Header Ads

ມາຮູ້ຈັກກັບ Celine Tam ສາວນ້ອງອາຍຸ 9 ປີ ກັບພະລັງສຽງທີ່ປະທັບໃຈຄົນທົ່ວໂລກ



ເຊລິນ ເທມ (Celine Tam ) ສາວນ້ອງອາຍຸ 9 ປີ ຈາກຮ່ອງກົງ ເຊິ່ງຜ່ານເຂົ້າຮອບກ່ອນຮອງຊະນະເລີດໃນເວທີ America’s Got Talent ໃນວັນພຸດ (23 ສິງຫາ 2017) ຜ່ານມາໂດຍສາວນ້ອງ ເຊລິນ ເທມເອົາຊະນະໃຈຄົນໂວດຊາວອາເມລິກາດ້ວຍບົດເພງ  When You Believe ເຊິ່ງເປັນເພງທີ່ຕ້ອງເນັ້ນພະລັງສຽງ, ອາລົມ, ໂທນຈັງຫວະຂື້ນລົງ ແລະ ບວກເວທີທີ່ຕົບແຕ່ງດ້ວຍແນວຄິດສວນກຸຫຼາບ ສາດສ່ອງດ້ວຍແສງສີຕະການຕາຢ່າງງົດງາມ.




ພາຍຫຼັງທີ່ ເຊລິນ ເທມ  ຜ່ານເຂົ້າຮອບຮອງຊະນະເລີດ ມີແຟນຄັລບຈໍານວນຫຼາຍອອກມາສະແດງຄວາມຍິນດີຜ່ານສື່ອອນລາຍ ແລະ ສໍານັກຂ່າວຫຼາຍສໍານັກກໍລົງຂ່າວຄວາມມະຫັດສະຈັນຂອງສາວນ້ອງຄົນນີ້ ເຊິ່ງຫຼາຍຄົນກໍລຸ້ນວ່າ ເຊລິນ ເທມ ຈະໃຊ້ເພງໃດເພື່ອສ້າງຄວາມປະທັບໃຈ ແລະ ເອົາຊະນະໃຈຄົນອາເມລິກາໃນຮອບຕໍ່ໄປໃນເດືອນໜ້າ. ຂໍ້ມູນທີ່ຫຼາຍສໍານັກຂ່າວລະບຸວ່າ :  ເຊລິນ ເທມ ອາດໃຊ້ເພງ  When You Believe ແລະ   Whitney Houston ຫຼື Mariah Carey ທີ່ໃຊ້ປະກອບຮູບເງົສເລື່ອງ The Prince of Egypt. 





ໃນຮອບຮອງຊະນະເລີດໃນເດືອນໜ້າ  ເຊລິນ ເທມ ຕ້ອງພົບກັບຄູ່ແຂ່ງທີ່ບໍ່ທໍາມະດາທີ່ຄວາມສາມາດ ແລະ ພະລັງສຽງສຸກດຍອດ Darci Lynne ດ້ວຍອາຍຸ  12 ແລະ  Angelica Hale ອາຍຸ 10 ປີ ເຊິ່ງທັງສອງເປັນຄູ່ແຂ່ງທີ່ ເຊລິນ ເທມບໍ່ສາມາດມີຂໍ້ຜິດພາດໄດ້ເລີຍ ເພາະຖ້າພາດໂອກາດໃນການເຂົ້າຮອບຕໍ່ໄປ ແລະ ຄວາມຝັນທັງໝົດຕ້ອງຈົບລົງທັນທີ.



ຈາກຂໍ້ມູມທີ່ຫຼາຍສໍານັກຂ່າວລາຍງານ ລະບຸວ່າ ເຊລິນ ເທມ ມີນັກຮ້ອງທີ່ເປັນແຮງບັນດານໃຈຄື Celine Dion  ແລະ ການມາຮອບຈຸດນຣໄດ້ບໍ່ແມ່ນຄັ້ງທໍາອິດທີ່ມາລາຍການ  America’s Got Talent ແຕ່ ເຊລິນ ເທມ ເຂົ້າມາແຂ່ງຂັນໃນລາຍການນີ້ແລ້ວເຖິງ 3 ຄັ້ງ  ແລະ ເພງທີ່ເຮັດໃຫ້ຄົນທົ່ວໂລກຮູ້ຈັກ ແລະ ຈື່ ເຊລິນ ເທມ ກໍແມ່ນເພງ  My Heart Will Go On ທີ່ປ່ອຍລົງໃນ Youtube ທີຄົນເຂົ້າຊົມເຖິງ 30 ກວ່າລ້ານວີວ.






ສາລັບຄົນທີ່ຕ້ອງການຮູ້ຈັກ ເຊລິນ ເທມ ຫຼາຍກວ່ານີ້ ສາມາດຕິດຕາມຊ່ອງ  Youtube ຂອງສາວນ້ອງຄົນນີ້ ຕາມລິງລຸ່ມນີ້ເລີຍ






ທີ່ມາAmerica’s Got Talent 
© ໂຕະນໍ້າຊາ | tonamcha.com    
___________



Powered by Blogger.