Header Ads

Ivannp Celine ສາວນ້ອງອາຍຸ 9 ປີກັບພະລັງສຽງສຸດຍອດ !




ມື້ນີ້ tonamcha.com ພາມາຮູ້ຈັກ ແລະ ຟັງພະລັງສຽງຂອງ Ivannp Celine  ໜຶ່ງໃນຜູ້ເຂົ້າແຂ່ງຂັນ America's Got Talent 2017  ທີ່ມາໃນບົດເພງທີ່ຕ້ອງໃຊ້ພະລັງສຽງຢ່າງໜັກກັບເພງ My heart will go on ບົດເພງປະກອບຮູບເງົາເລື່ອງ Titanic ທີ່ໄດ້ໂດ່ງດັງ ແລະ ໄດ້ຮັບຄວາມນິຍົມທີ່ສຸດ. 



ຊິລີນ ຄົ້ນພົບພອນສະຫວັນໃນການຮ້ອງເພງເມື່ອຕອນຂີລົດໄປກັບພໍ່ ໃນຂະນະນັ້ນ  ຊິລີນ  ກໍຮ້ອງເພງ My heart will go on  ແຕ່ພໍພໍ່ໄດ້ຍິນກໍຮູ້ສຶກວ່າສຽງລູກສາວນັ້ນມີພະລັງ ແລະ ດີທີ່ສຸ.  ສໍາລັບ ຊິລີນ ແລ້ວໜຶ່ງໃນຄວາມຝັນແມ່ນການເຂົ້າຮ່ວມການແຂ່ງຂັນ  America's Got Talent  ແລະ ກາຍເປັນ Celine Dion   ຄົນຕໍ່ໄປ. ປັດຈຸບັນ ຊິລີນ ອາຍຸ 9 ມີນ້ອງສາວອີກໜຶ່ງຄົນ. ແລະ ອາໄສຢູ່ກັບພໍ່ແມ່ ແລະ ນ້ອງສາວລວມທັງໝົດ 4 ຄົນໃນຄອບຄົວ. 





© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.