Header Ads

ສປປ ລາວ ບໍ່ຖິ້ມຄວາມພະຍາຍາມເພື່ອເປັນໝໍ້ໄຟແຫ່ງອາຊຽນ ພ້ອມເລັ່ງພັດທະນາພະລັງງານໄຟຟ້າ



ອີງຕາມການລາຍງານຂອງ ຂປລ ວ່: ສປປ ລາວ ບໍ່ຖິ້ມຄວາມພະຍາຍາມ ຈະກ້າວເປັນໝໍ້ໄຟແຫ່ງອາຊຽນ ພາຍຫລັງກະຊວງພະລັງງານ ແລະ ບໍ່ແຮ່ ເປີດກອງປະຊຸມ ​ເພື່ອ​ລະດົມ​ຄວາມ​ຄິດ ​ໃສ່​ຮ່າງ​ນະ​ໂຍບາຍ​ແຜນ​ພະລັງງານ ຂອງ ສປປ ລາວ ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ກໍລະກົດ 2017 ​ນີ້ ໂດຍເນັ້ນຢໍ້າເຖິງແຜນງານ ໂຄງການພັດທະນາພະລັງງານໄຟຟ້າ 100 ແຫ່ງພາຍໃນ 2020 ກັບ 85% ຈະສົ່ງອອກຕ່າງປະເທດ ເພື່ອນໍາເມັດເງິນຕາຕ່າງປະເທດ ເພື່ອແກ້ໄຂຄວາມທຸກຍາກ ຂະນະທີ່ ຜູ້ບໍລິໂພກພາຍໃນ ຍັງຄິດວ່າຄ່າໃຊ້ຈ່າຍ ສໍາລັບກະແສໄຟຟ້າ ໃນຄອບຄົວຂ້ອນຂ້າງແພງ ທັງໆເປັນຜູ້ຜະລິດເອງ.



ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງ​ປະຊຸມ​ລະດົມ ​ຄວາມ​ຄິດ​ໃສ່​ຮ່າງ​ນະ​ໂຍບາຍ​ ແຜນ​ພະລັງງານ ຂອງ ສປປ ລາວ ​​ໃນ​ວັນ​ທີ 4 ກໍລະກົດ​ 2017 ນີ້ ທີ່​ຫໍ​ປະຊຸມແຫ່ງຊາດ​ ໂດຍ​ໃຫ້ກຽດເປັນປະທານຂອງ ​ທ່ານ ຄຳ​ມະນີ ​ອິນ​ທິລາດ ລັດຖະມົນຕີ​ກະຊວງ​ພະລັງງານ  ​ແລະ ບໍ່​ແຮ່, ມີ​ຜູ້ຕາງໜ້າ​ພະ​ແນ​ກພະລັງງານ ​ແລະ ບໍ່​ແຮ່​ ຈາກ​ບັນດາແຂວງ ​ແລະ ພາກສ່ວນ​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຫລາຍຮ້ອຍຄົນ ເຊິ່ງປະຊຸມດັ່ງກ່າວ ມີຈຸດປະສົງຮຽກເອີ້ນ ແລະ ລະດົມຄວາມຄິດຄັ້ງໃຫຍ່ ເພື່ອປະກອບ ເນື້ອໃນອັນອຸດົມສົມບູນ ໃສ່ຮ່າງນະໂຍບາຍ ແຜນພະລັງງານໄຟຟ້າຂອງ ສປປ ລາວ

