Header Ads

ກຳແພງຍັກບູຮານເມືອງທ່າແຂກ ຫຼື ກໍາແພງເມືອງສີໂຄດຕະບູນ


ກຳແພງຍັກບູຮານ ຫຼື ກຳແພງຫີນບູຮານເມືອງສີໂຄດຕະບູນ ແມ່ນຕັ້ງຢູ່ເສັ້ນທາງຫຼວງໝາຍເລກ 13 ເຊິ່ງເປັນເສັ້ນທາງລະຫວ່າງເສັ້ນທາງທ່າແຂກຫາວຽງຈັນ ໂດຍຕັ້ງຢູ່ຫຼັກເຂດ ກິໂລແມັດທີ 8. ກຳແພງຍັກບູຮານ ຍັງທີຊື້ເອີ້ນຂານອີກຢ່າງໜຶ່ງວ່າ ກຳແພງຍັກ  ເພາະເປັນກຳແພງທີ່ມີຫີນສູງໃຫຍ່ ແລະ ຕັ້ງຍາວໄປຕາມແນວທາງ ໂດຍຄວາມຍາວຂອງກຳແພງນີ້ເຖິງ 15 ກິໂລແມັດ ແລະ ສູງປະມານ 5 ແມັດ  ເຊິ່ງສັນນິຖານວ່າສ້າງຂຶ້ນໃນສັດຕະວັດທີ 9 ໃນສະໄໝອານາຈັກສີໂຄດຕະບອງ (ອານາຈັກສີໂຄດຕະບູນ ທີ່ເອີ້ນກັນໃນສະໄໝກ່ອນ).






ຢ່າງໃດກໍຕາມ ແຕ່ລະຊ່ວງຂອງຄວາມຮຸ່ງເຮືອງ ໃນປະຫວັດດັ່ງກ່າວນັ້ນ ກໍ່ບໍ່ໄດ້ກ່າວເຖິງວ່າ ໄດ້ມີການສ້າງກໍາແພງເມືອງສີໂຄດ ເພື່ອສຸດປະສົງເປັນກໍາແພງເມືອງ ຫຼື ເພື່ອປ້ອງກັນຂ້າເສິກສັດຕູ ແຕ່ຢ່າງໃດເລີຍ. ແຕ່ຫຼາຍໆຄົນໃນປັດຈຸບັນ ກໍ່ເວົ້າອ້າງວ່າ: ກໍາແພງທີ່ພົບເຫັນເປັນບາງຊ່ວງໆ ເມື່ອທ່ານຂີ່ລົດລົງໄປໃກ້ຈະຮອດເມືອງທ່າແຂກ ທາງດ້ານຂວາມືນັ້ນເປັນກໍາແພງເມືອງສີໂຄດເກົ່າ. ຂໍ້ມູນທີ່ອອກໃນຫຼາຍ ເວບໄຊ ມັກຂຽນໂດຍໃຊ້ຄໍາວ່າກໍາແພງຍັກທ່າແຂກ Thakhek big wall, ຫຼື ຂຽນອອກມາ ເປັນຊື່ກໍາແພງເມືອງ ສີໂຄດຕະບູນ Sikhodtaboun wall ຫຼື ກໍາແພງຍັກ ເມືອງ ທ່າແຂກ Thakhek Giant wall ດັ່ງ¬ນີ້ເປັນ¬ຕົ້ນ.



ຊັ້ນຫີນເກີດລຽບຕາມແນວກໍາແພງທີ່ເມືອງທ່າແຂກນີ້ ເປັນໝວດຊັ້ນຫີນໝວດດຽວກັນ ຫຼື ເກີດໃນຍຸກດຽວກັນກັບ ທີ່ພົບເຫັນຢູ່ເຂດລຽບຕີນພູຊ້າງແຫ່ ເບື້ອງຕາວັນອອກ ທີ່ແຂວງ ສະຫວັນນະເຂດ, ເປັນຫີນຍຸກດຽວກັນທີ່ຕີນພູພະນັງເບື້ອງຕາວັນຕົກທີ່ຕໍ່ໃສ່ເຂດ ເມືອງສັງທອງ ແຂວງວຽງຈັນ ແລະ ເປັນແນວແຄບໆລຽບຕາມຮອຍເລື່ອນ ກູເດ-ທ່າແຂກ ຕັດຜ່ານ ບໍລິເວນປາກນ້ຳກະດິງ ເປັນແນວຄູຍາວໆແຄບໆຕັດຜ່ານທາງພາກຕາວັນອອກ ຂອງທົ່ງພຽງປາກຊັນແຂວງບໍລະຄໍາໄຊ.


