Header Ads

6 ເດືອນບໍລິຄຳໄຊເກັບລາຍຮັບໄດ້ລື່ນແຜນເກືອບ 40% ໂດຍປະຕິບັດໄດ້ທັງໝົດ 378,089 ຕື້ກີບ


ການຈັດຕັ້ງປະຕິບັດແຜນງົບປະມານໃນ 6 ເດືອນຕົ້ນປີ 2017 ທົ່ວແຂວງບໍລິຄຳໄຊໂດຍພາຍໃຕ້ການຊີ້ນຳ-ນຳພາຂອງອົງການປົກຄອງແຂວງ, ການໃຫ້ຄວາມຮ່ວມມືຈາກຫລາຍພາກສ່ວນ  ແລະ ຄວາມບຸກບືນສູ້ຊົນຂອງພະແນກການເງິນແຂວງເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ທັງໝົດ 378,089 ຕື້ກີບ, ລື່ນແຜນການທີ່ວາງໄວ້, ລາຍຮັບສ່ວນໃຫຍ່ໄດ້ມາຈາກການເກັບພາສີ-ອາກອນນຳເຂົ້າພາຫະນະ, ນ້ຳມັນເຊື້ອໄຟ, ກຸ່ມບໍລິສັດເຂື່ອນໄຟຟ້ານໍ້າຕົກ ແລະ ອື່ນໆ.

ຕາມການລາຍງານຂອງທ່ານ ຄຳແຫວນ ປັນຍານຸວົງ ຫົວໜ້າພະແນກການເງິນແຂວງບໍລິຄຳໄຊໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດໃນໄລຍະ 6 ເດືອນຕົ້ນປີ 2017 ສາມາດຈັດເກັບລາຍຮັບເຂົ້າງົບປະມານທັງພູດສູນກາງ ແລະ ທ້ອງຖິ່ນປະຕິບັດໄດ້ທັງໝົດ 378,089 ຕື້ກີບ, ທຽບໃສ່ແຜນ 6 ເດືອນຕົ້ນປີເທົ່າກັບ 137,55%, ທຽບໃສ່ແຜນການປີ 67,95%, ທຽບໃສ່ໄລຍະດຽວກັນ 161,79% ໃນນັ້ນ, ລາຍຮັບພູດສູນກາງປະຕິບັດໄດ້ 283,634 ຕື້ກີບ, ທຽບໃສ່ 6 ເດືອນຕົ້ນປີ 146,04%, ທຽບໃສ່ແຜນປີ 73,02%, ທຽບໃສ່ໄລຍະດຽວກັນ 175,23%ໃນນັ້ນມີລາຍຮັບພາສີປະຕິບັດໄດ້ 280,351ຕື້ກີບ, ຄ່າທຳນຽມວິຊາ 0,479 ຕື້ກີບ, ລາຍຮັບຈາກການຂາຍໄມ້ 2,770 ຕື້ກີບ, ຄຸ້ມຄອງລັດວິສາຫະກິດ 0,031 ຕື້ກີບ, ລາຍຮັບພູດທ້ອງຖິ່ນປະຕິບັດໄດ້ 94,455 ຕື້ກີບ, ທຽບໃສ່ແຜນ 6 ເດືອນຕົ້ນປີ 117,12%, ທຽບໃສ່ແຜນການປີ 56,22%, ທຽບໃສ່ໄລຍະດຽວກັນ 131,43% ໃນນັ້ນ, ສ່ວຍສາອາກອນປະຕິບັດໄດ້ 80,523 ຕື້ກີບ, ຊັບສິນ 3,804 ຕື້ກີບ, ຄຸ້ມຄອງລັດວິສາຫະກິດ 0,065 ຕື້ກີບ,ດ້ານລາຍຮັບດຸ່ນດ່ຽງຈາກສູນກາງປະຕິບັດໄດ້ 159,281 ຕື້ກີບ, ທຽບໃສ່ແຜນການ 6 ເດືອນຕົ້ນປີ 89,33%, ທຽບໃສ່ແຜນການປີ 49,72%, ສ່ວນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ 229,194 ຕື້ກີບ, ທຽບໃສ່ແຜນການ 6 ເດືອນຕົ້ນປີ 88,51%, ທຽບໃສ່ແຜນການປີ 46,93%, ທຽບໃສ່ໄລຍະດຽວກັນ 108,28%.


ທ່ານຫົວໜ້າພະແນກການເງິນຍັງກ່າວອີກວ່າ: ສັງລວມແລ້ວການຈັດຕັ້ງປະຕິບັດແຜນງົບປະມານລາຍຮັບ-ລາຍຈ່າຍ 6 ເດືອນຕົ້ນປີ 2017 ທົ່ວແຂວງສາມາດຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນທີ່ວາງໄວ້ລວມທັງສູນກາງ ແລະ ທ້ອງຖິ່ນຕາມທີ່ກະຊວງການເງິນກຳນົດໄວ້ ໃນນັ້ນ, ພູດສູນກາງປະຕິບັດລື່ນແຜນການ 46,04%, ພູດທ້ອງຖິ່ນປະຕິບັດລື່ນແຜນການ 17,12%, ສາເຫດເຮັດໃຫ້ການເກັບລາຍຮັບໄດ້ລື່ນແຜນການໄດ້ມາຈາກການເກັບພາສີ-ອາກອນຂາເຂົ້າປະເພດພາຫະນະ, ນໍ້າມັນເຊື້ອໄຟ, ກຸ່ມບໍລິສັດເຂື່ອນໄຟຟ້ານ້ຳຕົກ, ກຸ່ມໂທລະຄົມມະນາຄົມ, ກຸ່ມບໍລິສັດສ້ອມແປງ.


ຢ່າງໃດກໍຕາມຄຽງຄູ່ກັບກັບຜົນງານທີ່ຍາດມາໄດ້ພະແນກການເງິນແຂວງບໍລິຄຳໄຊໄດ້ເອົາໃຈໃສ່ໃນການຂຸດຄົ້ນລາຍຮັບເຂົ້າງົບປະມານ, ເອົາໃຈໃສ່ຈັດເກັບລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ຊອກຄົ້ນແຫລ່ງລາຍຮັບທີ່ຍັງບົ່ມຊ້ອນ, ເພື່ອໃຫ້ການຈັດເກັບລາຍຮັບໃນ 6 ເດືອນທ້າຍປີ 2017 ທັງໝົດ 240, 112 ຕື້ກີບ, ລວມໝົດປີ 618,201 ຕື້ກວ່າກີບໃຫ້ລື່ນແຜນການລະດັບ 11%.


ທີ່ມາ: ລາວອັບເດດ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.