Header Ads

ສປປ ລາວ ກຽມຮ່າງດຳລັດວ່າດ້ວຍ ການຄວບຄຸມຜະລິດຕະພັນ ອາຫານເດັກ



ບັນດາ​ຜູ້ຕາງໜ້າ​ຈາກ​ ກະຊວງສາທາລະນະ​ສຸກ, ອົງການ​ອະນາ​ໄມ​​ໂລກ, ອົງການ​ອຸຍ​ນີ​ເຊບ ​ແລະ ກະຊວງ​ຕ່າງໆ​ທີ່​ກ່ຽວຂ້ອງ ​ໄດ້​ພ້ອມ​ກັນຄົ້ນຄວ້າ ​ແລະ ປຶກສາ​ຫາລື​ໃສ່​ ຮ່າງ​ດຳລັດວ່າ​ດ້ວຍ ການ​ຄວບ​ຄຸມ​​ຜະລິດ​ຕະພັນ ​ອາຫານ​ສຳລັບ​ເດັກ​ອ່ອນ ​​ແລະ ​ເດັກ​ນ້ອຍ​​ ໃນ ສປປ ລາວ ​ເພື່ອ​ຮັບປະກັນ​ ໃຫ້​ເດັກຕັ້ງ​ແຕ່​ມື້​ເກີດ ຫາ 24 ​ເດືອນ ມີ​ໂພ​ຊະນາ​ການ​ ​ແລະ ມີ​ການຈະ​ເລີ​ນ​ເຕີບ​ໂຕ​ ທາງ​ດ້ານ​ຮ່າງ​ກາຍ ​ແລະ ມັນສະໝອງ​ທີ່ດີ ​ເພື່ອ​ໃຫ້ກາຍ​ເປັນ​ຊັບ​ພະຍາ​ກອນ​ ທີ່​ມີ​ຄຸນ​ນະພາບ ໃນ​ການ​ພັດ​ທະນາ ​ແລະ ສ້າງສາ​ປະ​ເທດ​ຊາດ ​ໃນ​ອະນາຄົດ.

ການ​ຄົ້ນ​ຄວ້າຄັ້ງ​ນີ້​​, ແມ່ນ​ເປັນ​ຄັ້ງ​ທີ​ 4 ​ແລະ ຈະ​ດຳ​ເນີນ​​​ເປັນ​​ເວລາ​ 4 ວັນ ​(22-25 ສິງຫາ 2017) ໂດຍ​ຈະ​ສຸມ​ໃສ່​ ດ້ານ​ລະບຽບ​ການ ​ແລະ ​ມາດ​ຕະການ​ ກ່ຽວ​ກັບການ​ຄຸ້ມ​ຄອງ, ການ​ຕິດຕາມ ​ແລະ ກວດກາ​ວຽກ​ງານ​ການ​ຜະລິດ, ການ​ນຳ​ເຂົ້າ​, ການ​ຈຳໜ່າຍ, ​ແລະ ການ​ໂຄສະນາ ຜະລິດ​ຕະພັນ​ອາຫານ​ ສຳລັບ​ເດັກ​ອ່ອນ ​​ແລະ ​ເດັກ​ນ້ອຍ ​​ຢູ່ໃນປະ​ເທດ​ເຮົາ. ດໍາລັດ​ສະບັບ​ນີ້, ​ສ້າງ​ຂຶ້ນ​ເພື່ອ​ປົກ​ປ້ອງ, ສົ່ງ​ເສີມ ​​ແລະ ສະໜັບສະໜູ​ນ ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ຢ່າງ​ດຽວ ​ໃນ​ໄລຍະ​ຫົກ​ເດືອນ​ທຳ​ອິດ​ຂອງ​ຊີ​ວິດ ​ແລະ ສືບ​ຕໍ່​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ ຈົນ​ຮອດ​ອາຍຸ​ສອງ​ປີ ຫລື ຫລາຍ​ກວ່າ​ນັ້ນ ​ສົມທົບ​ກັບ​​ໃຫ້​ອາຫານ​ເສີມ ​ທີ່​ມີ​ໃນ​ທ້ອງ​ຖິ່ນ ຫລື ຖ້າກໍລະນີ​ຈຳ​ເປັນ ແມ່ນ​ໃຊ້​ຜະລິດ​ຕະພັນ​ອາຫານ ​ທີ່​ມີ​ຄຸ​ນນະພາ​ບ​ ແລະ ປອດ​ໄພ.

