Header Ads

9 ເຫດຜົນທີ່ເຮັດໃຫ້ປະເທດຟິນແລນມີລະບົບການສຶກສາທີ່ດີທີ່ສຸດໃນໂລກ


ປະເທດຟິນແລນ ເປັນປະເທດນ້ອຍໆໃນຕັ້ງຢູ່ເອີລົບຕອນເທິງທີ່ປະກອບມີປະຊາກອນປະມານ 5 ລ້ານຄົນ ເຊິ່ງເປັນປະເທດທີ່ມີຄຸນນະພາບຊີວິດ,ວິທີການພັດທະນາຄົນ, ຄວາມເຫຼື່ອມລໍ້າທາງສັງຄົມໜ້ອຍທີ່ສຸດໃນໂລກ ແລະ ລະບົບການສຶກສາດີທີ່ສຸດຂອງໂລກປະເທດໜຶ່ງ. 




ເຫດຜົນທີ່ ປະເທດຟິນແລນ ມີລະບົບການສຶກສາທີ່ດີເພາະ

1. ປະເທດຟິນແລນບໍ່ເນັ້ນໃຫ້ເດັກນ້ອຍເຂົ້າໂຮງຮຽນອະນຸບານໃນໄລຍະອາຍຸເດັກນ້ອຍລະຫວ່າງ 6-7  ແຕ່ຈະໃຫ້ຢູ່ກັບຄອບຄົວເພາະຄົນຟິນແລນ ເຊື່ອວ່າຄອບຄົວໃຫ້ຄວາມຮັກ, ຄວາມຮູ້,ຖ່າຍທອດວັດທະນາທໍາ ແລະ ການສ້າງສິ່ງດີງາມໃຫ້ກັບເດັກນ້ອຍໄດ້ດີກວ່າໂຮງຮຽນອະນຸບານ.

2. ນັກຮຽນທີ່ປະເທດຟິນແລນ ຈະຮຽນນ້ອຍ ແຕ່ເຮັດກິດຈະກຳຫຼາຍ ເຊິ່ງເດັກນ້ອຍຊັ້ນປະຖົມຈະໄດ້ຮຽນບໍ່ເກີນວັນລະ 5 ຊົ່ວໂມງ ເພາະລະບົບການສຶກສາທີ່ປະເທດຟິນແລນ ຈະປ່ອຍໃຫ້ເດັກນ້ອຍ ຫຼື ນັກຮຽນເຮັດໃນສິ່ງທີ່ຕົນມັກ ແລະ ມີເວລາຮຽນຮູ້ສິ່ງທີ່ໜ້າສົນໃຈຫຼາຍຂື້ນ ເພາະຫຼັກສູດການຮຽນຈະເນັ້ນໃຫ້ຮຽນເນື້ອຫາທີ່ຈໍາເປັນເທົ່ານັ້ນ ສ່ວນທີ່ເຫຼືອແມ່ນປ່ອຍໃຫ້ນັກຮຽນເຮັດກິດຈະກໍາທີ່ມັກ



3. ການສຶກສາທີ່ປະເທດຟິນແລນ ຈະເນັ້ນໃຫ້ນັກຮຽນຮຽນຮູ້ຈາກຄວາມຈິງ ແລະ ຝຶກຝົນການແກ້ໄຂບັນຫາຈິງ ເພື່ອທີ່ຈະໄດ້ເຂົ້າໃຈ ແລະ ຮຽນຮູ້ທັກສະຊີວິດແຕ່ນ້ອຍ

4. ນັກຮຽນ ຫຼື ເດັກນ້ອຍທີ່ປະເທດຟິນແລນ ຈະຝຶກໃຫ້ຮູ້ຈັກຄວາມຮັບຜິດຊອບ ຜ່ານການເຮັດກິດຈະກໍາຕ່າງໆ ເຊິ່ງສ່ວນທາງກັບຫຼາຍປະເທດທີ່ຝຶກໃຫ້ຮຽນຮູ້ແຕ່ລະບຽບວິໄນ ແລະ ໃຫ້ຄິດຢູ່ພາຍໃນກອບເທົ່ານັ້ນ

