Header Ads

ແຈ້ງເຕືອນ ນຳ້ຖ້ວມສາຍທາງ ເມືອງຄຳ-ໂພນສະຫວັນ


ອີງຕາມການລາຍງານຂ່າວ ແລະ ແຈ້ງເຕືອນ ຂອງ ວິທະຍຸ-ໂທລະພາບ ເມືອງແປກ ແຂວງຊຽງຂວາງ : ໂດຍແຈ້ງເຖິງພະນັກງານ-ລັດຖະກອນ, ທະຫານຕໍ່າຫຼວດ ຕະຫຼອດຮອດພໍ່ແມ່ປະຊາຊົນ, ນັກທຸລະກິດຊາວຄ້າ-ຂາຍ ທີ່ຈະເດີນທາງຈາກ ສາຍທາງ ເມືອງຄຳ-ໂພນສະຫວັນ ນຳ້ຖ້ວມທາງໄປບໍ່ໄດ້ ຕາມສາຍທາງເລກ 7 ເຫດເກີດທີ່ ບ້ານຍວນທອງ (ຊື່ເດີມ ບ້ານສ້ອນ), ເມືອງແປກ ແຂວງຊຽງຂວາງ. ສາເຫດຂອງການຖ້ວມແມ່ນ ບໍລິສັດເປໂຕຣລາວ ສ້າງສາງນຳ້ມັນບໍ່ໄດ້ມາດຖານ ແມ່ນຳ້ຫ້ວຍນ້ອຍ ໄຫຼມາໂຮມກັນຫຼາຍກວ່າ 100 ສາຍ ເຮັດໃຫ້ປະລິມານນຳ້ຫຼາຍ ທໍ່ລະບາຍນຳ້ຂອງສາງນຳ້ມັນນ້ອຍລະບາຍບໍ່ທັນ ຕອນບໍ່ທັນກໍ່ສາງ ປະຊາຊົນດຳລົງຊີວິດຂອບເຂດນີ້ມາຫລາຍກວ່າ 100 ປີ ບໍ່ເຄີຍມີປະຫວັດນຳ້ຖ້ວມ. 



ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງແກ້ໄຂດ່ວນໃຫ້ແດ່ ປະຊາຊົນໄດ້ຮັບຄວາມລຳບາກ ຖ້ວມໄຮ່ນາຮົ້ວສວນປະຊາຊົນເສຍຫາຍ, ການສັນຈອນຂັດຕິດໄປມາຫຍຸ້ງຍາກ. 










ທີ່ມາວິທະຍຸ-ໂທລະພາບ ເມືອງແປກ ແຂວງຊຽງຂວາງ 
© ໂຕະນໍ້າຊາ | tonamcha.com    
 ___________




Powered by Blogger.