Header Ads

ກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ຫັນພະນັກງານລົງກໍ່ສ້າງຮາກຖານ



ກອງປະຊຸມປຶກສາຫາລື ການກໍ່ສ້າງຮາກຖານການເມືອງເມືອງ ທີ່ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງ ໄດ້ຈັດຂື້ນຕອນບ່າຍຂອງວັນທີ 22 ສິງຫາ 2017 ນີ້ ທີ່ຫ້ອງປະຊຸມຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ ທ່າແຕງ ແຂວງ ເຊກອງ ໂດຍພາຍໄຕ້ເປັນປະທານຂອງ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ຜູ້ຊີ້ນໍາຂົງເຂດເສດຖະກິດ,ມີທ່ານ ສຸພົນ ໄຊສະຫງ່າ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ,ຫົວໜ້າ-ຮອງ 6 ເຂດຈຸດສຸ່ມພັດທະນາ,ພ້ອມດ້ວຍພະນັກງານວິຊາການ ແລະ ແຂກຖືກເຊີນເຂົ້າຮ່ວມ.






ທ່ານ ສຸພົນ ໄຊສະຫງ່າ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ທ່າແຕງກ່າວວ່າ: ກອງປະຊຸມປຶກສາຫາລື ແລະ ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບຂົງເຂດກະສິກໍາ ແລະ ປ່າໄມ້ເມືອງຄັ້ງນີ້ ໃຫ້ບັນລຸຕາມຈຸດປະສົງ ແລະ ລະດັບຄາດໝາຍວຽກງານສາມສ້າງເຂົ້າສູ່ລວງເລິກ,ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຂອງຂະແໜງກະສິກໍາ ແລະ ປ່າໄມ້ ໃຫ້ເຊື່ອມໂຍງກັບນະໂຍບາຍຂອງທິດນໍາສາມສ້າງ,ທັງເປັນການປະກອບສ່ວນໂດຍກົງໃຫ້ບັນລຸຕາມ 4 ເນື້ອໃນ 4 ຄາດໝາຍ ທີ່ພັກເຮົາໄດ້ກໍານົດໄວ້ ຕາມ 4 ແຜ່ນງານໃຫ່ຍຂອງກະຊວງກະສິກໍາ ແລະ ປ່າໄມ້ວາງອອກ ໂດຍສະເພາະ ແຜ່ນງານຄໍ້າປະກັນການຜະລິດສະບຽງອາຫານ,ແຜ່ນງານຜະລິດກະສິກໍາເປັນສິນຄ້າທີ່ເປັນມິດກັບສິ່ງແວດລ້ອມ,ແຜ່ນງານຄຸ້ມຄອງຊັບພະຍາກອນ ແລະ ປ່າໄມ້ໃຫ້ຢືນຍົງ,ແຜ່ນງານພັດທະນາຊຸມຊົນ ແລະ ລຶບລ້າງຄວາມທຸກຍາກ ໃຫ້ບັນລຸຕາມແຜ່ນວາງໄວນັ້ນມັນຈິ່ງຮຽກຮ້ອງເຖິງພະນັກງານວິຊາການທຸກຂະແໜງການຂອງເມືອງ,ເວົ້າສະເພາະ ຫ້ອງການ ກະສິກໍາ ແລະ ປ່າໄມ້ເມືອງ ໄດ້ຫັນພະນັກງານລົງກໍ່ສ້າງຮາກຖານໃນ 6 ເຂດຈຸດສຸມພັດທະນາຂອງເມືອງມີທັງໝົດ 27 ສະຫາຍ,ຍິງ 8 ສະຫາຍ,ໃນນີ້ ມີຄະນະຊີ້ນໍາ 3 ສະຫາຍ,ເຂດ 1 ເຖິງເຂດ 6 ມີເຂດລະ 4 ສະຫາຍ ທີ່ຈະຕ້ອງສູ້ຊົນ,ເຮັດໃຫ້ສໍາເລັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ບວກກັບທ່າແຮງທີ່ບົມຊ້ອນຂອງແຕ່ລະເຂດ,ແຕ່ລະທ້ອງຖິ່ນ ເພື່ອໃຫ້ເຂົ້າເຈົ້າເຂົ້າໃຈກ່ຽວກັບນະໂຍບາຍ,ມະຕິຄໍາສັ່ງຕ່າງໆຂອງຂັ້ນເທິງວາງອອກ ເພື່ອພັດທະນາໃນຂົງເຂດກະສິກໍາໃຫ້ນັບມື້ນັບເພື່ມຂື້ນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.




