Header Ads

ທ່ານຮອງນາຍົກລັດຖະມົນຕີ ໃຫ້ກຽດຕ້ອນຮັບນັກທຸລະກິດສິງກະໂປ


ໃນຕອນແລງຂອງວັນທີ 30 ສິງຫາ 2017 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງຄະນະນັກ ທຸລະກິດສິງກະໂປ ເຊິ່ງນຳໂດຍທ່ານ Dominic Goh ເອກອັກຄະລັດຖະທູດ ສິ່ງກະໂປ ປະຈຳ ສປປ ລາວ ໃນໂອກາດທີ່ເດີນທາງມາສຶກສາຄວາມເປັນໄປໄດ້ ໃນການລົງທຶນຢູ່ ສປປ ລາວ ໃນລະຫວ່າງວັນທີ 29-31 ສິງຫາ 2017.



ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ຂອງຄະນະນັກ ທຸລະກິດສິງກະໂປ ໂດຍສະເພາະແມ່ນກຸ່ມວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ໃນຄັ້ງນີ້. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ນຳສະເໜີໃຫ້ຮູ້ ກ່ຽວກັບສະພາບການລົງທຶນ ກໍ່ຄື ນະໂຍບາຍ ແລະ ການຊຸກຍູ້ສົ່ງເສີມການລົງທຶນ ຂອງລັດຖະບານແຫ່ງ ສປປ ລາວ ລວມທັງ ການອຳນວຍຄວາມສະດວກ ແລະ ບໍລິການດ້ານຕ່າງໆ ຂອດການດຳເນີນດ້ານເອກະສານ ໃນການລົງທຶນ. ທີ່ສຳຄັນ ທ່ານຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງພາກທຸລະກິດສິງກະໂປ ແລະ ພາກສ່ວນ-ຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ເຊິ່ງເປັນການປະກອບສ່ວນ ຍົກລະດັບຄວາມສາມາດ ທາງດ້ານການດຳເນີນທຸລະກິດ ແລະ ການລົງທຶນ ຂອງສປປ ລາວ ໃຫ້ນັບມື້ມີຄວາມເຂັ້ມແຂງ ແລະ ມີປະສິດທິຜົນສູງ ເວົ້າສະເພາະ, ເວົ້າລວມ ແມ່ນປະກອບສ່ວນເສີມສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສິງກະໂປ ໃຫ້ມີຄວາມແໜ້ນແຟ້ນ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.


ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສປປ ລາວ ແລະ ຄະນະ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ໃນຄັ້ງນີ້. ພ້ອມທັງ ນຳສະເໜີບົດຮຽນບາງດ້ານ ໃນການດຳເນີນທຸລະກິດຢູ່ສິງກະໂປ ກໍ່ຄື ບັນດາປະເທດໃນເຂດພາກພື້ນ ແລະ ສາກົນ. ນອກນັ້ນ, ຍັງໄດ້ຕີລາຄາສູງ ຕໍ່ເງື່ອນໄຂ, ທ່າແຮງ ໃນການ ດຶງດູດການລົງທຶນຂອງຕ່າງປະເທດ ເຂົ້າມາ ສປປ ລາວ ກໍ່ຄື ເງື່ອນໄຂ, ທ່າແຮງ ແລະ ຄວາມສາມາດ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປະຈຸບັນ ກໍ່ຄື ອະນາຄົດ.

ແຫລ່ງຂ່າວ: ກົມປະຊາສຳພັນ, ຫສນຍ


ແຫລ່ງຂ່າວ: ກົມປະຊາສຳພັນ, ຫສນຍ
© ໂຕະນໍ້າຊາ | tonamcha.com    
___________




Powered by Blogger.