Header Ads

ຜູ້ນໍາ ຄີມຈອງອືມ ກຳລັງຈະມີລູກຄົນທີສາມ ທ່າມກາງຂ່າວການຍິງຂີປະນາວຸດລະດັບຄວາມສູງ 550 ກິໂລແມັດຕົກທີ່ທະເລຢີ່ປຸ່ນ


ສໍານັກຂ່າວຕ່າງປະເທດລາຍງານໂດຍອ້າງແຫຼ່ງຂ່າວຈາກສໍານັກຂ່າວທ້ອງຖີ່ນຂອງເກົາຫຼີເໜື່ອ ຜ່ານຄໍາຖະແຫຼງຂອງເຈົ້າໜ້າທີ່ລະດັບສູງໃນລັດຖະສະພາເກົາຫຼີເໜືອ ລະບຸວ່າ : ລີໂຊຈູ (Ri Sol-Ju ) ພັນລະຍາຜູ້ນໍາ  ຄີມ ຈອງ ອືມ ກໍາລັງໃຫ້ເກີດລູກຄົນທີ່ສາມໃນເດືອນກຸ່ມພາປີໜ້ານີ້ ແຕ່ບໍ່ໄດ້ລະບຸວ່າລູກຜູ້ຊາຍ ຫຼື ຜູ້ຍິງ.​




ຜູ້ນໍາເກົາຫຼີເໜືອ ຄີມ ຈອງ ອືມ ແລະ ລີໂຊຈູ ແຕ່ງງານກັນຄົບ 8 ປີພໍດີ ທັງຄູ່ມີລູກນໍາກັນສອງຄົນ ໂດຍຄົນທີ່ໜຶ່ງເກີດໃນປີ 2010 ແລະ ຄົນທີ່ສອງເກີດໃນປີ 2013 ສ່ວນລູກຄົນທີ່ກໍາລັງເປັນຂ່າວນີ້ຈະເກີດໃນເດືອນກຸມພາປີໜ້າ ແລະ ເປັນຜູ້ລູກລໍາດັບທີສາມຂອງ ຜູ້ນໍາ ຄີມ ຈອງ ອືມ. 



ຢ່າງໃດກໍຕາມ ຂ່າວການເກີດລູກຂອງ ຜູ້ນໍາເກົາຫຼີເໜືອ ຄີມ ຈອງ ອືມ  ຍັງບໍ່ເປັນທີ່ຮືຮາເທົ່າກັບຂ່າວ ທີ່ເກົາຫຼີເໜືອຍິງຂີປະນາວຸດລູກໜຶ່ງ(ບໍ່ຮູ້ຊະນິດ) ອອກຈາກບໍລິເວນເຂດຊູນັນ ໃກ້ກັບນະຄອນຫຼວງປຽງຢາງ ໃນເວລາກ່ອນ 6:00 ໂມງ (ຕາມເວລາທ້ອງຖິ່ນ) ໂດຍຂີປະນາວຸດດັ່ງກ່າວສາມາດຂຶ້ນສູ່ລະດັບຄວາມສູງ 550 ກິໂລແມັດ ແລະ ເດີນທາງໄປໄດ້ເປັນໄລຍະທາງໄກເຖິງ 2,700 ກມ ໂດຍບິນຜ່ານນ່ານຟ້າເໜືອເກາະຮອກໄກໂດ ທີ່ຕັ້ງຢູ່ໃນພາກເໜືອຂອງປະເທດຍີ່ປຸ່ນ ເຊິ່ງມີລາຍງານວ່າແຕກອອກເປັນ 3 ສ່ວນ ແລ້ວຕົກລົງທະເລຫ່າງຈາກເກາະຮອກໄກໂດປະມານ 1,180 ກມ ເຊິ່ງເຮັດໃຫ້ ທ່ານ ຊິນ ໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ອອກປະກາດເຕືອນໄພດ້ານຄວາມໝັ້ນຄົງທົ່ວພາກເໜືອຂອງປະເທດ ພ້ອມກັບປະນາມເຫດການທີ່ເກີດຂຶ້ນ. 

ທີ່ມາ: Business Insider/AP 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.