ທ່ານ ພູທອນ ​ເມືອງ​ປາກ ຮອງ​ລັດຖະ​ມົນຕີ​ ກະຊວງສາທາລະນະ​ສຸກ ກ່າວ​ວ່າ: ການ​ສ້າງດຳລັດສະບັບ​ນີ້ ​ແມ່ນ​​ມີ​ຄວາມສຳຄັນ​ຫລາຍ ​ແລະ ຄຸ້ມ​ຄ່າ​ຕໍ່​ການ​ລົງທຶນ ​ເພາະວ່າ​ມັນ​ຈະ​ເປັນ​ ການ​ຊຸກຍູ້​ຕົວ​ຊີ້​ວັດ ​ແລະ​ ແຜນ​ປະ​ຕິ​ບັດ​ງານ ​ໃນ​ຍຸດ​ທະ​ສາດ​ແຫ່ງຊາດ​ ດ້ານ​ໂພ​ຊະນາ​ການ ​ໃຫ້​ສຳ​ເລັດຕາມ​ລະດັບ​ ຄາດໝາຍ​ທີ່​ວາງ​ໄວ້ ​​ໂດຍສະ​ເພາະ ​ແນ່​ໃສ່​ການປົກ​ປ້ອງ, ການສົ່ງ​ເສີມ ​​ແລະ ການສະໜັບສະໜູ​ນ ການ​ລ້ຽງ​ລູກ​ດ້ວຍ​ນົມ​ແມ່​ຢ່າງ​ດຽວ ​ໃນ​ໄລຍະ​ຫົກ​ເດືອນ​ທຳ​ອິດ​ຂອງ​ຊີ​ວິດ. ຖ້າ​ດຳລັດ​ສະບັບ​ນີ້​ ສ້າງສຳ​ເລັດ ​ແມ່ນ​ຈະ​ເປັນ​ຜົນສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ ທີ່​ລັດຖະບານ ກໍ​ຄື​ ກະຊວງ​ສາທາລະນະ​ສຸກ ​​ແລະ ບັນດາ​ທິມງານ ​ທີ່​ສາ​ມາດ​ຍາດ​ມາ​ໄດ້ ​ເພື່ອ​ຈະ​ມາ​ຕອບ​ສະໜອງ ສະພາບ​ກາ​ນຂາດ​​ໂພ​ຊະນາ​ການ ​ໃນ ສປປ ລາວ ​ໃຫ້​ດີ​ຂຶ້ນ​ເທື່ອລະ​ກ້າວ, ພ້ອມ​ທັງ​ຕິດ​ພັນ​ກັບ​ ການຈັດ​ຕັ້ງ​ຜັນ​ຂະຫຍາ​ຍ​ແຜນການ 5 ປີ ຄັ້ງ​ທີ VIII (2016-2020) ຂອງ​ຂະ​ແໜງ​ ສາທາລະນະ​ສຸກ ​ແລະ ທັງ​ເປັນ​ການ​ກະກຽມ​ພື້ນຖານ​ ກ້າວ​ສູ້​ການ​ບັນລຸ​ສຸຂະພາບ​ທົ່ວໜ້າ ​ໃນ​ປີ 2025 ​ແລະ ການ​ພັດທະນາ​ ແບບ​ຍືນ​ຍົງ​ ທີ່​ຕິດ​ພັນ​ກັບ ​ສາທາລະນະ​ສຸກ​ໃນ​ປີ 2030.

ການ​ສ້າງ​ດຳລັດສະບັບ​ນີ້​, ໄດ້​ຮັບ​ການ​ສະ​ໜັນ​ສະ​ໜູນ ປະກອບສ່ວນ ​ທາງ​ດ້ານ​ວິຊາ​ການ ​ແລະ ການ​ເງິນ ​ຈາກອົງການ​ຢູນີ​ເຊບ, ອົງການ​ອະນາ​ໄມ​​ໂລກ, ອົງການ Alive Thrive, ອົງການ​ຊ່ວຍ​ເຫລືອ​ ເດັກນ້ອຍສາກົນ, ອົງການ​ອາຫາ​ນ​ໂລກ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ.



ຂ່າວ: ສິງ​ຄຳ, ພາບ: ສິດ/ຂປລ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.