Header Ads

ພະນະທ່ານນາຍົກລັດຖະມົນຕີໂອ້ລົມການນຳແຂວງເຊກອງ



ເຊກອງ,ວັນທີ 22/08/2017:   ໂອກາດຢ້ຽມຢາມ ແລະ ເຮັດວຽກທີ່ແຂວງເຊກອງຂອງທ່ານ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະ ແລະ ໂອ້ລົມພະນັກງານການນຳ, ພະ ນັກງານຫຼັກແຫຼ່ງຂອງແຂວງ ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ຄຳເຜີຍ ບຸດດາ ວຽງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆເຊກອງ ທີ່ຫ້ອງວ່າການປົກຄອງແຂວງໃນວັນທີ 20 ສິງຫາ 2017 ຜ່ານມານີ້.



ໃນພິທີ ທ່ານ ຄຳເຜີຍ ບຸດດາວຽງ ໄດ້ລາຍງານໃຫ້ຮູ້ສະພາບລວມການພັດທະນາເສດຖະກິດ-ສັງຄົມຂອງແຂວງເຊກອງໃນໄລຍະຜ່ານມາວ່າ: ທົ່ວແຂວງໄດ້ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ປອດໄພໂດຍພື້ນຖານ, ການນຳພັກ-ລັດທຸກຂັ້ນ ນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນໄດ້ເພີ່ມທະວີໃຫ້ຄວາມເອົາໃຈໃສ່ຊີ້ນຳໆພາປະຊາຊົນປະຕິບັດແນວທາງການເມືອງຂອງພັກ, ແຜນພັດທະນາເສດຖະກິດຂອງລັດໄປພ້ອມໆກັບການປັບປຸງ ແລະ ກໍສ້າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງຕໍ່ເນື່ອງ.



ດ້ານເສດຖະກິດເຫັນວ່າ ຍັງສືບຕໍ່ຂະຫຍາຍຕົວຕໍ່ເນື່ອງ ຊຶ່ງໃນ 6 ເດືອນຕົ້ນປີ 2017 ລວມຍອດຜະລິດຕະພັນພາຍໃນ GDP ທົ່ວແຂວງເຕີບໂຕສະເລ່ຍ 9,1% ລາຍຮັບສະເລ່ຍໃສ່ຫົວຄົນບັນລຸ 1.660 ໂດລາສະຫະລັດຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບເຂົ້າງົບປະມານ (ລາຍຮັບພາຍໃນແຂວງ) ສາມາດປະຕິບັດໄດ້ທັງໝົດ 33,17 ຕື້ກີບທຽບໃສ່ແຜນປີເທົ່າກັບ 48,08% ແລະ ທຽບໃສ່ໄລຍະດຽວຂອງປີກ່ອນຫຼຸດລົງ 2,50%, ຂະນະທີ່ການລົງທຶນຂອງລັດສະພາອະນຸມັດໃຫ້ແຂວງຈັດຕັ້ງປະຕິບັດທັງໝົດ 286 ໂຄງການມູນຄ່າ 3.929,16 ຕື້ກີບ ແລະ ສະພາອະນຸມັດງົບປະມານໃນປີ 2017 ມູນຄ່າລວມ 198,43 ຕື້ກີບ, ປະຕິບັດໄດ້ 285 ໂຄງການ, ສາມາດຢັ້ງຢືນສະເໜີຂໍເບີກຈ່າຍ (ທຶນພາຍໃນ) 107 ໂຄງການມູນຄ່າ 77,4 ຕື້ກີບທຽບໃສ່ແຜນເທົ່າກັບ 63%.


ຄຽງຄູ່ກັນນັ້ນ ແຂວງຍັງໄດ້ເອົາໃຈໃສ່ພັດທະນາດ້ານວັດທະນະທຳ-ສັງຄົມ ໃນນີ້ເລັ່ງໃສ່ວຽກງານສຶກສາ ແລະ ສາທາເປັນຕົ້ນຕໍ ແນໃສ່ເພື່ອເຮັດໃຫ້ຕົວເລກຄາດໝາຍທີ່ກຳນົດໄວ້ໃນເປົ້າໝາຍສະຫັດສະວັດດ້ານການພັດທະນາຂອງປະເທດ ກໍຄືຂອງແຂວງໃຫ້ບັນລຸຜົນສຳເລັດໂດຍໄວ ແລະ ອັນທີ່ພົ້ນເດັ່ນໃນປັດຈຸບັນແມ່ນການປະຕິບັດວຽກງານ 3 ສ້າງ ກຳລັງດຳເນີນໄປຢ່າງເປັນຂະບວນຟົດຟື້ນ ທັງນີ້ ກໍເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.



ໂອກາດດຽວກັນນີ້ ພະນະທ່ານນາຍົກລັດຖະມົນຕີ ກໍໄດ້ມີການເຈາະຈີ້ມໃນຫຼາຍບັນຫາ ເພື່ອໃຫ້ການນຳຂອງແຂວງນຳໄປປຶກສາຫາລືກັນ ແລະ ແກ້ໄຂຕໍ່ໄປ. ພ້ອມກັນນີ້ ທ່ານຍັງໄດ້ເນັ້ນໃຫ້ແຂວງເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດ, ຊຸກຍູ້ສົ່ງເສີມການຜະລິດກະສິກຳ (ປູກຝັງ-ລ້ຽງສັດ) ເປັນສິນຄ້າໄປພ້ອມກັບການພັດທະນາພື້ນຖານໂຄງລ່າງດ້ານຕ່າງໆ, ສຸມໃສ່ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ສິ່ງທີ່ເປັນອຸປະສັກທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ຕົກໄປ, ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດໜ້ອຍຖອຍລົງ ແລະ ສຳເລັດໂດຍພື້ນຖານໃນປີ 2020. ສິ່ງສຳຄັນແຂວງຕ້ອງເອົາໃຈໃສ່ປະຕິບັດວຽກງານ 3 ສ້າງ ສະໜອງເງື່ອນໄຂທີ່ຈຳເປັນເຂົ້າໃນການຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາຢູ່ແຂວງເຊກອງປະກົດຜົນເປັນຈິງ ໂດຍໄວຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ພັກ-ລັດວາງອອກ.


ຂ່າວ : ສັນຍາ ແກ້ວໄຊຍະວົງ
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.