Header Ads

6 ເດືອນຕົ້ນປີ ລຮລ ມີລາຍຮັບ 14 ລ້ານກວ່າໂດລາ ໂດຍເຂື່ອນໄຟຟ້ານໍ້າເທີນ 2 ສາມາດສ້າງລາຍຮັບ 9 ລ້ານໂດລາສະຫະລັດ


ການດຳເນີນທຸລະກິດຂອງລັດວິສາຫະກິດຖືຮຸ້ນລາວ (ລຮລ) 6 ເດືອນຕົ້ນປີ 2017 ໄດ້ຮັບຜົນສຳເລັດຫລາຍດ້ານ, ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນມີລາຍຮັບທັງໝົດ 14.489.135 ໂດລາສະຫະລັດ, ສາເຫດຍ້ອນເງິນປັນຜົນງວດໜຶ່ງຈາກໂຄງການໄຟຟ້ານໍ້າເທີນ 2 ຈໍານວນ 9 ລ້ານໂດລາສະຫະລັດ,ໂຄງການໄຟຟ້າຄວາມຮ້ອນຫົງສາ 147 ລ້ານບາດ ແລະ 8 ແສນກວ່າໂດລາສະຫະລັດ.






ອີງຕາມການລາຍງານຂອງທ່ານ ມານະສິນ ວົງໄຊ ຜູ້ອຳນວຍການລັດວິສາຫະກິດຖືຮຸ້ນລາວໃນກອງປະຊຸມສະຫລຸບການເຄື່ອນໄຫວວຽກງານປະຈຳ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2017 ໃນວັນທີ 18 ສິງຫາ 2017 ທີ່ລັດວິສາຫະກິດຖືຮຸ້ນລາວ (ລຮລ) ໂດຍການເປັນປະທານຂອງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ປະທານສະພາບໍລິຫານຂອງ ລຮລພ້ອມດ້ວຍຄະນະສະພາບໍລິຫານ, ຄະນະອຳນວຍການ ແລະ ພະນັກງານ ລຮລ ເຂົ້າຮ່ວມຢ່າງພ້ອມພຽງ.







ທ່ານ ມານະສິນ ວົງໄຊ ໄດ້ລາຍງານກ່ຽວກັບການດຳເນີນທຸລະກິດໃນໄລຍະ 6 ເດືອນຜ່ານມາວ່າ:ປັດຈຸບັບ ລຮລ ປະກອບມີສະພາບໍລິຫານ, ຄະນະອຳນວຍການ, 4ພະແນກວິຊາການ ແລະ ຫ້ອງການກວດສອບພາຍໃນ, ມີພະນັກງານທັງໝົດ 115 ຄົນ, ຜ່ານການເຄື່ອນໄຫວດຳເນີນທຸລະກິດຂອງລັດວິສາຫະກິດຖືຮຸ້ນລາວ (ລຮລ) ໃນ 6 ເດືອນຕົ້ນປີ 2017 ໄດ້ຮັບຜົນສຳເລັດຫລາຍດ້ານ, ລຮລ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບສູງໂດຍສະເພາະແມ່ນການນຳພາທາງດ້ານການເມືອງ-ແນວຄິດ, ຊຶ່ງໄດ້ສະແດງອອກໃນການໄດ້ຮັບນາມມະຍົດເປັນໜ່ວຍພັກເຂັ້ມແຂງຮູ້ນຳພາຮອບດ້ານຄັ້ງທີ 9 (9 ສະໄໝຕິດຕໍ່ກັນນັບແຕ່ປີ 2008 ເປັນຕົ້ນມາ).





ອັນທີ່ພົ້ນກວ່າໝູ່ການດຳເນີນທຸລະກິດຂອງລັດວິສາຫະກິດຖືຮຸ້ນລາວ (ລຮລ) 6 ເດືອນຕົ້ນປີ 2017ມີລາຍຮັບທັງໝົດ 14.489.135ໂດລາສະຫະລັດ, ໃນນັ້ນປະກອບມີເງິນປັນຜົນງວດທີ 1ຈາກໂຄງການໄຟຟ້ານ້ຳທີ 2ຈຳນວນ 9 ລ້ານໂດລາສະຫະລັດ, ລື່ນແຜນ 18,5%, ເງິນປັນຜົນຈາກໂຄງການເຂື່ອນໄຟຟ້າຄວາມຮ້ອນຫົງສາ 147 ລ້ານກວ່າບາດ ແລະ 8 ແສນກວ່າໂດລາສະຫະລັດ(ພາກໂຮງງານໄຟຟ້າ 120 ລ້ານກວ່າບາດ,ພາກບໍ່ແຮ່ 8 ແສນກວ່າໂດລາສະຫະລັດ ແລະ 27 ລ້ານກວ່າບາດ)ແລະ ລາຍຮັບອື່ນໆ...ເຊັ່ນ: ບໍລິສັດໄຟຟ້າເຊປ່ຽນ-ເຊນໍ້ານ້ອຍ ຈຳນວນ 1 ແສນກວ່າໂດລາສະຫະລັດ, ດອກເບ້ຍເງິນຝາກທະນາຄານ 2,8 ແສນໂດລາສະຫະລັດ, ລາຍຮັບຈາກການຂາຍຂີ່ເທົ່າລອຍ 1,8 ແສນກວ່າໂດລາສະຫະລັດ ແລະ ລາຍຮັບອື່ນໆອີກຈຳນວນໜຶ່ງ.




ທ່ານ ມານະສິນ ວົງໄຊ ຜູ້ອຳນວຍການລັດວິສາຫະກິດຖືຮຸ້ນລາວກ່າວຕື່ມອີກວ່າ: ຄຽງຄູ່ກັນນັ້ນ, ລຮລ ຍັງໄດ້ຖືກສຳຄັນໃນການເອົາໃຈໃສ່ໃນການປະຕິບັດພັນທະຕ່າງໃຫ້ລັດຖະບານຕາມລະບຽບກົດໝາຍໃນຄັ້ງນີ້, ມີທັງໝົດ 18.281.955 ໂດລາສະຫະລັດຈາກບັນດາໂຄງການຕ່າງໆ, ນອກຈາກນີ້, ລຮລ ຍັງສືບຕໍ່ປະຕິບັດວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍສະເພາະແມ່ນການຄຸ້ມຄອງບໍລິຫານບັນດາໂຄງການທີ່ ລຮລ ຮ່ວມລົງທຶນ, ສືບຕໍ່ການກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບການດຳເນີນທຸລະກິດຂີ້ເທົ່າລອຍ ເພື່ອປະກອບສ່ວນສ້າງລາຍຮັບໃຫ້ແກ່ປະເທດຊາດ.



 ແຫຼ່ງຂ່າວ: ກະຊວງການເງິນ      
© ໂຕະນໍ້າຊາ | tonamcha.com    

___________


Powered by Blogger.