ລະຫວ່າງກອງປະຊຸມຄັ້ງນີ້ ກໍໄດ້ມີການລາຍງານແບບລວມໆ ໂດຍມີເນື້ອໃນວ່າຮອດ​ປີ 2020 ສປປ ລາວ ຈະ​ມີ​ແຫ​ລ່ງຜະລິດ ​ພະລັງງານ​ໄຟຟ້າ​ເຖິງ 100 ​ແຫ່ງ ກັບຂີດຄວາມສາມາດ​ກຳລັງ​ຕິດ​ຕັ້ງ 13.000 ກວ່າ ​ເມ​ກາ​ວັດ ແຕ່ປະຈຸ​ບັນ​ມີ​ເຂື່ອນ​ຜະລິດ​ພະລັງງານ​ໄຟຟ້າ 46 ​ແຫ່ງ ກັບກໍາລັງຕິດຕັ້ງ 6.000 ກວ່າ​ເມ​ກາ​ວັດ, ສ່ວນລະບົບ​ສາຍ​ສົ່ງ ​ແລະ ສະຖານີ​ໄຟຟ້າ​ກໍ່​ມີ​ການ​ພັດທະນາ ​ຢ່າງ​ວ່ອງ​ໄວ​ສາມາດ​ຂະຫຍາຍ​ໄຟຟ້າ​ ໄປ​ສູ່​ຊົນນະບົດ​ຢ່າງ​ທົ່ວ​ເຖິງ ແນວໃດກໍດີ ເຈົ້າໜ້າທີ່ຈາກກະຊວງພະລັງງານ ແລະ ບໍ່ແຮ່ໄດ້ເປີດເຜີຍວ່າ ສປປ ລາວ ກໍມີຄວາມຫວັງຕັ້ງໄວ້ ແລະ ມີຄວາມທະເຍີທະຍານ ຈະບືນຕົນເອງ ໃຫ້ເປັນໝໍ້ໄຟແຫ່ງອາຊຽນ ໃນອະນາຄົດ ເພາະວ່າປະເທດລາວມີຄວາມອຸດົມສົມບູນ ດ້ານຊັບພະຍາກອນນໍ້າ, ຊັບຍະກອນບໍ່ແຮ່ ແລະ ມີພື້ນທີ່ກວ້າງຂວາງ ເຊິ່ງຈະເອື້ອອໍານວຍ ໃຫ້ແກ່ການພັດທະນາ ພະລັງງານໄຟຟ້າດ້ວຍນໍ້າພະລັງງານນໍ້າ, ພະລັງງານລົມ, ພະລັງງານຄວາມຮ້ອນ, ພະລັງງານແສງອາທິດ ແລະ ອື່ນໆ. ແນວໃດກໍດີ ນັກວິຊາການບາງທ່ານ ຍັງເປີດເຜີຍວ່າຄ່າຊົມໃຊ້ໄຟຟ້າ ໃນຄອບຄົວຍັງມີລັກສະນະ ຂ້ອນຂ້າງແພງ ຖ້າສົມທຽບກັບລາຍຮັບ ແລະ ຊີວິດ ການເປັນຢູ່ຂອງປະຊາຊົນ ໂດຍລວມ ແຕ່ອາດເປັນເພາະ ບາງເຫດຜົນຂອງການພັດທະນາ ໃນນັ້ນອາດເປັນຍ້ອນການລົງທຶນ ຂອງຕ່າງປະເທດ 100% ຫລື ເປັນຍ້ອນເຫດຜົນອື່ນໆ. 


            
ທ່ານ​ ຄຳ​ມະນີ​ ອິນ​ທິລາດ​ໄດ້ລາຍງານ​ວ່າ: ສປປ ລາວ ​ໄດ້​ຮັບ​ຜົນສຳ​ເລັດ​ການ​ພັດທະນາ​ ອຸດສາຫະກຳ​ພະລັງງານ​ໄຟຟ້າ ​ໂດຍ​ສະ​ເພາະ​ແມ່ນ​ໄລຍະ​ 10 ກວ່າ​ປີຜ່ານມາ​ ໄດ້​ຂະຫຍາຍຕົວ​ຢ່າງ​ກະ​ໂດດ, ​ໃນ​ປີ 2005 ສປປ ລາວ​ ມີ​ເຂື່ອນ​ທີ່​ຜະລິດ​ພະລັງງານ​ໄຟຟ້າ ພຽງ​ແຕ່ 9 ​ແຫ່ງ , ມີ​ກຳລັງ​ຕິດ​ຕັ້ງ​ປະມານ 679​ ​ເມ​ກາ​ວັດ​ເທົ່າ​ນັ້ນ, ​ແຕ່​ມາ​ຮອດ​ປັດຈຸບັນ​ ມີ​ເຂື່ອນ​ຜະລິດພະລັງງານ​ໄຟຟ້າ​ເຖິງ 46 ​ແຫ່ງ ດ້ວຍ​ກຳລັງ​ຕິດ​ຕັ້ງ 6.444 ​ເມ​ກາ​ວັດ ເຊິ່ງ​ເປັນ​ການ​ຂະຫຍາຍຕົວ​ ແບບ​ກ້າວ​ກະ​ໂດດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ພ້ອມນີ້ຍັງມີ 54 ​ໂຄງການ​ທີ່​ກຳລັງ​ດຳ​ເນີນ​ການ​ກໍ່ສ້າງ ​ແລະ ກຳລັງ​ຈະ​ລົງມື​ກໍ່ສ້າງ​ຄາດ​ວ່າ​ຮອດ​ປີ 2020 ຈະ​ໃຫ້​ສຳ​ເລັດ​ທັງ​ໝົດ ​ແລະ ມີ​ກຳລັງ​ຕິດ​ຕັ້ງ​ປະມານ 13.000 ກວ່າ​ເມ​ກາ​ວັດ ​ໃນ​ນັ້ນ 85% ​ແມ່ນ​ສົ່ງ​ອອກ​ໄປ​ຕ່າງປະ​ເທດ. ນອກຈາກນັ້ນ ​ຍັງ​ໄດ້​ເອົາ​ໃຈ​ໃສ່​ ພັດທະນາ​ລະບົບ​ສາຍ​ສົ່ງ ​ແລະ ສະຖານີ​ ເຊິ່ງມີ​ການ​ຂະຫຍາຍຕົວ​ຢ່າງ​ວ່ອງໄວ ສະເພາະປີ 2006 ສປປ ລາວ ມີ​ລະບົບ​ສາຍ​ສົ່ງ​ພຽງ​ແຕ່ 10.000 ກວ່າ​ກິ​ໂລ​ວັດ​ແມັດ ​ແລະ ມີ​ສະຖານີ​ພຽງ​ແຕ່ 15 ​ແຫ່ງ ​ແຕ່​ມາ​ຮອດ​ປັດຈຸບັນ​ ມີ​ລະບົບ​ສາຍ​ສົ່ງ ​ແຮງ​ສູງ, ​ແຮງ​ກາງ ​ແລະ ​ແຮງ​ຕ່ຳມີ​ຄວາມ​ຍາວ 53.000 ​ກິ​ໂລ​ແມັດ, ມີ​ສະຖານີ​ໄຟຟ້າ 60 ​ແຫ່ງ , ​ຈຳນວນ​ບ້ານ​ທີ່​ໄດ້​ຊົມ​ໃຊ້​ໄຟຟ້າ​ແລ້ວ ກວມ​ເອົາ 86.6% ຂອງ​ຈຳນວນ​ບ້ານ​ທັງ​ໝົດ ​ແລະ ມີ​ຄອບຄົວ ​ທີ່​ມີ​ໄຟຟ້າ​ຊົມ​ໃຊ້​ແລ້ວ​ກວມ​ເອົາ 92%ຂອງ​ຈຳນວນ​ຄອບຄົວ​ທັງ​ໝົດ, ທຽບ​ໃສ່​ປີ 2005 ມີ​ພຽງ45%​ ເທົ່າ​ນັ້ນ. ສ່ວນ​ການ​ສົ່ງ​ອອກ​ ພະລັງງານ​ໄຟຟ້າ​ໄປ​ຕ່າງປະ​ເທດ​ປະກອບມີ: ​​ໄທ, ຫວຽດນາມ, ກຳປູ​ເຈຍ ​ແລະ ມຽນມາ​ ເພີ່ມ​ຂຶ້ນ 4 ​ເທົ່າທຽບ​ໃສ່​ປີ 2010 ​ແລະ ຍັງ​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ແຕ່ລະ​ປີ. 