5. ນັກຮຽນທີ່ປະເທດຟິນແລນ ບໍ່ມີວຽກບ້ານ ແຕ່ຖ້າຕ້ອງມິວຽກບ້ານກໍເປັນກິດຈະກຳທີ່ມີເປົ້າໝາຍເພື່ອສ້າງສາຍສໍາພັນກັບຄອບຄົວໂດຍໃຫ້ຜູ້ປົກຄອງເລົ່າເລື່ອງປະທັບໃຈ ແລ້ວໃຫ້ລູກຂຽນສົ່ງຄູ່ ຫຼື ອາຈານທີ່ໂຮງຮຽນ ຫຼື ອາດເປັນກິດຈະກໍາອື່ນ ເຊັ່ນ: ການປູກຕົ້ນໄມ້, ການລ້ຽງສັດ ແລະ ອື່ນໆ.



6. ຫ້ອງຮຽນໃນປະເທດຟິນແລນ ກໍານົດໃຫ້ມີນັກຮຽນພຽງຫ້ອງລະ 12 ຄົນ ຫຼຶ ຫຼາຍສຸດບໍ່ເກີນ 20 ຄົນຍິ່ງເປັນໂຮງຮຽນດີຍິ່ງຈໍາກັດນັກຮຽນ ເຊິ່ງຄູເຂົ້າໃຈວ່າເດັກນ້ອຍແຕ່ລະຄົນມີຄວາມແຕກຕ່າງ, ການຮຽນຮູ້ ແລະ ລະດັບການເຂົ້າໃຈທີ່ແຕກຕ່າງກັນ.

7. ປະເທດຟິນແລນ ບໍ່ມີການຈັດເກຣດສະເລ່ຍແບບເອົາທຸກວິຊາມາລວມກັນ ຫຼຶ ມີຄະແນນປະພືດ ເຊິ່ງສິ່ງເຫຼົ່ານີ້ຈະເຮັດໃຫ້ເດັກນ້ອຍຮູ້ສຶກອາຍ ແລະ ບໍ່ພາກພູມໃຈເມື່ອໄດ້ເກຣດສະເລ່ຍນ້ອຍ.


8. ປະເທດຟິນແລນໃຫ້ອໍານາດທ້ອງຖີ່ນໃນການຕັດສີນໃຈເລື່ອງການສຶກສາໂດຍເລີ່ມໃຫ້ຄວາມເຂົ້າໃຈແກ່ທ້ອງຖີ່ນເລື່ອງເປົ້າໝາຍ, ທິດທາງ ແລະ ເປີດໂອກາດໃຫ້ຜູ້ປົກຄອງເຂົ້າມາມີສ່ວນຮ່ວມໃນການກວດສອບ ແລະ ໃຫ້ຄໍາແນະນໍາແກ່ໂຮຮຽນໃນການວັດຜົນ, ປະເມີນຜົນ ແລະ ວັດຄຸນນະພາບການສິດສອນ



9. ຄູທີ່ປະເທດຟິນແລນ ຕ້ອງເປັນຄູທີ່ເກັ່ງ ແລະ ມີຄວາມຮູ້ຈິງ ພ້ອມກັບຄູ່ຈະມີຜົນຕອຍແທນສູງທີ່ສຸດ ແລະ ມີເວລາພັກຜ່ອນເພື່ອທ່ອງທ່ຽວຫຼາຍທີ່ສຸດຈະໄດ້ມີແຮງບັນດານໃຈຫາຄວາມຮູ້ ເພື່ອມາສອນເດັກນ້ອຍ ແລະ  ຄູຕ້ອງຈົບລະດົບປະລິນຍາໂທເປັນຢ່າງຕໍ່າໃນວິຊາທີ່ສອນ.




© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.