Header Ads

ກະຊວງອຸດສາຫະກຳ ແລະ ການຄ້າ ເປີດເວບໄຊ ອີຄອມເມີດ ຊ່ອງທາງນຳສະເໜີສິນຄ້າລາວສູ່ສາກົນ


ອີງຕາມການລາຍງານຂ່າວຂອງ ຫນັງສືພິມ ເສດຖະກິດ-ການຄ້າ ວ່າ: ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈັດພິທີເປີດຕົວເວບໄຊ ອີຄອມເມີດ www.plaosme.com ຢ່າງເປັນທາງການ ໃນວັນທີ 30 ສິງຫາ 2017,ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ ເຊິ່ງໃຫ້ກຽດກ່າວເປີດໂດຍ ທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີ ກະຊວງ ອຄ.



 ທ່ານ ບຸນມີ ມະນີວົງ ກ່າວວ່າ: ການເປີດເວບໄຊອີຄອມເມີດດັ່ງກ່າວນີ້ ແມ່ນເປັນເວບໄຊໜຶ່ງ ທີ່ຈະເປີດໂອກາດໃຫ້ແກ່ບັນດາວິສາຫະກິດຂອງລາວ ມີໂອກາດຫຼາຍຂຶ້ນໃນການນຳສະເໜີຕົວສິນຄ້າທີ່ຕົນມີເຂົ້າສູ່ຕະຫຼາດທັງພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນຕະຫຼາດອາຊຽນດ້ວຍກັນ ແລະ ອາຊຽນ ກັບປະເທດພາຄີ. ປັດຈຸບັນຫຼາຍປະເທດແມ່ນໄດ້ວາງແຜນໃນການຍົກລະດັບການນຳໃຊ້ບັນດາສັນຍາການຄ້າເສລີ ຫຼື FTAs ໃຫ້ຫຼາຍຂຶ້ນ. ສະນັ້ນ, ການສ້າງເວບໃຊ້ດັ່ງກ່າວນີ້ ກໍ່ຈະກາຍເປັນໜຶ່ງຊ່ອງທາງທີ່ສະໜັບໜູນໃຫ້ມີການເຂົ້າເຖິງ ແລະ ຮູ້ນຳໃຊ້ FTAs ຂຶ້ນຕື່ມ.

ນອກຈາກນີ້ແລ້ວ ບັນດາຫົວໜ່ວຍວິສາຫະກິດຂອງລາວ ກໍຈະໄດ້ຮັບໂອກາດໃນການຈະຫຍາຍຕາໜ່າງເຄືອຂ່າຍ ເພື່ອຈັບຄູ່ຊື້-ຂາຍ ນຳກັນທີ່ກວ້າງ ຂວາງກວ່າເກົ່າ ໂດຍການເຂົ້າຮ່ວມ ແລະ ນຳໃຊ້ລະບົບນີ້; ທັງເປັນການຍົກລະດັບເວທີຕະຫຼາດໃນການຊື້-ຂາຍສິນຄ້າຂຶ້ນໄປຢູ່ໃນລະດັບໃໝ່ ນັ້ນກໍຄືການນຳໃຊ້ນະວັດຕະກຳທາງເຕັກໂນໂລຊີເຂົ້າມາຊ່ວຍ ແລະ ການເປັນການຊື້-ຂາຍ ທາງອີເລັກໂຕຣນິກ.
  
ທ່ານ ສຸລິຍົນ ພິລາວົງ, ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຄ ກ່າວວ່າ: ການສ້າງເວບໄຊ ອີຄອມເມີດ ເຊິ່ງເປັນບາດກ້າວທີ່ສຳຄັນສຳລັບ ສປປ ລາວ ເວົ້າລວມ, ເວົ້າສະເພາະກໍ່ຄືບັນດາຫົວໜ່ວຍທຸລະກິດທັງໝົດ ໃນການສຳຜັດນະວັດຕະກຳອັນໃໝ່ທາງດ້ານການເຂົ້າເຖິງຕະຫຼາດ ແລະ ຜູ້ຊົມໃຊ້ບໍ່ວ່າຈະຢູ່ພາຍໃນ ຫຼື ຕ່າງປະເທດ ໂດຍພວກເຮົາສ້າງຂຶ້ນມາເພື່ອຈຸດປະສົງຫຼັກຄື: ເປັນບ່ອນເຊື່ອມໂຍງ SME ຂອງລາວ ເຂົ້າສູ່ຜູ້ຊື້ ແລະ ຜູ້ຂາຍ ໃນຕະຫຼາດອາຊີ, ເປັນບ່ອນອອກແບບໜ້າຕ່າງ ຂໍ້ຕົກລົງການຄ້າເສລີ ເຊິ່ງໜ້າຕ່າງຈະຊ່ວຍໃຫ້ SME ໄຈ້ແຍກ  ແລະ ເຂົ້າເຖິງຜະລິດຕະພັນຂອງພວກເຂົາເຈົ້າໄດ້ງ່າຍ; ສ້າງຕັ້ງໃຫ້ເປັນສູນໃຫ້ບໍລິການ ເພື່ອອຳນວຍຄວາມສະດວກໃຫ້ແກ່ SME ທີ່ບໍ່ສະ ດວກໃນການເຂົ້າເຖິງອິນເຕີເນັດ ຕະຫຼອດຮອດການໃຫ້ບໍລິການກ່ຽວກັບການຖ່າຍຮູບຜະລິດຕະພັນ ແລະ ອັບໂຫລດໃຫ້ພ້ອມ.

ທັງນີ້, ເວບໄຊດັ່ງກ່າວນີ້ ຖືເປັນເວທີໜຶ່ງທີ່ເອື້ອຍອຳນວຍຄວາມສະດວກໃຫ້ແກ່ຜູ້ຊື້ ແລະ ຜູ້ຂາຍສິນຄ້າ ໃຫ້ມີໂອກາດເຂົ້າຫາກັນຫຼາຍຂຶ້ນພຽງແຕ່ເຂົ້າສູ່ລະບົບກໍເຮັດໃຫ້ບັນດາ SME ໂອ້ລົມກັນໄດ້ ເຊິ່ງບໍ່ຈຳເປັນຕ້ອງໄປຫາກັນ ແລະ ເວບໄຊນີ້ຖືກອອກແບບໃຫ້ມີ 2 ພາສາຄື: ພາສາລາວ ແລະ ພາສາອັງກິດ, ມີຖານຂໍ້ມູນຂອງຜູ້ຂາຍ ແລະ ຜະລິດຕະພັນສິນຄ້າ ເຊິ່ງມາຮອດປັດຈຸບັນມີບໍລິສັດທີ່ໄດ້ລົງທະບຽນແລ້ວ ຈຳນວນ 82 ບໍລິສັດ ແລະ ມີສິນຄ້າທັງໝົດ 302 ລາຍການ.



ທີ່ມາ: ຫນັງສືພິມ ເສດຖະກິດ-ການຄ້າ
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.