Header Ads

ປິດຕໍານານ Yahoo! ຫຼັງຜູ້ຖືຮຸ້ນຕັດສີນໃຈຂາຍກິດຈະການໃຫ້ກັບບໍລິສັດ Versizon



ສຳນັກຂ່າວ Business Insider ລາຍງານວ່າຜູ້ຖືຮຸ້ນ Yahoo ມີມະຕິຕາມຜົນລົງຄະແນນສຽງ ຂາຍກິດຈະການໃຫ້ກັບບໍລິສັດ Versizon ທິ່ມີຂ່າວມາກ່ອນໜ້ານີ້ດ້ວຍມູນຄ່າ 4.48 ພັນລ້ານໂດລາ ແລະ ຈະມິຜົນນັບແຕ່ວັນທີ່ 13 ມິຖຸນາ ນີ້ . ບໍລິສັດ Yahoo ຈະຖືກຄວບລວມກັບບໍລິສັດ Versizon ກັບພາຍໃຕ້ແບຣນ AOL  ແລະ ຈັດຕັ້ງເປັນບໍລິສັດ  Oath ແທນ.


ບໍລິສັດ Yahoo ກໍ່ຕັ້ງໃນປີ 1994  ໂດຍ Jerry Yang ແລະ  David Fil ສອງຄູ່ຫູເພື່ອນສະນິດຕອນຮຽນວິສະວະກຳໄຟຟ້າ ທີ່ມະຫາວິທິຍາໄລ Standford  ເຊິ່ງໃນຕອນເລິ່ມຕົ້ນ Yahoo ເປັນສະເໜືອນສະມຸດໜ້າຄໍາ (Yellow Page) ແລະ ເປັນ Search Engine ອັນໜຶ່ງໃນເວລານັ້ນ.   ບໍລິສັດ Yahoo ຂະຫຍາຍໂຕທີ່ສຸດໃນຊ້ວງປີ 2000 ໂດຍຮຸ້ນທະຍານຂື້ນສູງສຸດ 118 ໂດລາຕໍ່ຮຸ້ນກ່ອນຈະຫຼຸດລົງມາ 8 ໂດລາຕໍ່ຮຸ້ນໃນປັດຈຸບັນ ເຊິ່ງແນ່ນອນໃນອາດີດ  Yahoo ເປັນບໍລິສັດທີ່ໃຫຍ່ກວ່າ Google ຫຼາຍເທົ່າໂຕ ໂດຍບໍລິການທີ່ສໍາຄັນແມ່ນ E-mail (yahoo mail) , ບໍລິການຄົ້ນຫາຂໍ້ມູນ, ການເງິນ ແລະ ອື່ນໆ. 



ບໍລິສັດ Yahoo ແມ່ນເປັນຈຸດເລີ່ມຕົ້ນຂອງຍຸກ ອິເມລ  ແລະ Search Engine  ເຊື່ອວ່າຫຼາຍຄົນໃຊ້ຄອມພີວເຕີ  ແລະ   ອິເມລ ເປັນກໍຍ້ອນ Yahoo ໃນການໃຊ້ຕິດຕໍ່ສື່ສານກັນ ກ່ອນທີ່ Yahoo ຈະຖືດ G-mail ຂອງບໍລິສັດ Google ບຽດຈົນບໍລິການນີ້ຫຼຸດຄວາມນິຍົມໄປໃນທີ່ສຸດ. 

© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.