Header Ads

ງານໂລະລາດບຸນຫໍ່ເຂົ້າປະດັບດິນປະຈຳປີ ພສ 2560 ຄສ 2017 ທີ່ ເມືອງ ມໍລະດົກໂລກ ຫຼວງພະບາງ.



ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນ 9 ປະຈຳປີ ພສ 2560 ແລະ ຄສ 2017 ນີ້, ໃນຕອນເຊົ້າຂອງວັນທີ່ 20 ສິງຫາ ນີ້, ກໍ່ໄດ້ມີງານໂລະລາດຢູ່ທີ່ເສັ້ນທາງກາງເມືອງ ຕັ້ງແຕ່ຈຸດໜ້າຫໍພິພິຕະພັນແຫ່ງຊາດ ຫຼື ພຣະຣາສະວັງເກົ່າໄປຫາພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢ່າທໍ່ຕູ່ ປະທານສະພາແຫ່ງຊາດ, ທ່ານ ຄຳຂັນ ຈັນທະວິສຸກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍບັນດາທ່ານການນຳຂັ້ນສູນການ, ຂັ້ນແຂວງ ແລະ ຂັ້ນເມືອງຕະຫຼອດຮອດມວນຊົນຊາວຫຼວງພະບາງ, ແຂກພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມງານຢ່າງຄຶ້ກຄື້ນ.



ງານດັ່ງກ່າວ ມີບັນດາພໍ່ຄ້າແມ່ຄ້າ ພາຍໃນ ແລະ ຕ່າງປະເທດ, ຊາວກະສິກອນ ໄດ້ນຳເອົາສິນຄ້າຫຼາກຫຼາຍຊະນິດມາວາງຈຳໜ່າຍ ເປັນຕົ້ນແມ່ນສິນຄ້າອຸປະໂພກ, ບໍລິໂພກ, ສິນຄ້າກະສິກຳ, ຫັດຖະກຳ ໃນນັ້ນສຳຄັນທີ່ສຸດກໍ່ຄື: ເຄື່ອງປ່າຂອງດົງເປັນໝາກໄມ້ທຳມະຊາດຊະນິດ ທີ່ເປັນສັນຍາລັກບຸນຫໍ່ເຂົ້າປະດັບດິນ ທີ່ຊາວຫຼວງພະບາງ ມັກນຳມາເຮັດເປັນເຂົ້າຫໍ່ໂປ້ ເພື່ອໄຫວບູຊາບັນທະບູລຸດ ຫຼື ຜູ້ທີ່ລ່ວງລັບໄປແລ້ວນັ້ນ. 


ງານໂລະລາດບຸນຫໍ່ເຂົ້າປະດັບດິນແຕ່ລະປີ ນອກຈາກເປັນການສ້າງກາລະໂອກາດໃຫ້ພໍ່ແມ່ປະຊາຊົນໄດ້ນຳເອົາສິນຄ້າມາແລກປ່ຽນຊື້ຂາຍກັນແລ້ວ ກໍ່ຍັງເປັນການອານຸລັກຮັກສາວັດທະນະທຳ ຮິດຄອງປະເພນີອັນດີງາມຂອງຊາວຫຼວງພະບາງໃຫ້ຍືນຍົງຕະຫຼອດໄປ ພ້ອມດຽວກັນນີ້ກໍ່ເປັນກິດຈະກຳໜຶ່ງທີ່ສຳຄັນໃນການສົ່ງເສີມການທ່ອງທ່ຽວຂອງ ເມືອງພະບາງ ໃຫ້ບັນຍາກາດເບີກບານມ່ວນຊື່ນ ໃຫ້ກຽດຕັດແຖບຜາ ແລະ ລັ່ນຄອງ 9 ບາດເປີດງານຕະຫຼາດນັດ ຫຼື ງານໂລະລາດມ່ວນຊົນໂດຍ ທ່ານ ນາງ ປານີ ຢ່າທໍ່ຕູ່ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.







ທີ່ມາTam sonphet 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.