       
ຜົນສຳ​ເລັດ​ດັ່ງກ່າວ​ ໄດ້​ນຳ​ຜົນ​ປະ​ໂຫຍ​ດອັນ​ສຳຄັນ​ມາສູ່ ສປປ ລາວ, ​ໃນ​ນັ້ນ, ຜົນ​ປະ​ໂຫຍ​ດດ້ານ​ການ​ເງິນ ​ທີ່​ໄດ້​ຈາກ​ໂຄງການ​ໂດຍ​ກົງ​ ເຊິ່ງ​ໄລຍະ​ສຳ​ປະທານ ​ແມ່ນຈະ​ໄດ້​ຮັບຈາກຄ່າ​ພາກ​ຫລວງ, ອາກອນ ​ແລະ ​ເງິນ​ປັນ​ຜົນ (ສຳລັບ​ໂຄງການ​ທີ່​ລັດຖະບານ​ຖື​ຫຸ້ນ​ນຳ) ​ແລະ ຫລັງ​ຈາກ​ທີ່​ໝົດ​ອາຍຸ​ສຳ​ປະທານ ​ແລ້ວ​ຊັບ​ສິນ  ​ແລະ ການ​ດຳ​ເນີນ​ທຸລະ​ກິດ​ທັງ​ໝົດ ຈະ​ຕົກ​ເປັນ​ຂອງ​ລັດຖະບານ 100%.  


      

ສະນັ້ນ ຮ່າງ​ນະ​ໂຍບາຍ​ແຜນ​ພະລັງງານ​ສະບັບ​ນີ້ ​ໄດ້​ກຳນົດ​ເອົາ​ທຸກ​ບາດກ້າວ​ ຂອງອະ​ນາ​ຄົດພະລັງງານ ​ແລະ ທຸກ​ແຫ​ລ່ງພະລັງງານ​ທີ່ ​ເປັນ​ທ່າ​ແຮງ​ຢູ່ ສປປ ລາວ​ ບົນ​ພື້ນຖານ​ຕາມ​ກົນ​ໄກ​ ການ​ຕະຫລາດ​ດ້ານ​ພະລັງງານ ລວມທັງ​ຮັບປະກັນ​ຄວາມ​ໝັ້ນຄົງ​ ທາງ​ດ້ານ​ພະລັງງານ ​ເພື່ອ​ສະໜອງ​ໃຫ້​ທຸກ​ຄວາມ​ຕ້ອງການ​ ຢ່າງ​ມີ​ສະຖຽນ​ລະພາບ​ທັງ ພາຍ​ໃນ ​ແລະ ສົ່ງ​ອອກ​ໄປ​ຕ່າງປະ​ເທດ.  
   
ທີ່ມາສຳນັກຂ່າວສານປະເທດລາວ   
© ໂຕະນໍ້າຊາ | tonamcha.com  


___________

Powered by Blogger.