Header Ads

ສະໜາມກິລາເປີດ-ປິດ “ຊຽງຂວາງ ​ເກ​ມ 2018” ຄືບ​ໜ້າ 60 ​ເປີ​ເຊັນ ຄາດຕົ້ນປີໜ້າສຳເລັດ


ໂຄງການກໍ່ສ້າງສະໜາມກິລາເປີດ-ປິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື “ຊຽງ​ຂວາງ​ ເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີ 2018 ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວເຖິງ 60 ເປີເຊັນ ລວມມູນຄ່າການກໍ່ສ້າງທັງໝົດ 215 ຕື້ກວ່າກີບ ແລະ ຄາດວ່າຈະໃຫ້ສໍາເລັດກ່ອນແຜນການກໍ່ສ້າງຕົວຈິງ ​ໃນ​ຕົ້ນ​ປີໜ້ານີ້.



ອີງ​ຕາມ​ການ​ໃຫ້​ສຳພາດຂອງ ທ່ານ ຄໍາມະນີ ອິນທະວົງສາ ທີ່ປຶກສາຈາກ ບໍລິສັດ ເອຣີ ສໍາຫຼວດ-ອອກແບບ ທີ່ປຶກສາ ແລະ ກໍ່ສ້າງ ​​ເມື່ອບໍ່ດົນມານີ້​ວ່າ: ສຳລັບໂຄງການກໍ່ສ້າງສະໜາມກິລາເປີດ-ປິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ແຂວງຊຽງຂວາງ ແມ່ນຕັ້ງຢູ່ເຂດຄັງໜອງຫຼວງ ບ້ານນາຄູນ ເມືອງແປກ ແຂວງຊຽງຂວາງ, ເຊິ່ງຮັບ ເໝົາກໍໍ່ສ້າງໂດຍບໍລິສັດ ດາວພວນ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງ ຈໍາກັດ, ໂດຍໄດ້ລົງມືກໍ່ສ້າງໃນວັນທີ 14 ສິງຫາ 2013 ຈົນມາຮອດປັດຈຸບັນ (ໃນວັນທີ 31 ກໍລະກົດ 2017) ໂຄງການດັ່ງກ່າວສໍາເລັດແລ້ວ 60 ເປີເຊັນຂອງທຸກໜ້າວຽກ ເປັນຕົ້ນແມ່ນ ວຽກບຸກເບີກ, ອະນາໄມສະຖານທີ່ກໍ່ສ້າງ, ວຽກກໍ່ສ້າງທາງເວັ້ນອ້ອມສະໜາມ, ແລ່ນຕາຂ່າຍໄຟ ພ້ອມຕິດຕັ້ງໝໍ້ແປງ, ວຽກດິນ, ວຽກໂຄງສ້າງອາຄານ, ກໍ່ໂບກ, ວຽກຕິດກະໂລ, ວຽກໄຟຟ້າ, ນໍ້າປະປາ, ອ່າງນໍ້າເສຍ, ຮ່ອງລະບາຍນໍ້າ, ຖົມເດີ່ນລານຈອດລົດ, ຖົມທາງອອກ-ທາງເວັ້ນອ້ອມສະໜາມພ້ອມອັດແໜ້ນ, ຕິດຕັ້ງກຳແພງ, ປ້ອມຍາມປະຕູໂຂງ ແລະ ວຽກຍ່ອຍຕ່າງໆ. ສ່ວນໜ້າວຽກທີ່ຍັງຄ້າງ ແລະ ກຳລັງສືບຕໍ່ປະຕິບັດປະກອບມີ: ວຽກຫຼັງຄາ, ປູກຫຍ້າ, ລານແລ່ນ, ລານຈອດລົດ, ທາງອ້ອມສະໜາມ, ສະໜາມກິລາຊ້ອມ, ໄຟເຍືອງສະໜາມ ແລະ ວຽກຕົບແຕ່ງອື່ນໆ, ເຊິ່ງຄາດວ່າຈະໃຫ້ສໍາເລັດກ່ອນແຜນການກໍ່ສ້າງຕົວຈິງ 4 ເດືອນ ກໍ່ຄືໃນຕົ້ນ​ເດືອນກຸມພາ 2018.

ສໍາລັບມູນຄ່າກໍ່ສ້າງທັງໝົດແມ່ນ 215.931.685.142 ກີບ, ໃນນັ້ນໄດ້ແບ່ງອອກເປັນ 3 ພາກສ່ວນຄື: ພາກສ່ວນສະໜາມກິລາເປີດ-ປິດ 149.968.534.531 ກີບ, ພາກສ່ວນປ້ອມຍາມ, ປະຕູໂຂງ ແລະ ຮົ້ວອ້ອມສະ ໜາມ 10.084.926.139 ກີບ ແລະ ພາກສ່ວນອາຄານທັງໝົດ 55.878.224.473 ກີບ.


ຂ່າວໂດຍ: ຊ້າງນ້ອຍ
© ໂຕະນໍ້າຊາ | tonamcha.com      
___________


Powered by Blogger.