Header Ads

ກອງປະຊຸມລັດຖະມົນຕີຕ່າງປະເທດ FEALAC ຄັ້ງທີ 8



ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວເດີນທາງເຂົ້າຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີການຮ່ວມ ມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ແລະ ໄດ້ຮັບກຽດເປັນປະທານ ຮ່ວມກັບ ສ.ເກົາຫລີ ດໍາເນີນ ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 7 ໃນລະຫວ່າງວັນທີ 31 ສິງຫາ - 1 ກັນຍາ 2017 ທີ່ ບູຊານ, ສ.ເກົາຫລີ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ເວທີການຮ່ວມມືອາຊີຕາເວັນອອກ ແລະ ອາເມລິກາລາຕິນ (FEALAC) ຄັ້ງທີ 8 ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2017 ພາຍໃຕ້ການເປັນປະທານ ຮ່ວມລະຫວ່າງ ທ່ານ ນາງ ຄັງ ຄຽງ-ວາ, ລັດຖະມົນຕີຕ່າງປະເທດ ສ.ເກົາຫຼີ ແລະ ທ່ານ ກາໂລສ ຣາອູນ ໂມຣາເລສ, ລັດຖະມົນຕີຕ່າງປະເທດ ກົວເຕມາລາ ແລະ ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຈາກບັນດາປະເທດສະມາຊິກ ຟີແລັກ ທັງໝົດ 36 ປະເທດເຂົ້າຮ່ວມ ຢ່າງພ້ອມພຽງ.


ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອທົບທວນຄືນການຮ່ວມມືລະຫວ່າງ 2 ທະວີບ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ທ່າມກາງຄວາມທ້າທາຍຕ່າງໆໃນໂລກ ທີ່ມີການປ່ຽນແປງຢ່າງໄວວາ. ກອງປະຊຸມຄັ້ງນີ້ໄດ້ຮ່ວມກັນປຶກສາຫາລື ແລະ ຮັບຮອງເອົາຖະແຫຼງການ ປູຊານ, ຊຶ່ງໃນນັ້ນກວມເອົາ ແຜນການປະຕິບັດງານ FEALAC ໃນໄລຍະ 5 ປີຕໍ່ໜ້າ ແຕ່ປີ 2017-2021 ແລະ ການສ້າງຕັ້ງກອງທຶນ FEALAC.

ໃນໂອກາດດຽວກັນນີ້, ໄດ້ມີການມອບຮັບໜ້າທີ່ປະເທດຜູ້ປະສານງານຝ່າຍ ອາຊີຕາເວັນອອກ ລະຫວ່າງ ສ.ເກົາຫຼີ ປະເທດຜູ້ປະສານງານເກົ່າ ແລະ ສປປ ລາວ ເປັນປະເທດຜູ້ປະສານງານໃໝ່ ສຳລັບສົກປີ 2017-2019 ຊຶ່ງໃນໄລຍະດັ່ງກ່າວ ສປປ ລາວ ຈະໄດ້ເປັນເຈົ້າພາບ ຈັດກອງປະຊຸມເຈົ້າໜ້າ ທີ່ອາວຸໂສ FEALAC ຢູ່ ນະຄອນຫຼວງວຽງຈັນ ໃນປີ 2018 ແລະ ເປັນປະທານຮ່ວມກອງປະຊຸມ ລັດຖະມົນຕີ ຟີແລັກ ຄັ້້ງທີ 9 ຈະຈັດຂຶ້ນ ໃນປີ 2019 ຢູ່ ພາກພື້ນ ອາເມລິກາ-ລາຕິນ. 


ໂອກາດດັ່ງກ່າວນີ້, ຍັງໄດ້ຈັດໃຫ້ມີກອງປະຊຸມປີ່ນອ້ອມຂອງ 4 ໜ່ວຍງານຍ່ອຍຄື: 1.) ກອງປະຊຸມໜ່ວຍງານວິຊາການດ້ານສັງ ຄົມ, ການເມືອງ ແລະ ການພັດທະນາແບບຍືນຍົງ; 2.) ກອງປະຊຸມໜ່ວຍງານວິຊາການດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ວິສາຫະກິດຈຸລະພາກ ຂະໜາດນ້ອຍ ແລະ ຂະໜາດກາງ; 3.) ກອງປະຊຸມໜ່ວຍງານວິຊາການດ້ານ ວັດທະນະທຳ, ຊາວໜຸ່ມ, ເພດຍິງ-ຊາຍ ແລະ ກິລາ ແລະ 4.) ກອງປະຊຸມໜ່ວຍງານວິຊາການດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການສຶກສາ ຊຶ່ງ 4 ໜ່ວຍງານດັ່ງກ່າວຖືວ່າ ເປັນກົນໄກການຮ່ວມມືທີ່ສຳຄັນ ຂອງຂອບ ການຮ່ວມມື FEALAC.


ຂອບການຮ່ວມມື FEALAC ໄດ້ຖຶກສ້າງຕັ້ງຂຶ້ນໃນປີ 1999, ມາເຖິງປະຈຸບັນມີສະມາຊິກທົງໝົດ 36 ປະເທດ ໃນນັ້ນ, ຝ່າຍອາຊີຕາເວັນອອກ ມີ 16 ປະເທດ ແລະ ອາເມລິກາລາຕີນ 20 ປະເທດ. ສປປ ລາວ ເປັນໜື່ງໃນປະເທດ ຮ່ວມກໍ່ຕັ້ງຂອບການຮ່ວມມືດັ່ງກ່າວ.

ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດ 
© ໂຕະນໍ້າຊາ | tonamcha.com    

___________

Powered by Blogger.