ກົມອຸຕຸເຕືອນ...! ພາຍຸລູກໃໝ່ (ພາຍຸຊົງກາ) ກຳລັງມາ ຈະເຮັດໃຫ້ທົ່ວທຸກພາກຂອງລາວມີຝົນຕົກເພີ່ມຂຶ້ນ ແລະ ຕົກໜັກໃນບາງພື້ນທີ່ !!
ອີງຕາມແຈ້ງການຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ອອກແຈ້ງເຕືອນເລກທີ 0671/ກອຕທ ລົງວັນທີ 24 ກໍລະກົດ 2017 ນະຄອນຫຼວງວຽງຈັນ ເລື່ອງ: ພາຍຸຊົງກາ (SONCA) ຫົວທີ 8 ປະຈຳປີ 2017 ໄດ້ກໍ່ຕົວຂຶ້ນຢູ່ເຂດທະເລຈີນໃຕ້ ເຊິ່ງໃນເວລາ 8 ໂມງຂອງວັນທີ 24 ກໍລະກົດ 2017 ມີຈຸດສູນກາງຢູ່ເສັ້ນຂະໜານທີ 17.2 ອົງສາເໜືອ, ເສັ້ນແວງທີ 111.3 ອົງສາຕາເວັນອອກ ແລະ ຄວາມໄວລົມສູງສຸດຢູ່ໃກ້ຈຸດສູນກາງ 65 ກິໂລແມັດຕໍ່ຊົ່ວໂມງ.
___________
ພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກໃຕ້ຂອງເກາະໄຮໜັນ ແລ້ວຜ່ານແຂວງວິງຂອງປະເທດຫວຽດນາມໃນຄ່ຳຄືນວັນທີ 25 ກໍລະກົດ 2017 ແລະ ຈະເຄື່ອນທີ່ຜ່ານແຂວງບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ ໃນຕອນເຊົ້າວັນທີ 26 ກໍລະກົດ ເຊິ່ງຈະເຮັດໃຫ້ສະພາບຝົນຕົກປານກາງ ຫາ ຕົກໜັກແຜ່ຂຶ້ນໄປຮອດພາກເໜືອແຂວງຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ ແລະ ແຜ່ລົງໄປຫາພາກໃຕ້ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື. ຈາກນັ້ນຈະອ່ອນກຳລັງລົງເປັນພາຍຸດີເປຣຊັນຜ່ານນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ຜ່ານເຂົ້າປະເທດໄທ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງອຳນາດການປົກຄອງທຸກພາກສ່ວນ ແລະ ພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບນ້ຳຖ້ວມຊຸ, ດິນເຈື່ອນ, ນ້ຳຖ້ວມອັ່ງ, ລົມພັດແຮງ ເຊິ່ງຈະເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນອັນມີຄ່າຂອງພໍ່ແມ່ປະຊາຊົນ, ພ້ອມນີ້ກໍ່ໃຫ້ກະກຽມເຄື່ອນຍ້າຍວັດຖຸສິ່ງຂອງ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ, ຂໍໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ນ້ຳຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.
© ໂຕະນໍ້າຊາ | tonamcha.com
Post a Comment