ໂອກາດນີ້ ທ່ານ ສົມເພັດ ເອິດລັດດາ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງ ທ່າແຕງ ຜູ້ຊີ້ນໍາຂົງເຂດເສດຖະກິດ ໄດ້ເນັ້ນໃຫ້ຄະນະຊີ້ນໍາ ແລະ ບັນດາສະຫາຍທີ່ຖືກແຕ່ງຕັ້ງລົງກໍ່ສ້າງຮາກຖານຄັ້ງນີ້ ເອົາໃຈໃສຢ່າງເຄັ່ງຄັດຕໍ່ກັບບັນຫາການຈັດຕັ້ງປະຕິບັດມະຕິ,ຄໍາສັ່ງຂອງພັກ-ລັດຖະບານ ໂດຍສະເພາະ ຄໍາສັ່ງເລກທີ 09/ນຍ,ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ,ຄໍາສັ່ງເລກທີ 15/ນຍ ວ່າດ້ວຍຫ້າມຂຸດຄົ້ນແລະສົ່ງອອກວັດຖຸດິບໄມ້ ເພື່ອຄືນຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະຊາດໃຫ້ຍືນຍົງ,ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານພັດທະນາຊົນະບົດຢ່າງເປັນປົກະຕິຕໍ່ເນື່ອງ, ເອົາໃຈໃສ່ເຜີ່ຍແຜ່ບັນດາເຕັກນິກດ້ານວິຊາການໃໝ່ໆ ໄປເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ, ພ້ອມທັງຊຸກຍູ້,ຕິດຕາມຂະບວນການຜະລິດຂອງຊາວກະສິກອນຢ່າງເປັນປົກກະຕິຕໍ່ເນື່ອງ,ທ່ວງທັນກັບສະພາບການ,ເກັບກໍາຂໍ້ມູນບັນຫາທີ່ອາດຈະເກີດຂື້ນຕໍ່ຜົນການຜະລິດຂອງປະຊາຊົນ, ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານໃຫ້ຂັ້ນເທິງເປັນໄລຍະ 1 ເດືອນ,3 ເດືອນ,6 ເດືອນ ແລະ 1 ປີຢ່າງເປັນປົກກະຕິ,ສ້າງຄວາມເຊື່ອໝັ້ນ ແລະ ຄວາມຈິງໃຈຮັບໃຊ້ປະຊາຊົນຢ່າງແທ້ຈິງ ໂດຍໃຫ້ສອດຄ່ອງກັບ 4 ຮ່ວມຄື: ຮ່ວມປຸກສ້າງ, ຮ່ວມຄິດ,ຮ່ວມເຮັດ,ຮ່ວມໄດ້ຜົນປະໂຫຍດ.



ນອກນີ້ ຕ້ອງມີຄວາມເປັນເອກກະພາບໃນໝູ່ຄະນະພ້ອມກັນສ້າງສາພັດທະນາພື້ນຖານໂຄງລ່າງ,ເສດຖະກິດ-ສັງ

ຄົມໃຫ້ມີການຂະຫຍາຍຕົວດີຂື້ນຢ່າງບໍ່ຢຸດຢັ້ງ.


ທີ່ມາຂ່າວ-ພາບ: ພອນ ບຸນອຸທິດ 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.