Header Ads

ສ. ອາເມລິກາ ເປີດໂຕເຮືອບັນທຸກເຮືອບິນພະລັງງານນີວເຄຍລໍາໃໜ່ ທີ່ທັນທັນສະໄໜ ແລະ ໃຫຍ່ທີ່ສຸດ


ສໍານັກຂ່າວຕ່າງປະເທດລາຍງານວ່າ :  ປະທານາທິດີ ໂດໂນ ທຣັມ ຈັດພີທິສົ່ງມອບເຮືອບັນທຸກເຮືອບິນພະລັງງານນີວເຄຍທີ່ທັນສະໄໜ ແລະ ໃຫຍ່ທີ່ສຸດຂອງ  ສ. ອາເມລິກາ ເຊິ່ງມີມູນຄ່າເກືອບ 13,000 ພັນລ້ານໂດລາສະຫະລັດໃຫ້ກັບກອງທັບເຮືອ ສ. ອາເມລິກາຢ່າງເປັນທາງການ. 



ການສົ່ງມອບເຮືອບັນທຸກເຮືອບິນພະລັງງານນີວເຄຍ USS Gerald R. Ford ແມ່ນຖືກຈັດຂື້ນທີ່ຖານບັນຊາການກອງທັບສະຫະລັດ ທີ່ເມືອງ Norfolk ໃນວັນທີ 22  ກໍລະກົດທີ່ຜ່ານມາ ໂດຍເຮືອບັນທຸກລໍາດັ່ງກ່າວແມ່ນເລີ່ມກໍສ້າງເຖິງ 8 ປີ ແຕ່ມີການກໍ່ສ້າງຊັກຊ້າກວ່າກໍານົດເຖິງ 3 ປີ ແລະ ນັ້ນກໍເຮັດໃຫ້ມູນຄ່າຕົ້ນທຶນສູງຂື້ນຫຼາຍພັນລ້ານໂດລາ ພ້ອມກັບກາຍເປັນເຮືອບັນທຸກເຮືອບິນແບບ "Super Carrier” ທີ່ມີມູນຄ່າສູງສຸດຂອງ ສ. ອາເມລິກາໃນຕອນນີ້. 

ທີ່ມາ: AP 
© ໂຕະນໍ້າຊາ | tonamcha.com  
___________


Powered by Blogger.