Header Ads

13 ວຽກຈຸດສຸມປະຈຳເດືອນ ກໍລະກົດ 2017 ທີ່ລັດຖະບານເນັ້ນໜັກພິເສດ



ໃນ ກອງປະຊຸມລັດຖະບານສະໄໝ ປະຈໍາເດືອນ ມິຖຸນາ 2017 ໃນເດືອນກໍລະກົດຜ່ານມາ, ລັດຖະບານ ໄດ້ວາງຈຸດສຸມ 13 ວຽກທີ່ຈະຕ້ອງໄດ້ເອົາໃຈໃສ່ ປະຕິບັດໃນເດືອນກໍລະກົດ 2017 ເຊິ່ງມີດັ່ງນີ້ :


1. ສືບຕໍ່ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບທາງດ້ານການ ເມືອງ ໃຫ້ໝັ້ນທ່ຽງ. ເອົາໃຈໃສ່ ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ເປັນຕົ້ນແມ່ນ ໜໍ່ແໜງຂອງອາສະຍາກຳ, ບັນຫາຢາເສບຕິດ, ການຂີ້ລັກງັດແງະ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ ແລະ ອື່ນໆ ຕະຫຼອດຮອດ ການເຄື່ອນໄຫວແບ່ງແຍກ ແລະ ຍຸແຍ່ໃຫ້ປະຊາຊົນ ໃຫ້ເຂົ້າໃຈຜິດ ຕໍ່ການຈັດຕັ້ງຂອງພວກເຮົາ ແລະ ມີການເຄື່ອນໄຫວ ທີ່ບໍ່ສອດຄອງກັບກົດໝາຍ ແລະ ລະບຽບການ.

2. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈຢ່າງລະອຽດ, ເລີກເຊິ່ງຕໍ່ຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ປະເທດເຮົາ. ພ້ອມນີ້, ກໍ່ສືບຕໍ່ການເຄື່ອນໄຫວ ວຽກງານຕ່າງປະເທດ ຢ່າງຫ້າວຫັນ ທັງໃຫ້ປ້ອງກັນຜົນປະໂຫຍດ ທາງດ້ານການເມືອງ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ແກ່ປະເທດຊາດ.

3. ດຳເນີນມາດຕະການ ເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໂດຍມີການຖອດຖອນບົດຮຽນ ຈາກໄລຍະ 6 ເດືອນຜ່ານມາ ແນໃສ່ຮັບປະກັນ ການຈັດເກັບລາຍຮັບໃຫ້ບັນລຸຄາດໝາຍ ແລະ ຄຸ້ມຄອງລາຍຈ່າຍ ໃຫ້ມີປະສິດທິພາບ. ດ້ານລາຍຮັບ, ໃຫ້ສຸມໃສ່ ການຈັດເກັບຈາກຖານລາຍຮັບ ທີ່ມີຢ່າງເຂັ້ມງວດ ແລະ ແທດຕົວຈິງ, ປ້ອງກັນການລັກລອບ ແລະ ມີມາດຕະການເຄັ່ງຂັດ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການຕ່າງໆ. ດ້ານລາຍຈ່າຍ, ໃຫ້ຕິດຕາມ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດ ລາຍຈ່າຍງົບປະມານລັດ ໃຫ້ມີປະສິດທິຜົນ, ເຂັ້ມງວດໃນການກວດກາ ການສະເໜີຂໍພິຈາລະນາ ລາຍຈ່າຍບໍລິຫານ, ລາຍຈ່າຍດັດສົມ, ລາຍຈ່າຍຊື້ໃໝ່ ແລະ ການເບິກຈ່າຍເງິນເດືອນ ໂດຍສືບຕໍ່ເອົາໃຈໃສ່ ແກ້ໄຂການເບິກຈ່າຍເງິນເດືອນ ຢູ່ບາງເມືອງ ແລະ ເຂດຮ່າງໄກ ທີ່ຍັງຊັກຊ້າ ໃຫ້ຕົກໄປຢ່າງຂາດຕົວ.

