Header Ads

5 ຈັນຍາບັນຂອງຊີວິດ ແລະ 10 ຄວາມເຊື່ອແບບຜີດໆທີ່ຢຸດຢັ້ງບໍ່ໃຫ້ຊີວິດມີຄວາມສຸກ


ເຊື່ອວ່າຫຼາຍຄົນຄົງເຄີຍຜ່ານຕາເຫັນຄລິບວິດີໂອສ້າງແຮງບັນດານໃຈຂອງ ສັກໄຊ ແສງອາລຸນ ວ່າບໍ່ເປັນດເປັນຫົວຂໍ້ວ່າດ້ວຍ “ກະຕິບເຂົ້າ ແລະ ຊີວິດ  ຫຼື 3  ສິ່ງທີ່ບໍ່ມີສອນຢູ່ໂຮງຮຽນ”  ຜ່ານສື່ອອນລາຍ ຫຼື ອາດໄດ້ອ່ານໜັງສື່ທີ່  ສັກໄຊ ຂຽນ ທີ່ມີຊື່ວ່າ “The Path” ເຊິ່ງເປັນໜັງສືແນວສ້າງແຮງບັນດານໃຈ ແລະ ການພັດທະນາຕົນເພື່ອນໍາພາຊີວິດໄປສູ່ຄວາມສຸກທີ່ແທ້ຈິງໂດຍປັດສະຈາກວັດຖຸນິຍົມ, ເງິນຄໍາ ແລະ ຂໍ້ອ້າງ ໂດຍໜັງສືເຫຼັ້ມນີ້ແບ່ງອອກເປັນ 5 ຫົວຂໍ້ໃຫຍ່ ( 5 life-changing mindset for a happier life ) ທີ່ອ່ານງ່າຍ ແລະ ເນື່ອໃນໜ້າສົນໃຈໃນແຕ່ລະບົດ ພ້ອມກັບມີຄໍາຄົມໄວ້ໃຫ້ຄິດຕະຫຼອດກ່ອນ ແລະ ຫຼັງເນື້ອໃນ ຫຼື “a quote for thought”.


ນີ້ແມ່ນເນື້ອຫາບາງສ່ວນທີ່ຄັດມາຈາກໜັງສືເຫຼັ້ມນີ້ : 

5 ຈັນຍາບັນຂອງຊີວິດ

ກ່ອນເວົ້າ ຄວນຟັງກ່ອນ
ກ່ອນໃຊ້ ຄວນຫາໃຫ້ຫຼາຍ
ກ່ອນຂຽນ ຄວນຄິດໃຫ້ດີກ່ອນ
ກ່ອນຍອມແພ້ ຄວນພະຍາຍາມ
ກ່ອນຕາຍ ຈົ່ງມີຊີວິດຢ່າງມີຄວາມສຸກ 




10 ຄວາມເຊື່ອແບບຜີດໆທີ່ຢຸດຢັ້ງບໍ່ໃຫ້ຊີວິດມີຄວາມສຸກ 

1. ເຊື່ອວ່າຮູ້ຈັກທຸກສິ່ງທຸກຢ່າງ
2. ພະຍາຍາມທີ່ຈະບໍ່ເຮັດຜິດເລີຍ
3. ພະຍາຍາມທີ່ຈະເກັ່ງໃນທຸກສິ່ງທຸກຢ່າງ
4. ໂທດສະຖານະການ ແລະ ວ່າຕົນເອງເປັນຮູ້ຖືກເຄາະຮ້າຍ
5. ພະຍາຍາມເຮັດໃຫ້ທຸກຄົນມີຄວາມສຸກ ແລະ ເຫັນດີນໍາ
6. ສະແດງໃຫ້ຄົນອື່ນເຫັນວ່າຄວາມເຫັນຂອງຕົນແມ່ນຖືກຕ້ອງ ຫຼື ດີກວ່າຜູ້ອື່ນ
7. ຫຼິ້ກລ້ຽງຄວາມສ່ຽງຕະຫຼອດເວລາ
8. ພະຍາຍາມທີ່ຈະເຮັດວຽກທັງໝົດດ້ວຍຕົນເອງ
9. ຕັດສີນພຶດຕິກຳຄົນອື່ນໄວໂພດ
10. ເຊື່ອເກືອບທຸກສິ່ງທີ່ຕົນເອງໄດ້ຍິນ


ສໍາພາດພີເສດກັບ Jojo Miracle 


ຄລິບວິດດີໂອ " ກະຕິບເຂົ້າ ແລະ ຊີວິດ"




© ໂຕະນໍ້າຊາ | tonamcha.com    
___________





Powered by Blogger.