Header Ads

ປິດສາກຊີເກມຄັ້ງທີ່ 29 ! ທັບນັກກີລາລາວຈັດຢູ່ອັນດັບທີ 9, ສ່ວນເຈົ້າພາບ ມາເລເຊຍຄອງເຈົ້າຫຼຽນທີ່ 145 ຫຼຽນຄໍາ

\

ການແຂ່ງຂັນກີລາຊີເກມ ຄັ້ງທີ 29 ທີ່ປະເທດມາເລເຊຍ ລະຫວ່າງວັນທີ 19-30 ສິງຫາ 2017  ສປປ ລາວ ສົ່ງນັກກີລາເຂົ້າຮ່ວມທັງໝົດ 22 ປະເພດກີລາ ເຊິ່ງສາມາດຍາດຫຼຽນມາໄດ້ທັງໝົດ  26 ຫຼຽນຈາກ 9 ປະເພດກີລາ ແລະ ຖືກຈັດຢູ່ອັດດັບທີ 9 ຂອງການແຂ່ງຂັນກີລາຊີເກມ ຄັ້ງທີ 29: 



ຫຼຽນຄໍາ (2 ຫຼຽນຄໍາ): ໄດ້ຈາກ ເປຕັງ ທີມຊຸດຍິງປະກອບມີ ນາງ ຈິນດາວອນ, ຄຸນ ສຸກສະຫວັດ, ຈັນສະໝອນ ແລະ ມິມີ ວົງສະຫວັດ ແລະ ອີກຫຼຽນໄດ້ຈາກ ກີລາສະນຸກເກີ ທ້າວ ສິດທິເດດ ສັກບ່ຽງ.

ຫຼຽນເງິນ (3 ຫຼຽນເງິນ): ກະຕໍ້ຊິນລອນ 1 ຫຼຽນ, ເທຄວັນໂດ 1 ຫຼຽນຈາກນາງ ກິດາວອນ ພິລາວົງ ປະເພດຟ້ອນ ແລະ ເປຕັງ ທີມຊຸດຊາຍ 1 ຫຼຽນ (ທ້າວ ໄຊ ບຸດດີສີປະເສີດ, ໂຊຫານັນ ຟອງ, ພຸດທະລາ ແກ້ວການ ແລະ ກາລວຍ ເພັດວາລີ.



ຫຼຽນທອງ (21 ຫຼຽນທອງ) : ໄດ້ຈາກກະຕໍ້ຊິນລອນ 1 ຫຼຽນ-ກະຕໍ້ 3 ຫຼຽນ, ມວຍສາກົນ 2 ຫຼຽນ, ເປຕັງ 3 ຫຼຽນ, ແລ່ນລານ 1 ຫຼຽນ, ເທຄວັນໂດ 4, ຢູໂດ 1 ຫຼຽນ, ສະນຸກເກີ 1 ຫຼຽນ, ປັນຈັກສີລັດ 3 ຫຼຽນ ແລະ ມວຍລາວ 2 ຫຼຽນ.

ສໍາລັບເຈົ້າພາບມາເລເຊຍ ແມ່ນກວາດຫຼຽນໄປທັງໝົດ 145 ຫຼຽນຄໍາ, 92 ຫຼຽນເງິນ ແລະ 86 ຫຼຽນທອງ ກາຍເປັນເຈົ້າຄອງຫຼຽນຄໍາ, ສ່ວນອັນດັບ 2 ເປັນຂອງ ໄທ 72 ຫຼຽນຄໍາ, 86 ຫຼຽນເງິນ ແລະ 88 ຫຼຽນທອງ.


© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.