Header Ads

ເຮືອບິນ Shaanxi Y-8 ຂອງ ກອງທັບມຽນມາຕົກພ້ອມກັບຜູ້ໂດຍສານ ແລະ ຈຸບິນຈໍານວນ 116 ຄົນ




ໃນວັນທີ 7/6/2017 ສຳນັກຂ່າວຕ່າງປະເທດ ລາຍງານວ່າເຮືອບີນກອງທັບມຽນມາໄດ້ຂາດການຕິດຕໍ່ເມື່ອເວລາ 13:35 ນາທີ (ເວລາທ້ອງຖິ່ນ) ຂະນະບິນຢູ່ຫ່າງຈາກເມືອງທວາຍໄປທາງຕາເວັນຕົກປະມານ 32 ກິໂລແມັດ ແຕ່ລ່າສຸດຄະນະຄົ້ນຫາ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ພົບຊາກເສດເຮືອບິນລໍາດັ່ງກ່າວແລ້ວ ທີ່ທະເລອາດາມັນ ໂດຍສະພາບເຮືອບິນແມ່ນກາຍເປັນເສດກະແຈກກະຈາຍລອຍຕາມທະເລ ເຊິ່ງຈຸດທີ່ພົບແມ່ນຫາງຈາກເມືອງທວາຍປະມານ 218 ກິໂລແມັດ  ໂດຍຕອນນີ້ຍັງບໍ່ສາມາດລາຍງານ ຫຼື ມີຂໍ້ມູນກ່ຽວກັບຊາຕາກຳຜູ້ໂດຍສານ ແລະ ຈຸບິນຈໍານວນ 116 ຄົນ  (ແບ່ງເປັນຜູ້ໂດຍສານ 105 ຄົນ ແລະ ຈຸບິນ 11 ຄົນ ). 



 ສຳນັກງານການບິນທະຫານ ແລະ ການບິນພົນລະເຮືອນຂອງມຽນມາລາຍງານວ່າ ເຮືອບິນລໍາດັ່ງກ່າວແມ່ນບີນອອກຈາກເມືອງມະຣິດ ມຸ້ງໜ້າໄປຫາເມືອງຢາງກຸ້ງ ໂດຍສະພາບປົກກະຕິ ແລະ ເຮືອບິນລໍາທີ່ເກີດເຫດແມ່ນລຸ້ນ  Y-8 ຜະລິດທີ່ ສປ ຈີນ.​

© ໂຕະນໍ້າຊາ | tonamcha.com
___________


Powered by Blogger.