4. ສືບຕໍ່ປັບປຸງບັນດາກົດໝາຍ ແລະ ນິຕິກໍາ ທີ່ລັດຖະບານໄດ້ຊີ້ນໍາ ແລະ ເປັນເອກະພາບ ໃນກອງປະຊຸມລັດຖະບານ; ບັນຫາໃດທີ່ຈະນໍາສະເໜີຕໍ່ ກອງປະຊຸມສະພາແຫ່ງຊາດ ໃນເດືອນຕຸລາ 2017 ທີ່ຈະມາເຖິງ, ເປັນຕົ້ນແມ່ນ ຮ່າງບົດສະຫຼຸບ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ປະຈຳປີ 2017 ແລະ ແຜນປີ 2018, ກໍ່ໃຫ້ຮີບຮ້ອນປັບປຸງ ແລະ ສົ່ງໃຫ້ສະພາແຫ່ງຊາດ ທັນຕາມເວລາທີ່ກໍານົດ. ສືບຕໍ່ຄົ້ນ ຄວ້າ ແລະ ປັບປຸງກົດໝາຍອາກອນ ແລະ ອາກອນມູນຄ່າເພີ່ມ, ລັດຖະບັນຍັດ 003/ປປທ ວ່າດ້ວຍຄ່າທຳນຽມ ແລະ ບໍລິການ, ດໍາລັດວ່າດ້ວຍທຸລະກິດນ້ໍາມັນເຊື້ອໄຟ, ດໍາລັດຄຸ້ມຄອງ ດ່ານສາກົນທາງບົກ ແລະ ນິຕິກໍາອື່ນໆ ທີ່ເລັ່ງດ່ວນໃຫ້ສໍາເລັດໂດຍໄວ ແລະ ທັນກັບສະພາບຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນປະຈຸບັນ.

5. ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບ ທາງດ້ານເສດຖະກິດມະຫາພາກ, ຄຸ້ມຄອງອັດຕາເງິນເພີ້, ອັດຕາແລກປ່ຽນ ໃຫ້ຢູ່ໃນເກນປົກກະຕິ; ຕິດຕາມ ແລະ ຄຸ້ມຄອງການເຄື່ອນໄຫວ ຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ; ຕິດຕາມຢ່າງໃກ້ສິດ ແລະ ຄົ້ນຄວ້າທິດທາງແກ້ໄຂ ຢ່າງຮອບຄອບ ແລະ ທັນການຕໍ່ການເຄື່ອນໄຫວ ລະດົມທຶນທີ່ບໍ່ຖືກລະບຽບ; ເອົາໃຈໃສ່ຄົ້ນຄວ້າ ອັດຕາດອກເບ້ຍເງິນກູ້ ແລະ ກົນໄກການສະໜອງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດພາຍໃນ ໂດຍສະເພາະໃນເງື່ອນໄຂທີ່ພາກທຸລະກິດພາຍໃນ, ສົ່ງເສີມການລົງທຶນຂອງຕ່າງປະເທດ ເພື່ອເປັນມາດຕະການໜຶ່ງ ໃນການກະຕຸ້ນເສດຖະກິດ. ໃຫ້ທະນາຄານ ແຫ່ງ ສປປ ລາວ ສົມທົບກັບ ທະນາຄານທຸລະກິດ ຄົ້ນຄວ້າທິດທາງ ແລະ ວິທີການເພື່ອຊ່ວຍເຫຼືອຜູ້ຜະລິດພາຍໃນ ແກ້ໄຂຄວາມຫຍຸ້ງຍາກຂອງປະຊາຊົນ ແລະ ຜູ້ຜະລິດລາຍຍ່ອຍ ໃຫ້ເປັນຮູບປະທໍາ.

