Header Ads

ກະຊວງການຕ່າງປະເທດຈັດພິທີຊັກທຸງຊາດລາວ ແລະ ທຸງອາຊຽນຂື້ນເສົາ ເພື່ອສະເຫລີມສະຫລອງວັນຄົບຮອບ 50 ປີແຫ່ງການສ້າງຕັ້ງອາຊຽນ ແລະ ວັນຄົບຮອບ 20 ປີທີ່ລາວເຂົ້າເປັນສະມາຊິກອາຊຽນ



ກະຊວງການຕ່າງປະເທດຈັດພິທີຊັກທຸງຊາດລາວ ແລະທຸງອາຊຽນຂື້ນເສົາ ໃນວັນທີ 11 ສິງຫານີ້ ໂອກາດສະເຫລີມສະຫລອງວັນຄົບຮອບ 50 ປີແຫ່ງການສ້າງຕັ້ງອາຊຽນ ແລະ ວັນຄົບຮອບ 20 ປີທີ່ລາວເຂົ້າເປັນສະມາຊິກອາຊຽນ ມີບັນດາລັດຖະມົນຕີຮັບຜິດຊອບ 3 ເສົາຄ້ຳປະຊາຄົມອາຊຽນຄື: ເສົາຄ້ຳປະຊາຄົມການເມືອງ-ຄວາມໜັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນາທຳ - ສັງຄົມອາຊຽນ ພ້ອມດ້ວຍເອກອັກຄະລັດຖະທູດຈາກປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະຜູ້ຕາງໜ້າຈຸດປະສານງານອາຊຽນຂອງແຕ່ລະພາກສ່ວນເຂົ້າຮ່ວມ.




ພິທີຊັກທຸງຊາດລາວ ແລະທຸງອາຊຽນຂື້ນເສົາແມ່ນໜື່ງໃນບັນດາກິດຈະກຳ ເພື່ອລະນຶກເຖິງວັນທີ່ມີຄວາມໜາຍສຳຄັນທາງດ້ານປະຫວັດສາດຂອງການສ້າງຕັ້ງອາຊຽນໃນປີ 1967 ແລະ ວັນເຂົ້າອາຊຽນຂອງລາວປີ 1997. ໂອກາດນີ້ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນວ່າ: ໄລຍະ 50 ປີຜ່ານມາ ອາຊຽນໄດ້ເຕີບໃຫ່ຍຂະຫຍາຍຕົວເປັນກ້າວໆ ກາຍເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານທີ່ມີຜົນສຳເລັດ, ເປັນທີ່ຮັບຮູ້ ແລະຍອມຮັບຂອງວົງຄະນາຍາດສາກົນ ສີ່ງສຳຄັນອາຊຽນໄດ້ກາຍເປັນປະຊາຄົມອາຊຽນທ້າຍປີ 2015 ຜ່ານມາ, ລາວ ໄດ້ປະກອບສ່ວນຢ່າງຫ້າວຫັນໃນຂະບວນການສ້າງປະຊາຄົມອາຊຽນໄລຍະ 2 ທົດສະຫວັດທີ່ຜ່ານມາ ຊື່ງໄດ້ນຳຜົນປະໂຫຍດມາສູ່ລາວ ແລະ ອາຊຽນ ໂດຍລວມ, ພິທີຊັກທຸງຊາດລາວ ແລະທຸງອາຊຽນຂື້ນເສົາດຳເນີນໄປດ້ວຍການບັນເລງເພັງຊາດລາວ ແລະເພັງອາຊຽນ ໂດຍກອງດຸລິຍາງຂອງກອງທັບປະຊາຊົນລາວ ເປັນໜື່ງໃນກິດຈະກຳສະເຫລີມສະຫລອງ 2 ວັນສຳຄັນທີ່ລາວຈະໄດ້ຈັດຂື້ນຕະຫລອດປີນີ້.



ທີ່ມາ: ສະຖານິວິທະຍຸແຫ່ງຊາດ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.