ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດນິວຊີແລນເຂົ້າຢ້ຽມຂໍ່ານັບອໍາລາ
ໃນວັນທີ 23 ສິງຫາ 2017 , ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ເບັນ ຄິງ ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເຊິ່ງມີສໍານັກງານ ຕັ້ງຢູ່ບາງກອກ ປະເທດໄທ.
ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດ ທີ່ໄດ້ເຄື່ອນໄຫວຢ່າງຫ້າວຫັນ ເຂົ້າໃນການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ຕະຫລອດໄລຍະ 1 ປີ ຜ່ານມາ, ຊຶ່ງເຫັນໄດ້ຈາກຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການເສີມ ຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ທີ່ມີມາແລ້ວນັ້ນ ໃຫ້ໄດ້ຮັບການຂະຫຍາຍຕົວ ໃນຫລາຍຂົງເຂດຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການ ຮ່ວມມືດ້ານກະສິກໍາ ເຊັ່ນ: ໂຄງການຊ່ວຍເຫລືອ ການຄວບຄຸມພະຍາດປາກເປື່ອຍລົງເລັບ ສັດລ້ຽງ ໃນໄລຍະ 5 ປີ (2016-2020) ແລະ ໂຄງ ການຄຸນນະພາບຊີ້ນງົວ ຢູ່ ສປປ ລາວ ແຕ່ ປີ 2017-2021, ຊຶ່ງໄດ້ລົງນາມກັນ ໃນເດືອນກໍລະກົດ 2017 ທີ່ຜ່ານມາ. ໃນຂະນະດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໂດຍຜ່ານທ່ານທູດ ໄປຍັງລັດຖະບານນິວຊີແລນ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຫລາຍດ້ານ ເປັນຕົ້ນ ທາງດ້ານການ ພັດທະນາຊັບພະຍາກອນມະນຸດ, ໂຄງການສົ່ງເສີມກິດຈະກໍາ ການທ່ອງທ່ຽວໄລຍະ 1 ແລະ ໄລຍະ 2 ແຕ່ປີ 2015-2020, ໂຄງການເກັບກູ້ລະເບີດບໍ່ທັນແຕກ ແລະ ການຊ່ວຍເຫລືອ ໃນການກຽມຄວາມພ້ອມດ້ານບຸກຄະລາກອນ ໃຫ້ແກ່ ສປປ ລາວ ເພື່ອ ເປັນເຈົ້າພາບຈັດກອງປະ ຊຸມອາຊຽນ ໃນປີ 2016 ທີ່ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ພ້້ອມດຽວກັນນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ທ່ານທູດ ທີ່ໄດ້ຖືກແຕ່ງຕັ້ງ ເປັນຮອງຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ນິວຊີແລນ ທີ່ຮັບຜິດຊອບຂົງ ເຂດອາເມລິກາ ແລະ ອາຊີ ແລະ ເຊື່ອໜັ້ນວ່າ ພາຍຫລັງທີ່ທ່ານທູດ ເດີນທາງກັບຄືນປະເທດແລ້ວ ຈະສືບຕໍ່ສົ່ງເສີມ ຊຸກຍູ້ການພົວພັນ ແລະ ການຮ່ວມມື ລາວ-ນິວຊີແລນ ໃຫ້ນັບມື້ຂະຫຍາຍຕົວຍິ່ງໆ ຂຶ້ນ.
ໃນໂອກາດດຽວກັນ, ທ່ານທູດ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານລັດຖະມົນຕີ ທີ່ໄດ້ສະຫລະເວລາ ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ແຈ້ງໃຫ້ຊາບກ່ຽວກັບ ການເຊື້ອເຊີນ ທ່ານລັດຖະມົນຕີ ໄປຢ້ຽມຢາມ ນິວຊີແລນ ໃນເວລາທີ່ເໜາະສົມ.
ຂ່າວ: ວິໄລສັກ, ພາບ: ເກດສະໜາ/ຂປລ
© ໂຕະນໍ້າຊາ | tonamcha.com
___________
Post a Comment