຖາ ໄດ້ດື່ມສິ່ງມຶນເມົາແລ້ວຜິດຖຽງກັນເອງເຖິງຂັ້ນຕີກັນໂດຍທ້າວ ຫງວຽນ ວັນ ທ້ວນ ໄດ້ໃຊ້ມີດແທງໝູ່ຮ່ວມວົງເຫຼົ້າຊື່ ທ້າວ ໂດຼວັນຈີ ອາຍຸ 26 ປີ ຈົນເສຍຊີິວິດ. ຈາກນັ້ນ ຜູ້ກ່ຽວໄດ້ເອົາຕົວຫຼົບໜີ ແລະ 2 ວັນຕໍ່ມາຈິ່ງເຂົ້າມອບຕົວ.


ຜ່ານການສຶບສວນ-ສອບສວນ ທ້າວ ຫງວຽນ ວັນ ທ້ວນ ສາລະພາບວ່າ: ໃນເວລາປະມານ 19:30 ໂມງຂອງວັນເກີດເຫດຫຼັງຈາກເລີກວຽກ ໄດ້ພາກັນດື່ມເຫຼົ້າໝົດ 2 ຕຸກ ຈົນມືນເມົາ. ຮອດເວລາປະມານ 20:30 ໂມງ,  ທ້າວ ໂດຼວັນຈີ ຜູ້ຕາຍ ໄດ້ເວົ້າໃຫ້ຕົນວ່າໂບກເຮືອນບໍ່ໄດ້ມາດຕະຖານ. ຈາກນັ້ນ, ກໍໄດ້ມີການຜິດຖຽງກັນຢ່າງຮຸນແຮງ ແລະ ໄດ້ລົງມືຕີກັນ. ໃນຂະນະນັ້ນ, ໝູ່ກໍໄດ້ເຂົ້າໄປຫ້າມ ແລະ ແຍກອອກບໍ່ໃຫ້ຕີກັນ. ບໍ່ພໍເທົ່າໃດນາທີ ທ້າວ ໂດຼວັນຈີ ກໍໄດ້ຍ່າງເຂົ້າມາຫາຕົນ ພ້ອມທັງຈັບເອົາໄມ້ເສດຢູ່ສະຖານທີ່ກໍ່ສ້າງຕີໃສ່ຕົນເອງຫຼາຍບາດ. ຈາກນັ້ນ, ຕົນຈຶ່ງຈັບເອົາມີດແທງ ທ້າວ ໂດຼວັນຈີ ຖືກບໍລິເວນທ້ອງ ເຮັດໃຫ້ລົ້ມລົງ ຈຶ່ງໄດ້ຮ້ອງໜູ່ມາຊ່ວຍພາຂຶ້ນລົດໄປສົ່ງໂຮງໝໍ ແຕ່ລາວໄດ້ເສຍຊີວິດໃນເວລາຖືກນໍາສົ່ງໄປໂຮງໝໍ.


ທີ່ມາ:  ນສພ ຄວາມສະຫົງບ
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.