ຝາພະນັງກໍາແພງ ຊື່ ແລະ ຮຽບພຽງກ້ຽງງາມນັ້ນ ອາດມີສາເຫດສອງຢ່າງພົວພັນກັນກໍເປັນໄດ້. ທໍາອິດເກີດຈາກຮອຍເລື່ອນທີ່ດຸນຍົກຕົວຂຶ້ນ ໃນແນວຕັ້ງສາກ ຕາມການເຄື່ອນເໜັງການແປສັນຖານ ແລະ ຜ່ານການເວລາຂອງການກັດ ເຊາະຜຸພັງຕາມທໍາມະຊາດ. ແຕ່ມີຄວາມເປັນໄປໄດ້ວ່າ ໃນຊ່ວງໃດໜຶ່ງໃນຫຼາຍຮ້ອຍປີ ຫຼື ພັນປີຜ່ານມາ ມະນຸດເຮົາອາດມີສ່ວນດັດແປງ ເສີມແຕ່ງ ໃຫ້ກ້ຽງເກົາ ຫຼື ອາດມີກິດຈະກໍາເພີ່ມເຕີມເພື່ອໃຊ້ເປັນກໍາແພງ ເພື່ອເປົ້າໝາຍໃດໜຶ່ງ ຫຼື ອາດ ເຄີຍນໍາໃຊ້ກັ້ງບັງໃນຍາມເກີດມີຂ້າເສິກສັດຕູຮຸກຮານ ຫຼື ໃນຊ່ວງອານາຈັກສີໂຄດຕະບູນຮຸ່ງເຮືອງນັ້ນ ກໍ່ຍ່ອມມີສ່ວນກ່ຽວພັນກັບກໍາແພງທໍາມະຊາດດັ່ງກ່າວນີ້.



ລັກສະນະກໍາແພງກໍ່ບໍ່ແມ່ນການຈັດຮຽງຕໍ່ເຕີມແບບເອົາປ່ຽງຫີນ ຫຼື ກ້ອນຫີນມາສາບຕໍ່ເຂົ້າກັນ ດັ່ງເຊັ່ນກໍາແພງເມືອງຈີນ ແລະ ກໍາແພງສະຖານທີ່ອື່ນໆດັ່ງນັ້ນການອະທີບາຍ ທີ່ໃຫ້ເຫດຜົນໄປໃນທາງລັກສະນະສ້າງສັນທີ່ວ່າກໍາແພງສີໂຄດຕະບຸນ ແມ່ນຄົນເຮົາສ້າງຂຶ້ນນັ້ນ ກໍ່ຫາກແມ່ນສ່ວນທີ່ຄົນເຮົາ ທໍາການຕົກແຕ່ງ ດັດແປງບາງສ່ວນໃຫ້ມັນມີລັກສະນະຈົບງາມຈົນຄົນເຮົາໃນປັດຈຸບັນ ເຂົ້າໃຈຄ້າຍກັບວ່າມັນເກີດຂຶ້ນດ້ວຍນໍ້າມືຂອງມະນຸດສ້າງຂຶ້ນມາ ຈົນໃຫ້ລືມລັກສະນະດັ້ງເດີມທີ່ມັນເກີດຂຶ້ນຕາມມະຊາດ.




ເນື້ອໃນ: ໜສພ ເສດຖະກິດ-ການຄ້າ/ລາວລ້ານແຊຣ 
© ໂຕະນໍ້າຊາ | tonamcha.com    
 
___________

Powered by Blogger.