Header Ads

ທຳຄວາມຮູ້ຈັກ ມິສຢູນີເວີຣສລາວ 2017 “ສຸພາພອນ ສົມວິຈິດ”



ເຊື່ອວ່າຫຼາຍຄົນຕິດຕາມກອງປະກວດ ມິສຢູນີເວີຣສລາວມາຕະຫຼອດຈາກມື້ເລີ່ມຕົ້ນຈົນຮອດຮອບຕັດສີນໃນມື້ນີ້ ( 26 ສິງຫາ 2017 ) ໂດຍສຸພາພອນ ສົມວິຈິດ ຄ້ວາອັນດັບໜຶ່ງມາຄອງໄດ້ສໍາເລັດ ກາຍເປັນມິສຢູນິເວີດສລາວ 2017 ຄົນທໍາອິດ ແລະ ເປັນຕົວແທນນາງງາມລາວໄປປະກວດນາງງາມໂລກ (Miss Universe). 



ມື້ນີ້ tonamcha.com ພາທ່ານມາຮູ້ຈັກ ສຸພາພອນ ສົມວິຈິດ (ນຸຍ) ມິສຢູນີເວີຣສລາວ 2017 ທີ່ກຳລັງໄດ້ຮັບຕໍາແໜ່ງມາສົດໆຮ້ອນໆ  ພ້ອມກັບປະມວນພາບຄວາມງາມຂອງມິສຢູນີເວີຣສ ຄົນນີ້ນໍາກັນ. 

ສຸພາພອນ ສົມວິຈິດ  ມີຊື່ຫຼິ້ນວ່າ ນຸ້ຍ ອາຍຸ 20 ປີ ລວງສູງ 1,78 ຊັງຕີແມັດ ປັດຈຸບັນກຳລັງສຶກສາຢູ່ທີ່ ວິທະຍາໄລ ຄອມເຊັນເຕີ້ ໃນສາຂາບໍລິຫານທຸລະກິດ (Business Administration) ເຊິ່ງຜົນງານໃນໄລຍະທີ່ຜ່ານມາແມ່ນເຄີຍເຂົ້າປະກວດ ນາງສາວນະຄອນຫຼວງປີ 2016 ໄດ້ຕຳແໜ່ງຮອງນາງສາວນະຄອນຫຼວງ ຮອງອັນດັບໜຶ່ງ”  ພ້ອມກັບມີຜົນງານການຖ່າຍແບບ, ຂື້ນປົກວາລະສານຕ່າງໆ  ແລະ ງານເດີນແບບຕ່າງໆ.





ອີກຜົນງານຂ້າມປະເທດທີ່ເຮັດ ສຸພາພອນ ເປັນທີ່ນຮູ້ຈັກຍິ່ງຂື້ນຄື ການຮ່ວມຖ່າຍແບບໃຫ້ກັບເອເຈນຊີປະເທດໄທ  ແລະ ຜົນງານເດີ່ນແບບພາຍໃນປະເທດເຮັດໃຫ້ ສຸພາພອນ ຕິດລາຍຊື່ຮັບລາງວັນ ບຸກຄົນສຳຄັນແຫ່ງປີ 2017 (World Top Award 2017) ທີ່ປະເທດໄທ ແລະ ກາຍເປັນທີ່ຮູ້ຈັກໃນວົງກ້ວງທັງວົງການເດີນແບບ, ບັນເທິງ ແລະ ສື່ອອນລາຍບໍ່ວ່າຈະເປັນຊາວເນັດ ແລະ ເພຈດັງຂອງລາວລົງຂ່າວຈົນກາຍເປັນ "The New Wave Net idol" ທີ່ເປັນຂັວນໃຈຂອງຊາວເນັດ.  



ສໍາລັບຜົນງານຫຼ້າສຸດຂອງ  ສຸພາພອນ ແມ່ນການເປັນນາງເອກເອັມວີເພງກັບໄປສາວົງບອຍແບຣນແບັກອາຍ ທີ່ມີຄົນໃຫ້ຄວາມສົນໃຈເປັນພິເສດ ແລະ ຕິດກະແສ.  





ເສັ້ນທາງການເຂົ້າປະກວດ Miss Universe Laos 2017 ຂອງສຸພາພອນ ແມ່ນມີຄວາມໂດດເດັ່ນ, ສະຫງ່າ ແລະ ສະກົດສາຍຕາກອງເຊຍ-ກໍາມະການມາຕະຫຼອດເຮັດໃຫ້ ສຸພາພອນຕິດ 1 ໃນ 10 ທີ່ຂອງຜູ້ເຂົ້າປະກວດທີ່ຜ່ານເຂົ້າຮອບການປະກວດມິສຢູນີເວີຣສລາວ ແລະ ສຸດທ້າຍກໍກາຍເປັນມິສຢູນີເວີຣສລາວ 2017 ຄົນທໍາອິດຂອງລາວ. 








Photo: S'quiz Souphaphone , LeeUna & More ... 
© ໂຕະນໍ້າຊາ | tonamcha.com 
___________





Powered by Blogger.