6. ສືບຕໍ່ຄົ້ນຄວ້າ ວິທີການທີ່ເໝາະສົມ ແລະ ເປັນໄປໄດ້ໃນການແກ້ໄຂ ໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຫຼາຍຮູບການ ເຊັ່ນ: ການແກ້ໄຂດ້ວຍຮູບການແບບອ ວ່າຍໜີ້ 3 ແຈ, ການກວດກາຄືນ ແລະ ເຈລະຈາຫຼຸດຜ່ອນ ມູນຄ່າໜີ້ຂອງໂຄງການ ຫຼື ວິທີການອື່ນໆ.

7. ສືບຕໍ່ຕິດຕາມ, ອຳນວຍຄວາມສະດວກ, ຊຸກຍູ້ ແລະ ແກ້ໄຂບັນຫາທີ່ຕິດພັນກັບ ໂຄງການລົງທຶນ ແລະ ໂຄງການພັດທະນາຂະໜາດໃຫຍ່ຕ່າງໆ ເຊັ່ນ : ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ, ໂຄງການເຂື່ອນໄຟຟ້າຕ່າງໆ, ໂຄງການພັດທະນາ ລະບົບສາຍສົ່ງ, ໂຄງການສຳຫຼວດ ແລະ ຂຸດຄົ້ນແຮ່ທາດ ແລະ ອື່ນໆ ໃຫ້ດຳເນີນໄປຕາມແຜນການ. ພ້ອມກັນນີ້, ກໍ່ໃຫ້ຮີບຮ້ອນປັບປຸງນະໂຍບາຍ ສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃຫ້ສາມາດຮັບຮອງໄດ້ໄວ, ພ້ອມທັງສືບຕໍ່ຄົ້ນຄວ້າ ແລະ ຜັນຂະຫຍາຍເປັນກົດ ໝາຍ, ນິຕິກຳລຸ່ມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດນຳໄປຈັດຕັ້ງປະຕິບັດໄດ້ໄວ ແລະ ມີປະສິດທິຜົນ.

8. ຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ວຽກງານກະກຽມຮອບດ້ານໃຫ້ແກ່ການຜະລິດລະດູຝົນທີ່ກຳລັງມາເຖິງ; ສືບຕໍ່ກະກຽມການຄວບຄຸມຕັກກະແຕນຝຸງ ທີ່ກໍາລັງແຜ່ລະບາດ ແລະ ມີໂອກາດຂະຫຍາຍກວ້າງຢູ່ຫຼາຍແຂວງ; ສືບຕໍ່ຈັດຕັ້ງການເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດໄຂ້ຫວັດສັດປີກ (H5N1, H7N9), ພະຍາດໝູ ແລະ ພະຍາດສັດອື່ນໆ ທີ່ອາດເກີດຂຶ້ນໃນໄລຍະລະດູຮ້ອນ.

9. ສືບຕໍ່ຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດ ໃນການຄຸ້ມຄອງ ແລະ ກວດກາໄມ້ ແລະ ເອົາໃຈໃສ່ຄົ້ນຄວ້າແກ້ໄຂ ບັນຫາໄມ້ໃຫ້ມີປະສິດທິຜົນ ເປັນຕົ້ນແມ່ນ ການສືບຕໍ່ປະຕິບັດຢ່າງເຂັ້ມງວດ ການຮື້ຖອນ ແລະ ຍຸບເລີກໂຮງງານ ອຸດສາຫະກຳໄມ້ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ, ການປະມູນຂາຍໄມ້ທີ່ຍືດໄດ້, ການຊຸກຍູ້ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການສົ່ງອອກຜະລິດຕະພັນໄມ້, ແກ້ໄຂກໍລະນີ ລັກລອບຕັດໄມ້ ແລະ ລັກສົ່ງໄມ້ອອກ ໃຫ້ເຂັ້ມງວດ ແລະ ເດັດຂາດ ແລະ ອື່ນໆ.

