Header Ads

ແຂວງເຊກອງຈະສູ້ຊົນໃຫ້ GDP ເພີ່ມຂຶ້ນ 8,8% ໃນປີ 2018


ທ່ານ ທອງຄໍາ ມະນີວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງເຊກອງ ໃຫ້ຮູ້ວ່າ: ໃນສົກປີ 2018 ນີ້ ຈະສູ້ຊົນເຮັດໃຫ້ລວມຍອດຜະລິຕະພັນພາຍໃນ GDP ເພີ່ມຂຶ້ນ 8,8%, ແລະ ສ້າງມູນຄ່າເພີ່ມ ໃຫ້ໄດ້ປະມານ 1.684 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 13,67 ລ້ານກີບ ຫຼື ເທົ່າກັບ 1.709 ໂດລາ, ໃນນັ້ນ ຂະແໜງກະສິກໍາ ແລະ ປ່າໄມ້ເພີ່ມຂຶ້ນ 7,68% ກວມເອົາ 41,06%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 9,03% ກວມເອົາ 22,80% ແລະ ຂະແໜງການບໍລິການ ເພີ່ມຂຶ້ນ 9,80% ກວມເອົາ 36,14% ຂອງ GDP.


ນອກນີ້ ຕ້ອງສູ້ຊົນເກັບລາຍຮັບພາຍໃນ (ພູດຂອງແຂວງ) ໃຫ້ບັນລຸໄດ້ 54,5 ຕື້ ແລະ ຄຸ້ມຄອງລາຍຈ່າຍງົບປະມານລວມໃຫ້ໄດ້ 182,5 ຕື້ກີບ; ສູ້ຊົນເຮັດໃຫ້ການສົ່ງອອກສິນຄ້າເພີ່ມຂຶ້ນປະມານ 10% ແລະ ຄຸ້ມຄອງການນໍາເຂົ້າສິນຄ້າ ໃຫ້ຫຼຸດລົງປະມານ 15%; ເພື່ອບັນລຸຄາດໝາຍເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງນ້ອຍ 8,8% ໃນປີ 2018 ແຂວງເຊກອງໄດ້ກໍານົດຄາດໝາຍສູ້ຊົນ ເຊິ່ງມີຄວາມຕ້ອງການລົງທຶນ ທັງໝົດ 667 ຕື້ກີບ ກວມເອົາ 39% ຂອງ GDPໃນນັ້ນ ເລັງໃສ່ຄົ້ນຄວ້າທ່າແຮງຕາມ 4 ແຫຼ່ງທຶນ ດັ່ງນີ້: ການລົງທຶນຂອງລັດໃຫ້ໄດ້ປະມານ 120 ຕື້ກີບ ກວມເອົາ 18% ຂອງ GDP;  ທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມທາງການເພື່ອການພັດທະນາ ( ODA) ໃຫ້ໄດ້ປະມານ 67 ຕື້ກີບ ກວມເອົາ 10% ຂອງ GDP;  ການລົງທຶນຂອງເອກກະຊົນພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ປະມານ 267 ຕື້ກີບ ກວມເອົາ 40% ຂອງ GDP ແລະ ການລົງທຶນຂອງທະນາຄານໃຫ້ໄດ້ປະມານ 214 ຕື້ກີບ ກວມເອົາ 32% ຂອງ GDP.


ນອກຈາກນັ້ນ ແຂວງເຊກອງຍັງໄດ້ສະເໜີລັດຖະບານ ກໍ່ຄື ກະຊວງແຜນການ ແລະ ການລົງທຶນ ຊ່ວຍເພີ່ມເພດານການລົງທຶນຂອງແຂວງໃຫ້ເພີ່ມຂຶ້ນປະມານ 15-20% ຕໍ່ປີ; ຂໍແຫຼ່ງທຶນກໍ່ສ້າງທາງເລກທີ 16B ຕອນທາງທີ່ບໍ່ທັນເຊື່ອມຈອດ ກິໂລແມັດ 114+630 ຫາ ຊາຍແດນລາວ-ຫວຽດນາມ ( ຫຼັກໝາຍ 717 ) ລວງຍາວ 6 ກິໂລແມັດ; ສະເໜີນຳໃຊ້ແຫຼ່ງທຶນຈາກໂຄງການກໍ່ສ້າງຂົວ 7 ແຫ່ງ ທີ່ຍັງເຫຼືອຕາມການປະມູນ ໄປໃຊ້ເຂົ້າໃນໂຄງການອື່ນທີ່ມີຄວາມຈໍາເປັນ; ສະເໜີ ການແບ່ງປັນຂັ້ນຄຸ້ມຄອງກ່ຽວກັບວຽກງານການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ລະຫວ່າງກະຊວງ ກັບ ແຂວງ ໃຫ້ລະອຽດ ແລະ ຈະແຈ້ງກວ່າເກົ່າ.




ຂ່າວ : ພຸດທະສອນ/ແຂວງເຊກອງ
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.