10. ເອົາໃຈໃສ່ຜັນຂະຫຍາຍ ໝາກຜົນຂອງການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ຕ່າງປະເທດ ຂອງຄະນະລັດຖະບານ ໂດຍເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດ ບັນດາໂຄງການຮ່ວມມື ໃນຂອບສອງຝ່າຍ ທີ່ໄດ້ມີການປຶກສາຫາລື ແລະ ຕົກລົງກັນໃນເດືອນຜ່ານມາ ເປັນຕົ້ນແມ່ນໂຄງການຮ່ວມມື ລາວ-ຫວຽດນາມ, ລາວ-ຈີນ, ລາວ-ຍີ່ປຸ່ນ, ລາວ-ໄທ ແລະ ຄູ່ຮ່ວມມືອື່ນໆ ໃຫ້ມີຄວາມຄືບໜ້າໂດຍໄວ ແລະ ມີປະສິດທິຜົນ.

11. ສືບຕໍ່ເອົາໃຈໃສ່ ການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການ ໂດຍສະເພາະ ໃນຂົງເຂດການລົງທຶນຂອງລັດ, ການຫັນຊັບສິນເປັນທຶນ ໃນໄລຍະຜ່ານມາ, ການລົງທຶນ ຂອງພາກທຸລະກິດ ແລະ ອື່ນໆ ເພື່ອໃຫ້ສືບຕໍ່ດ້ານການຄຸ້ມຄອງລັດ ໃຫ້ເຂົ້າສູ່ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ. ພ້ອມກັນນີ້ ກໍ່ເອົາໃຈໃສ່ກວດກາ ການແກ້ໄຂຄຳຮ້ອງທຸກ ແລະ ຄຳສະເໜີຂອງປະຊາຊົນ ຫຼື ນິຕິບຸກຄົນ ທີ່ກ່ຽວກັບຂໍ້ຂັດແຍ່ງ ຫຼື ຄະດີຄວາມຕ່າງໆ ເພື່ອໃຫ້ຄວາມເປັນທຳ ແລະ ມີຄວາມຍຸຕິທໍາແກ່ທຸກຝ່າຍ.

12. ຊີ້ນຳ ແລະ ຕິດຕາມ ການສ້າງກິດຈະກຳຕ່າງໆ ເປັນຕົ້ນແມ່ນ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ການຊ່ວຍເຫຼືອສັງຄົມ, ການອະນຸລັກຮັກສາ ຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມ ຂອງຊາດ ແລະ ອື່ນໆ ໃຫ້ບັນດານ້ອງນັກຮຽນ-ນັກສຶກສາ ທີ່ກຳລັງພັກຮຽນ ໃນຊ່ວງລະດູຝົນນີ້ ໃຫ້ມີເນື້ອໃນ ແລະ ເປັນປະໂຫຍດຕໍ່ສັງຄົມ ແລະ ຕໍ່ການພັດທະນາຂອງນ້ອງນັກຮຽນ ແລະ ນັກສຶກສາເອງ, ທັງເປັນການໃຊ້ເວລາວ່າງຂອງເຂົາເຈົ້າ ໃຫ້ມີຄຸນຄ່າ, ຫ່າງໄກຈາກ ຢາເສບຕິດ ແລະ ອະບາຍະມຸກຕ່າງໆ.

13. ບັນດາສະມາຊິກລັດຖະບານ ສຶບຕໍ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ພາຍໃຕ້ຄວາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ ພ້ອມທັງ ມີການສະຫຼຸບລາຍງານ ມາຍັງຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ກ່ອນກອງປະຊຸມລັດຖະບານ ໃນເດືອນກໍລະກົດ. ພ້ອມນີ້, ພວກເຮົາຈະໄດ້ທົບທວນ ແລະ ປະເມີນການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ, ແຈ້ງການ ແລະ ທິດຊີ້ນຳທີ່ສຳຄັນຕ່າງໆ ຂອງລັດຖະບານຕໍ່ກອງປະຊຸມໃນເດືອນຕໍ່ໄປ.


ແຫລ່ງຂ່າວ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
© ໂຕະນໍ້າຊາ | tonamcha.com   
___________

Powered by Blogger.